Skip to Main Navigation
ບົດອອກຂ່າວ5 ກ.ຍ. 2024

ການຄ້ຳປະກັນສະບຽງອາຫານໃນລາວດີຂຶ້ນ ແຕ່ຄ່າຈ້າງຍັງຕໍ່າກວ່າອັດຕາເງິນເຟີ້,ສົ່ງຜົນໃຫ້ມີການເຄື່ອນຍ້າຍຂອງແຮງງານໄປຕ່າງປະເທດ

ອັດຕາເງິນເຟີ້ທີ່ສູງໃນ ສປປ ລາວ ກໍາລັງເຮັດໃຫ້ມາດຕະຖານຊີວິດການເປັນຢູ່ໄດ້ຮັບຜົນກະທົບ, ເຮັດໃຫ້ຕະຫຼາດແຮງງານການການປັບປ່ຽນ,ແຮງງານຈຳນວນຫຼາຍໄປຊອກຫາວຽກເຮັດງານທຳຢູ່ຕ່າງປະເທດ, ອີງຕາມການສໍາຫລວດຕິດຕາມຄົວເຮືອນຂອງທະນາຄານໂລກຄັ້ງຫຼ້າສຸດ.

ການຕິດຕາມສະຫວັດດີການຄົວເຮືອນແບບໄວ ຮອບທີ 9 ຂອງທະນາຄານໂລກ ປະຈຳລາວ ທີ່ໄດ້ດໍາເນີນໃນທົ່ວປະເທດໃນເດືອນພຶດສະພາ ຫາ ເດືອນມິຖຸນາ 2024 ແລະ ໄດ້ເຜີຍແຜ່ຜົນການສຳຫຼວດໃນມື້ນີ້ທີ່ມະຫາວິທະຍາໄລຈໍາປາສັກ, ໄດ້ສະແດງໃຫ້ເຫັນວ່າ ໃນຂະນະທີ່ການຈ້າງງານຍັງຄຶກຄື້ນໃນເຄິ່ງປີທໍາອິດ,  ແຕ່ມີຫນ້ອຍກວ່າ 1% ຂອງຜູ້ຕອບແບບສອບຖາມຍັງຫວ່າງງານ. ຄ່າຈ້າງສະເລ່ຍເພີ່ມຂຶ້ນ 8% ຈາກເດືອນມັງກອນຫາເດືອນພຶດສະພາ, ແຕ່ເຖິງແນວໃດກໍຕາມ ກໍຍັງຖືວ່າຕໍ່າກວ່າອັດຕາເງິນເຟີ້ ເຊິ່ງອັດຕາເງິນເຝີ້ຢູ່ທີ່ 26%. ເປັນຜົນໃຫ້ ມີລາຍງານອັດຕາສ່ວນຂອງຄົວເຮືອນທີ່ໄດ້ຮັບຜົນກະທົບທາງລົບຈາກອັດຕາເງິນເຟີ້ໄດ້ເພີ່ມຂຶ້ນຈາກ 53% ໃນເດືອນມັງກອນ ມາເປັນ 58% ໃນເດືອນມິຖຸນາ. ຈໍານວນຄົວ​ເຮືອນ​ທີ່​ມີລາຍ​ໄດ້ດີຂື້້ນທຽບໃສ່ປີຜ່ານມາ ​ໄດ້​ຫຼຸດ​ລົງ​ຈາກ 62% ໃນ​ເດືອນ​ທັນ​ວາ 2023 ເປັນ 56% ໃນ​ເດືອນ​ພຶດ​ສະ​ພາ 2024.

ອັດຕາເງິນເຟີ້ທີ່ຍັງສູງຢູ່ ສົ່ງຜົນໃຫ້ມີແຮງງານເຄື່ອນຍ້າຍໄປເຮັດວຽກຢູ່ຕ່າງປະເທດຫຼາຍຂຶ້ນ. ປັດຈຸບັນຄາດວ່າ ຈຳນວນແຮງງານລາວທີ່ເຮັດວຽກຢູ່ໃນໄທ ແມ່ນສູງກວ່າຕອນກ່ອນ COVID-19. ໃນຈໍານວນແຮງງານລາວທີ່ໄປເຮັດວຽກ ຢູ່ຕ່າງປະເທດນັ້້ນ ເຫດຜົນຫລັກຂອງພວກເຂົາ ແມ່ນ ເພື່ອຊອກຫາ ຄ່າຈ້າງງານທີ່ສູງກວ່າ ແລະ ໂອກາດການຈ້າງງານທີ່ດີກວ່າ ເຊິ່ງແຮງງານທີ່ໃຫ້ເຫດຜົນດັ່ງກ່າວແມ່ນໄດ້ເພີ່ມຂຶ້ນຈາກ 73% ໃນປີ 2023 ມາເປັນ 93% ໃນປີ 2024 ແລະ ສັດສ່ວນດັ່ງກ່າວໄດ້ເພີ່ມຂຶ້ນຈາກ 88% ເປັນ 99% ໃນຄອບຄົວທີ່ມີລາຍໄດ້ຕໍ່າ.

