Skip to Main Navigation
ບົດອອກຂ່າວ29 ມ.ສ. 2024

ບົດລາຍງານຈາກທະນາຄານໂລກກ່ຽວກັບສະພາບເສດຖະກິດຂອງ ສປປ ລາວ ກ່າວວ່າ: ການເຕີບໂຕຂອງເສດຖະກິດລາວຍັງປະເຊີນກັບສິ່ງທ້າທາຍ

ຄາດວ່າຈະຕ່ຳກວ່າລະດັບການເຕີບໂຕກ່ອນໂຄວິດ ໃນປີ 2019 ແລະ ຄາດວ່າໃນປີ 2024 ກໍ່ຈະຍັງຄົງຕໍ່າກວ່າລະດັບກ່ອນໂຄວິດ ເນື່ອງຈາກການຂາດສະຖຽນລະພາບທາງດ້ານເສດຖະກິດມະຫາພາກ, ສີມືແຮງງານຕໍ່າ, ມີການເຄື່ອນຍ້າຍແຮງງານໄປເຮັດວຽກຢູ່ຕ່າງປະເທດ ແລະ ສະພາບແວດລ້ອມທາງທຸລະກິດທີ່ຍັງມີຄວາມທ້າທາຍ. ທະນາຄານ​ໂລກ​ກ່າວ​ໃນ ​ບົດ​ລາຍ​ງານ​​ທີ່ໄດ້​ເຜີຍແຜ່ ​ໃນ​ວັນ​ອັງຄານ​ທີ່ຜ່ານມານີ້.

GDP ຂອງລາວຄາດວ່າຈະເຕີບໂຕໃນອັດຕາ 3,7% ໃນປີ 2023 ຂັບເຄື່ອນໂດຍການຟື້ນຕົວຂອງພາກການທ່ອງທ່ຽວ, ການຂົນສົ່ງ, ການຂົນສົ່ງສິນຄ້າ ແລະ ຂະແຫນງຂຸດຄົ້ນບໍ່ແຮ່ ອີງຕາມບົດລາຍງານເສດຖະກິດລາວ ປະຈໍາເດືອນ ເມສາ 2024, ໃນຫົວຂໍ້: ເລັ່ງການປະຕິຮູບເພື່ອຊຸກຍູ້ການຂະຫຍາຍຕົວ. ການລົງທຶນຈາກຕ່າງປະເທດເພີ່ມຂຶ້ນຢ່າງຫຼວງຫຼາຍ, ຕົ້ນຕໍແມ່ນໃນຂະແໜງໄຟຟ້າ ແລະ ການຂຸດຄົ້ນບໍ່ແຮ່, ໃນຂະນະດຽວກັນ ດ້ານງົບປະມານກໍ່ເຫັນວ່າການເກັບລາຍຮັບໄດ້ເພີ່ມຂຶ້ນ ໃນຂະນະທີ່ລາຍຈ່າຍພາກລັດກໍ່ໄດ້ເພີ່ມຂຶ້ນເຊັ່ນກັນ. ໃນປີ 2019, ການເຕີບໂຕແມ່ນຢູ່ທີ່ 5,5%.

ອັດຕາເງິນເຟີ້ສູງຢ່າງຕໍ່ເນື່ອງ ເຊິ່ງມີສາເຫດມາຈາກການອ່ອນຄ່າຂອງເງິນກີບ ແລະ ກໍ່ໄດ້ສົ່ງຜົນກະທົບຕໍ່ກຳລັງຊື້ ແລະຄວາມສາມາດໃນການຊົມໃຊ້. ໃນປີ 2023, ອັດຕາແລກປ່ຽນຂອງເງິນກີບທຽບໃສ່ເງິນໂດລາສະຫະລັດສະເລ່ຍຫມົດປີຫຼຸດລົງ 31% ທຽບກັບປີ 2022. ເນື່ອງຈາກ ສປປ ລາວ ເພິ່ງພາອາໄສການນໍາເຂົ້າສູງ, ເຮັດໃຫ້ການອ່ອນຄ່າຂອງເງິນກີບ ສົ່ງຜົນຕໍ່ການປ່ຽນແປງຂອງລາຄາພາຍໃນປະເທດ. ອັດຕາ​ເງິນ​ເຟີ້​ລວມ​ໂດຍ​ສະ​ເລ່ຍແມ່ນ 31% ​ໃນ​ປີ 2023 ​ແລະ ​ຍັງ​ສືບຕໍ່ສູງ, ໂດຍມີອົງປະກອບຕົ້ນຕໍຈາກການເພີ່ມຂຶ້ນຂອງ​ລາຄາ​ອາຫານ, ​ຂົນ​ສົ່ງ, ​ໂຮງ​ແຮມ ​ແລະ ​ຮ້ານ​ອາຫານ​.

