ຄາດວ່າຈະຕ່ຳກວ່າລະດັບການເຕີບໂຕກ່ອນໂຄວິດ ໃນປີ 2019 ແລະ ຄາດວ່າໃນປີ 2024 ກໍ່ຈະຍັງຄົງຕໍ່າກວ່າລະດັບກ່ອນໂຄວິດ ເນື່ອງຈາກການຂາດສະຖຽນລະພາບທາງດ້ານເສດຖະກິດມະຫາພາກ, ສີມືແຮງງານຕໍ່າ, ມີການເຄື່ອນຍ້າຍແຮງງານໄປເຮັດວຽກຢູ່ຕ່າງປະເທດ ແລະ ສະພາບແວດລ້ອມທາງທຸລະກິດທີ່ຍັງມີຄວາມທ້າທາຍ. ທະນາຄານໂລກກ່າວໃນ ບົດລາຍງານທີ່ໄດ້ເຜີຍແຜ່ ໃນວັນອັງຄານທີ່ຜ່ານມານີ້.
GDP ຂອງລາວຄາດວ່າຈະເຕີບໂຕໃນອັດຕາ 3,7% ໃນປີ 2023 ຂັບເຄື່ອນໂດຍການຟື້ນຕົວຂອງພາກການທ່ອງທ່ຽວ, ການຂົນສົ່ງ, ການຂົນສົ່ງສິນຄ້າ ແລະ ຂະແຫນງຂຸດຄົ້ນບໍ່ແຮ່ ອີງຕາມບົດລາຍງານເສດຖະກິດລາວ ປະຈໍາເດືອນ ເມສາ 2024, ໃນຫົວຂໍ້: ເລັ່ງການປະຕິຮູບເພື່ອຊຸກຍູ້ການຂະຫຍາຍຕົວ. ການລົງທຶນຈາກຕ່າງປະເທດເພີ່ມຂຶ້ນຢ່າງຫຼວງຫຼາຍ, ຕົ້ນຕໍແມ່ນໃນຂະແໜງໄຟຟ້າ ແລະ ການຂຸດຄົ້ນບໍ່ແຮ່, ໃນຂະນະດຽວກັນ ດ້ານງົບປະມານກໍ່ເຫັນວ່າການເກັບລາຍຮັບໄດ້ເພີ່ມຂຶ້ນ ໃນຂະນະທີ່ລາຍຈ່າຍພາກລັດກໍ່ໄດ້ເພີ່ມຂຶ້ນເຊັ່ນກັນ. ໃນປີ 2019, ການເຕີບໂຕແມ່ນຢູ່ທີ່ 5,5%.
ອັດຕາເງິນເຟີ້ສູງຢ່າງຕໍ່ເນື່ອງ ເຊິ່ງມີສາເຫດມາຈາກການອ່ອນຄ່າຂອງເງິນກີບ ແລະ ກໍ່ໄດ້ສົ່ງຜົນກະທົບຕໍ່ກຳລັງຊື້ ແລະຄວາມສາມາດໃນການຊົມໃຊ້. ໃນປີ 2023, ອັດຕາແລກປ່ຽນຂອງເງິນກີບທຽບໃສ່ເງິນໂດລາສະຫະລັດສະເລ່ຍຫມົດປີຫຼຸດລົງ 31% ທຽບກັບປີ 2022. ເນື່ອງຈາກ ສປປ ລາວ ເພິ່ງພາອາໄສການນໍາເຂົ້າສູງ, ເຮັດໃຫ້ການອ່ອນຄ່າຂອງເງິນກີບ ສົ່ງຜົນຕໍ່ການປ່ຽນແປງຂອງລາຄາພາຍໃນປະເທດ. ອັດຕາເງິນເຟີ້ລວມໂດຍສະເລ່ຍແມ່ນ 31% ໃນປີ 2023 ແລະ ຍັງສືບຕໍ່ສູງ, ໂດຍມີອົງປະກອບຕົ້ນຕໍຈາກການເພີ່ມຂຶ້ນຂອງລາຄາອາຫານ, ຂົນສົ່ງ, ໂຮງແຮມ ແລະ ຮ້ານອາຫານ.