ພາຍໃນປະເທດລາວ, ອັດຕາເງິນເຟີ້ທີ່ສູງ, ການອ່ອນຄ່າຂອງເງິນກີບ, ແລະ ຄ່າຈ້າງງານທີ່ເພີ່ມຂື້ນພຽງເລັກຫນ້ອຍ ຍັງສືບຕໍ່ເປັນປັດໃຈຊຸກຍູ້ໃຫ້ປະຊາຊົນຫັນມາເຮັດອາຊີບທີ່ໃຫ້ຜົນຕອບແທນທີ່ສູງຂຶ້ນ. ແຮງງານຫຼາຍຄົນໄດ້ຫັນປ່ຽນຈາກການເຮັດວຽກໃນຂະແຫນງການບໍລິການໄປເຮັດວຽກ ໃນຂະແຫນງກະສິກຳ ແລະ ການຜະລິດ, ແຮງງານມີການຫັນຈາກການເປັນລູກຈ້າງ ຫຼື ການເຮັດວຽກຄອບຄົວທີ່ບໍ່ໄດ້ຮັບຄ່າຈ້າງ ມາເຮັດອາຊີບອິດສະຫຼະ. ໃນຂະນະດຽວກັນ, ກຳລັງແຮງງານທີ່ເປັນຜູ້ຍີງກໍເພີ່ມຂຶ້ນ. ຄອບຄົວ​ສ່ວນ​ຫຼາຍ​ເພີ່ມ​ທະວີ​ການ​ຜະລິດ​ອາຫານ​ຂອງ​ຕົນ​ເອງ​ເພື່ອ​ຮັບ​ມື​ກັບ​ລາຄາ​ອາຫານ​ທີ່​ເພີ່ມ​ຂຶ້ນ. ນອກນີ້ ຄົວເຮືອນ ມີການເພີ່ມການເອື່ອຍອີງໃສ່ການຊອກຫາອາຫານຈາກແຫຼ່ງທຳມະຊາດ(ລ່າສັດ, ເກັບອາຫານຈາກປ່າ). ຄົວເຮືອນທີ່ຫາລາຍໄດ້ເພີ່ມ ຫຼື ຊອກຫາເງິນກູ້ຈາກສະຖາບັນການເງິນມີຈຳານວນຫຼຸດລົງ. ແລະ ໜ້ອຍກວ່າ 3% ຂອງຄົວເຮືອນລາຍງານວ່າໄດ້ຮັບການຊ່ວຍເຫຼືອຈາກລັດຖະບານໃນການຮັບມື.

ທ່ານ Alex Kremer, ຜູ້ຈັດການທະນາຄານໂລກປະຈຳ ສປປ ລາວ ກ່າວວ່າ “ພວກເຮົາເຫັນຂ່າວດີບາງຢ່າງຈາກການສໍາຫຼວດຄັ້ງນີ້, ເຊັ່ນວ່າ ຄອບຄົວທີ່ຫຼຸດຜ່ອນການບໍລິໂພກອາຫານ ຫຼື ກິນອາຫານທີ່ມີລາຄາຖືກກວ່ານັ້ນ ມີຈໍານວນທີ່ຫຼຸດລົງ, ແຕ່ຈາກຜົນການສຳຫຼວດຍັງມີຄວາມໜ້າເປັນຫ່ວງ ເປັນຕົ້້ນແມ່ນ ປະມານ 63% ຂອງຄົວເຮືອນທີ່ມີລາຍໄດ້ຕໍ່າລາຍງານການຫຼຸດຜ່ອນການບໍລິໂພກອາຫານຂອງເຂົາເຈົ້າ, ແລະ ເກືອບທັງຫມົດຂອງຄອບຄົວທີ່ຖືກສໍາຫຼວດເວົ້າວ່າພວກເຂົາຫຼຸດຜ່ອນການບໍລິໂພກຊີ້ນແລະປາລົງ. ການຫຼຸດລົງຂອງທາດໂປຼຕີນນີ້ແມ່ນມີແນວໂນ້ມທີ່ຈະຂັດຂວາງຄວາມກ້າວຫນ້າທາງດ້ານໂພຊະນາການ ແລະ ການພັດທະນາເດັກໃນທົ່ວປະເທດລາວ.”