ທ່ານ ອາເລັກ ເຄັມເມີ, ຫົວໜ້າຫ້ອງການທະນາຄານໂລກປະຈໍາ ສປປ ລາວ ໄດ້ກ່າວວ່າ : “ໃນຂະນະທີ່ລາຍຮັບສະເລ່ຍຂອງຄົວເຮືອນດີຂຶ້ນໃນປີ 2023, ແຕ່ເຫັນວ່າ: ປະມານໜຶ່ງສ່ວນສາມຂອງຄົວເຮືອນລາວ ໂດຍສະເພາະຄອບຄົວທີ່ມີລາຍໄດ້ຕໍ່າ ມີກໍາລັງຊື້ໜ້ອຍກວ່າອັດຕາເງິນເຟີ້. ນອກຈາກບົດລາຍງານນີ້ແລ້ວ ຍັງມີການສຳຫລວດຄົວເຮືອນທີ່ສະແດງໃຫ້ເຫັນວ່າ: ຫຼາຍກວ່າ 30% ຂອງຄົວເຮືອນໄດ້ຫຼຸດການໃຊ້ຈ່າຍດ້ານປິ່ນປົວສຸຂະພາບ ແລະ ການສຶກສາລົງ, ໃນຂະນະທີ່ຢູ່ໃນຕົວເມືອງທີ່ມີປະຊາກອນຈໍານວນໜຶ່ງ ປູກພືດຜັກກິນເອງ ແຕ່ຄວາມຫມັ້ນຄົງດ້ານສະບຽງອາຫານກຳລັງກາຍເປັນບັນຫາຫລາຍຂຶ້ນ”.

ໃນປີ 2024, ເສດຖະກິດຄາດ​ວ່າ​ຈະຂະຫຍາຍຕົວ 4%. ກິດຈະກຳດ້ານເສດຖະກິດ​ຄາດ​ວ່າ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ການ​ເຕີບ​ໂຕ​ດ້ານ​ການ​ບໍລິການ​ຕື່ມ​ອີກ, ບວກ​ກັບ​ການ​ລົງທຶນ​ໃນ​ຂະ​ແໜງ​ໄຟຟ້າ​ ແລະ ​ບາງ​ເຂດ​ເສດຖະກິດ​ພິ​ເສດ. ເຖິງຢ່າງໃດກໍຕາມ, ເງິນກີບທີ່ອ່ອນຄ່າ ແລະ ອັດຕາເງິນເຟີ້ທີ່ສູງມີແນວໂນ້ມທີ່ຈະຍັງສືບຕໍ່ ເນື່ອງຈາກຂາດສະພາບຄ່ອງດ້ານເງິນຕາ ແລະ ມີຄວາມຕ້ອງການຊໍາລະໜີ້ສິນຕ່າງປະເທດທີ່ຍັງສູງຫຼາຍ.

​ໃນ​ລະຫວ່າງ​ປີ 2020 ຫາ​ປີ 2023 ໄດ້ມີການເລື່ອນຊຳລະຫນີ້ຕ່າງປະເທດທັງຕົ້ນທຶນແລະດອກເບ້ຍລວມ ປະມານ 2 ຕື້​ໂດ​ລາ​ສະຫະລັດ (ປະມານ 15% ຂອງ GDP ​ໃນ​​ປີ 2023). ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ການ​ຊຳລະ​ໜີ້​ສິນ​ທີ່ຍັງເຫລືອຍັງ​ຈະ​ຕ້ອງການ​ເງິນຕາ​ຕ່າງປະ​ເທດ​ເປັນ​ຈຳນວນ​ຫຼວງ​ຫຼາຍ ​ແລະ ການ​ເຂົ້າ​ເຖິງ​ຕະຫຼາດ​ທຶນ​ສາກົນ​ກໍ່ຫຼຸດໜ້ອຍຖອຍ​ລົງຫລັງຈາກທີ່ຍັງບໍ່ສາມາດເຂົ້າ​ເຖິງ​ຕະຫຼາດ​ພັນທະບັດ​ຂອງ​ໄທ. ມາດຕະການເພື່ອຊ່ວຍນຳລາຍຮັບເງິນຕາຕ່າງປະເທດຂອງຜູ້ສົ່ງອອກໃນຂະແຫນງ ບໍ່​ແຮ່, ພະລັງງານ, ກະສິກຳ, ​ແລະ ການ​ບໍລິການ ເຂົ້າມາ ສປປ ລາວ ແລະ ການຂາຍເງິນຕາດັ່ງກ່າວຈໍານວນຫນຶ່ງໃຫ້ລະບົບທະນາຄານ ອາດ​ຈະຊ່ວຍ​ນຳ​ເງິນຕາ​ຕ່າງປະ​ເທດ​ເຂົ້າ​ສູ່​ເສດຖະກິດ​ໄດ້ໃນ​ໄລຍະ​ສັ້ນ, ​ແຕ່​ອາດ​ຈະຂາດປະສິດທິພາບໃນໄລຍະຍາວ ຖ້າ​ຫາກລະບຽບການເຫຼົ່ານີ້ຫາກກະທົບຕໍ່ຄວາມຫມັ້ນໃຈຂອງນັກລົງທຶນໃນ​ອະນາຄົດ.