ທ່ານ ອາເລັກ ເຄັມເມີ, ຫົວໜ້າຫ້ອງການທະນາຄານໂລກປະຈໍາ ສປປ ລາວ ໄດ້ກ່າວວ່າ : “ໃນຂະນະທີ່ລາຍຮັບສະເລ່ຍຂອງຄົວເຮືອນດີຂຶ້ນໃນປີ 2023, ແຕ່ເຫັນວ່າ: ປະມານໜຶ່ງສ່ວນສາມຂອງຄົວເຮືອນລາວ ໂດຍສະເພາະຄອບຄົວທີ່ມີລາຍໄດ້ຕໍ່າ ມີກໍາລັງຊື້ໜ້ອຍກວ່າອັດຕາເງິນເຟີ້. ນອກຈາກບົດລາຍງານນີ້ແລ້ວ ຍັງມີການສຳຫລວດຄົວເຮືອນທີ່ສະແດງໃຫ້ເຫັນວ່າ: ຫຼາຍກວ່າ 30% ຂອງຄົວເຮືອນໄດ້ຫຼຸດການໃຊ້ຈ່າຍດ້ານປິ່ນປົວສຸຂະພາບ ແລະ ການສຶກສາລົງ, ໃນຂະນະທີ່ຢູ່ໃນຕົວເມືອງທີ່ມີປະຊາກອນຈໍານວນໜຶ່ງ ປູກພືດຜັກກິນເອງ ແຕ່ຄວາມຫມັ້ນຄົງດ້ານສະບຽງອາຫານກຳລັງກາຍເປັນບັນຫາຫລາຍຂຶ້ນ”.
ໃນປີ 2024, ເສດຖະກິດຄາດວ່າຈະຂະຫຍາຍຕົວ 4%. ກິດຈະກຳດ້ານເສດຖະກິດຄາດວ່າຈະໄດ້ຮັບຜົນປະໂຫຍດຈາກການເຕີບໂຕດ້ານການບໍລິການຕື່ມອີກ, ບວກກັບການລົງທຶນໃນຂະແໜງໄຟຟ້າ ແລະ ບາງເຂດເສດຖະກິດພິເສດ. ເຖິງຢ່າງໃດກໍຕາມ, ເງິນກີບທີ່ອ່ອນຄ່າ ແລະ ອັດຕາເງິນເຟີ້ທີ່ສູງມີແນວໂນ້ມທີ່ຈະຍັງສືບຕໍ່ ເນື່ອງຈາກຂາດສະພາບຄ່ອງດ້ານເງິນຕາ ແລະ ມີຄວາມຕ້ອງການຊໍາລະໜີ້ສິນຕ່າງປະເທດທີ່ຍັງສູງຫຼາຍ.
ໃນລະຫວ່າງປີ 2020 ຫາປີ 2023 ໄດ້ມີການເລື່ອນຊຳລະຫນີ້ຕ່າງປະເທດທັງຕົ້ນທຶນແລະດອກເບ້ຍລວມ ປະມານ 2 ຕື້ໂດລາສະຫະລັດ (ປະມານ 15% ຂອງ GDP ໃນປີ 2023). ເຖິງຢ່າງໃດກໍຕາມ, ການຊຳລະໜີ້ສິນທີ່ຍັງເຫລືອຍັງຈະຕ້ອງການເງິນຕາຕ່າງປະເທດເປັນຈຳນວນຫຼວງຫຼາຍ ແລະ ການເຂົ້າເຖິງຕະຫຼາດທຶນສາກົນກໍ່ຫຼຸດໜ້ອຍຖອຍລົງຫລັງຈາກທີ່ຍັງບໍ່ສາມາດເຂົ້າເຖິງຕະຫຼາດພັນທະບັດຂອງໄທ. ມາດຕະການເພື່ອຊ່ວຍນຳລາຍຮັບເງິນຕາຕ່າງປະເທດຂອງຜູ້ສົ່ງອອກໃນຂະແຫນງ ບໍ່ແຮ່, ພະລັງງານ, ກະສິກຳ, ແລະ ການບໍລິການ ເຂົ້າມາ ສປປ ລາວ ແລະ ການຂາຍເງິນຕາດັ່ງກ່າວຈໍານວນຫນຶ່ງໃຫ້ລະບົບທະນາຄານ ອາດຈະຊ່ວຍນຳເງິນຕາຕ່າງປະເທດເຂົ້າສູ່ເສດຖະກິດໄດ້ໃນໄລຍະສັ້ນ, ແຕ່ອາດຈະຂາດປະສິດທິພາບໃນໄລຍະຍາວ ຖ້າຫາກລະບຽບການເຫຼົ່ານີ້ຫາກກະທົບຕໍ່ຄວາມຫມັ້ນໃຈຂອງນັກລົງທຶນໃນອະນາຄົດ.