​ເຖິງແມ່ນ​ວ່າ​ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ​ຈະ​ໄດ້​ຮັບ​ການ​ປັບປຸງ​ໃນ​ຫຼາຍ​ຂົງ​ເຂດ​ທົ່ວ​ປະ​ເທດ, ​ແຕ່​ເກືອບ 1/3 ຂອງ​ຈໍານວນຄົວເຮຶອນ​ຍັງ​ບໍ່​ມີ​ອາຫານ​ພຽງພໍ, ​ແລະ ​ຄົວເຮືອນມີ​ຄວາມ​ກັງວົນ​ຕໍ່ກັບຄວາມໝັ້ນ​ດ້ານສະບຽງອາຫານ​ຫຼາຍຂື້ນ​ກວ່າ​ປີ​ກ່ອນ. ຜົນກະທົບຂອງອັດຕາເງິນເຟີ້ຕໍ່ການເຂົ້້າຮຽນ ແລະ ສຸຂະພາບແມ່ນສືບຕໍ່ຫຼຸດລົງ ແຕ່ຍັງມີນັຍສຳຄັນຄື: 31% ແລະ 34% ຂອງຄົວເຮືອນລາຍງານການຕັດຮອນການໃຊ້ຈ່າຍໃນການສຶກສາ ແລະ ສາທາລະນະສຸກເນື່ອງຈາກອັດຕາເງິນເຟີ້. ໃນເດືອນມິຖຸນາ 2024, 8% ຂອງເດັກທີ່ຢູ່ໃນຊ່ວງອາຍຸໄວຮຽນ ບໍ່ໄດ້ລົງທະບຽນເຂົ້າຮຽນ, ໃນນັ້ນ ຕົວເລກເພີ່ມຂື້ນ 11% ໃນຈໍານວນເດັກນ້ອຍທີ່ມາຈາກຄົວເຮືອນທີ່ມີລາຍໄດ້ຕໍ່າ. ປະມານ 82%  ຂອງຄົວເຮືອນ ໄດ້ຫຼຸດເງິນອອມລົງ, ເຊິ່ງ ການຫລຸດການອອມຂອງຄົວເຮືອນ ມີສັດສ່ວນເພີ່ມຂື້້ນ 12 % ຈາກ ເດືອນມັງກອນ 2024.

ທະນາຄານໂລກ ໄດ້ເລີ່ມການສຳຫຼວດໄວທາງໂທລະສັບ ເພື່ອຕິດຕາມສະຫວັດດີການຂອງຄົວເຮືອນຢູ່ ສປປ ລາວ ໃນໄລຍະການລະບາດຂອງພະຍາດໂຄວິດ-19. ການສຳຫຼວດຄັ້ງທຳອິດໄດ້ດຳເນີນໃນກາງປີ 2020. ຂໍ້​ມູນ​ສະ​ແດງ​ໃຫ້​ເຫັນ​ຜົນ​ກະ​ທົບ​ທາງ​ເສດ​ຖະ​ກິດ​ກ່ຽວ​ກັບ​ຄວາມ​ເປັນ​ຢູ່​ຂອງ​​ຄົວເຮືອນ. ການ​ສໍາ​ຫຼວດ​ດັ່ງ​ກ່າວ​ແມ່ນ​ໄດ້​ຮັບ​ທຶນ​ຈາກ​ລັດ​ຖະ​ບານ​ອົດ​ສະ​ຕາ​ລີ ແລະ​ສະ​ຫະ​ພາບ​ເອີ​ຣົບ​ໂດຍ​ຜ່ານ​ໂຄງ​ການ​ປະ​ຕິ​ຮູບ​ການ​ຄຸ້ມ​ຄອງ​ການ​ເງິນ​ສາ​ທາ​ລະ​ນະ​ຄັ້ງ​ທີ​ສາມ​ຂອງ ສປປ ລາວ.

ເລກທີ ບົດອອກຂ່າວ: 2025/011/EAP

ລາຍ​ຊື່

Aiden Glendinning
586 21 266278

Blogs

    loader image

WHAT'S NEW

    loader image