ບົດ​ລາຍ​ງານດັ່ງກ່າວໄດ້ສະເໜີ 5 ບູລິມະສິດ ໃນການ​ຟື້ນ​ຟູ​ສະຖຽນລະພາບ​ຂອງ​ເສດຖະກິດ​ມະຫາ​ພາກ: ການ​ຄຸ້ມ​ຄອງ​ໜີ້​ສິນ, ການ​ລະດົມ​ລາຍ​ຮັບ, ການ​ຄຸ້ມ​ຄອງ​ການ​ລົງທຶນ​ພາກ​ລັດ, ສະຖຽນ​ລະ​ພາບ​ຂອງ​ຂະ​ແໜງ​ການ​ເງິນ ແລະ ການ​ປະຕິ​ຮູບ​ສະພາບ​ແວດ​ລ້ອມ​​ການ​ດຳ​ເນີນ​ທຸລະ​ກິດ. ນະໂຍບາຍດ້ານລາຍຮັບທີ່ໄດ້ປະກາດນຳໃຊ້ຫຼ້າສຸດ ຈະຊ່ວຍດຸ່ນດ່ຽງງົບປະມານຫລາຍຂຶ້້ນ, ແຕ່ການປະຕິຮູບໂດຍລວມຈໍາເປັນຕ້ອງດໍາເນີນໃນຈັງຫວະທີ່ເລັ່ງຂຶ້ນ.

ບົດລາຍງານສະບັບນີ້ປະກອບມີພາກທີສອງກ່ຽວກັບການສຶກສາ, ເຊິ່ງເຫັນວ່າ ການສະຫນອງທຶນງົບປະມານໃຫ້ຂະແຫນງການສຶກສາໄດ້ຫຼຸດລົງ ເຊິ່ງສະແດງອອກໃນການຫລຸດລົງ ຂອງງົບປະມານສໍາລັບການສຶກສາເຖິງ 38% ໃນປີ 2023 ທຽບກັບປີ 2013 ຫລັງຈາກຕັດເງີິນເຟີ້ແລ້ວ. ໃນຂະນະທີ່ທຶນມະນຸດ ແລະ ການສຶກສາແມ່ນພື້ນຖານອັນໜັກແໜ້ນຂອງການ ກ້າວໄປສູ່ການເຕີບໃຫຍ່ຂະຫຍາຍຕົວຢ່າງຍືນຍົງຂອງລາວ, ແຕ່ການສຶກສາຊັ້ນປະຖົມສໍາລັບທຸກຄົນແມ່ນບໍ່ກວມທັງໝົດໃນທົ່ວປະເທດຄື: ຈໍານວນເດັກນ້ອຍທີ່ປະລະການຮຽນນັບມື້ນັບເພີ່ມຂຶ້ນ ແລະ ເດັກນ້ອຍທີ່ຍັງເຂົ້າຮຽນພັດບໍ່ໄດ້ຮຽນຢ່າງມີປະສິດທິຜົນ. ບັນຫານີ້ມີຜົນກະທົບຕາມມາຕໍ່ລະດັບການສຶກສາໃນຊັ້ນຕໍ່ໆໄປ. ນັກຮຽນມັດທະຍົມໃນລາວສ່ວນຫຼາຍໄດ້ຄະແນນຕໍ່າກວ່າລະດັບທີ່ຄາດໄວ້, ໂດຍສະເພາະໃນວິຊາຄະນິດສາດ ແລະ ວິທະຍາສາດ. ຖ້າ​ຫາກ​ຕ້ອງການປັບປຸງ​ຜົນ​ການ​ຮຽນ, ຂະ​ແໜງ​ການ​ສຶກ​ສາ​ຕ້ອງ​ໄດ້​ຈັດ​ສັນ​ບູ​ລິ​ມະ​ສິດ​ຄືນ​ໃໝ່​ຢ່າງ​ຮີບ​ດ່ວນ ແລະ ເພີ່ມ​​ການ​ຈັດ​ສັນ​ງົບ​ປະ​ມານໃຫ້ຫຼາຍຂຶ້ນ.

ອັດເດດທີ່ຜ່ານມາ: May 09,2024

ເລກທີ ບົດອອກຂ່າວ: 2024/055/EAP

ລາຍ​ຊື່

ວໍຊິງຕັນ ດີຊີ
Mark Felsenthal
Senior External Affairs Officer
+1 (202) 602-9673
ນະຄອນຫຼວງວຽງຈັນ
Aiden Glendinning
External Affairs Officer
+856 21 266278

Blogs

    loader image

WHAT'S NEW

    loader image