ບົດລາຍງານດັ່ງກ່າວໄດ້ສະເໜີ 5 ບູລິມະສິດ ໃນການຟື້ນຟູສະຖຽນລະພາບຂອງເສດຖະກິດມະຫາພາກ: ການຄຸ້ມຄອງໜີ້ສິນ, ການລະດົມລາຍຮັບ, ການຄຸ້ມຄອງການລົງທຶນພາກລັດ, ສະຖຽນລະພາບຂອງຂະແໜງການເງິນ ແລະ ການປະຕິຮູບສະພາບແວດລ້ອມການດຳເນີນທຸລະກິດ. ນະໂຍບາຍດ້ານລາຍຮັບທີ່ໄດ້ປະກາດນຳໃຊ້ຫຼ້າສຸດ ຈະຊ່ວຍດຸ່ນດ່ຽງງົບປະມານຫລາຍຂຶ້້ນ, ແຕ່ການປະຕິຮູບໂດຍລວມຈໍາເປັນຕ້ອງດໍາເນີນໃນຈັງຫວະທີ່ເລັ່ງຂຶ້ນ.
ບົດລາຍງານສະບັບນີ້ປະກອບມີພາກທີສອງກ່ຽວກັບການສຶກສາ, ເຊິ່ງເຫັນວ່າ ການສະຫນອງທຶນງົບປະມານໃຫ້ຂະແຫນງການສຶກສາໄດ້ຫຼຸດລົງ ເຊິ່ງສະແດງອອກໃນການຫລຸດລົງ ຂອງງົບປະມານສໍາລັບການສຶກສາເຖິງ 38% ໃນປີ 2023 ທຽບກັບປີ 2013 ຫລັງຈາກຕັດເງີິນເຟີ້ແລ້ວ. ໃນຂະນະທີ່ທຶນມະນຸດ ແລະ ການສຶກສາແມ່ນພື້ນຖານອັນໜັກແໜ້ນຂອງການ ກ້າວໄປສູ່ການເຕີບໃຫຍ່ຂະຫຍາຍຕົວຢ່າງຍືນຍົງຂອງລາວ, ແຕ່ການສຶກສາຊັ້ນປະຖົມສໍາລັບທຸກຄົນແມ່ນບໍ່ກວມທັງໝົດໃນທົ່ວປະເທດຄື: ຈໍານວນເດັກນ້ອຍທີ່ປະລະການຮຽນນັບມື້ນັບເພີ່ມຂຶ້ນ ແລະ ເດັກນ້ອຍທີ່ຍັງເຂົ້າຮຽນພັດບໍ່ໄດ້ຮຽນຢ່າງມີປະສິດທິຜົນ. ບັນຫານີ້ມີຜົນກະທົບຕາມມາຕໍ່ລະດັບການສຶກສາໃນຊັ້ນຕໍ່ໆໄປ. ນັກຮຽນມັດທະຍົມໃນລາວສ່ວນຫຼາຍໄດ້ຄະແນນຕໍ່າກວ່າລະດັບທີ່ຄາດໄວ້, ໂດຍສະເພາະໃນວິຊາຄະນິດສາດ ແລະ ວິທະຍາສາດ. ຖ້າຫາກຕ້ອງການປັບປຸງຜົນການຮຽນ, ຂະແໜງການສຶກສາຕ້ອງໄດ້ຈັດສັນບູລິມະສິດຄືນໃໝ່ຢ່າງຮີບດ່ວນ ແລະ ເພີ່ມການຈັດສັນງົບປະມານໃຫ້ຫຼາຍຂຶ້ນ.
ອັດເດດທີ່ຜ່ານມາ: May 09,2024