ທ່ານນາງ Pamela Cox ຍອ້ງຍໍຊົມເຊີຍ ປະຊາຊົນລາວ ຕໍ່ຜົນສໍາເລັດດ້ານການພັດທະນາທີ່ຍາດມາໄດ້
ນະຄອນຫຼວງວຽງຈັນ, ວັນທີ 27, 2012 - ທ່ານນາງ Pamela Cox, ຮອງປະທານທະນາຄານໂລກ ປະຈໍາພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ໄດ້ສະແດງຄວາມຍ້ອງຍໍ ສປປ ລາວ ຕໍ່ການເຕີບໂຕທາງດ້ານເສດຖະກິດທີ່ເຂັ້ມແຂງ ແລະ ຕໍ່ຜົນສໍາເລັດ ໃນວຽກງງານຫຼຸດຜ່ອນຄວາມທຸກຍາກ. ທ່ານນາງ Cox, ມີປະສົບການດ້ານການພັດທະນາ ໃນລະດັບໂລກ ມາຫຼາຍກວ່າ 30 ປີ, ໄດ້ເຂົ້າຍ້ຽມຂໍານັບ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ເຂົ້າພົບປະກັບລັດຖະມົນຕີອາວຸໂສ, ຄູ່ຮ່ວມພັດທະນາ, ພາກສ່ວນເອກະຊົນ, ອົງການຈັດຕັ້ງສັງຄົມ ແລະ ຊື່ມວນຊົນ.
ທ່ານນາງ Cox ໄດ້ກ່າວຄວາມຂອບໃຈມາຍັງ ທ່ານ ນາຍົກລັດຖະມົນຕີ ທອງສິງ ທໍາມະວົງ ຕໍ່ສາຍພົວພັນອັນແໜ້ນແຝ້ນ ແລະ ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດອັນໃຫຍ່ຫຼວງທີ່ຍາດມາໄດ້.
ທ່ານນາງ Pamela Cox ໄດ້ກ່າວວ່າ “ການພັດທະນາຢູ່ ສປປ ລາວ ຖືໄດ້ວ່າ ເປັນການພັດທະນາທີ່ປະສົບຜົນສໍາເລັດ ເຊິ່ງຄຽງຄູໄປກັບການເຕີບໂຕທາງດ້ານເສດຖະກິດ ແລະ ການຫຼຸດຜ່ອນຄວາມທຸກຍາກ ແບບຍືນຍົງ ໃນໄລຍະ ທົດສະວັດທີ່ຜ່ານມາ. ນັ້ນກໍເປັນຜົນອັນເນື່ອງມາຈາກ ການເຕີບໂຕຂອງຂະແໜງຊັບພະຍາກອນທໍາມະຊາດ ແລະ ການລົງທຶນຈາກຕ່າງປະເທດ. ໃນບາດກ້າວຕໍ່ໄປ, ການສືບຕໍ່ຄຸ້ມຄອງຊັບພະຍາກອນດັ່ງກ່າວ ແລະ ການແບ່ງປັນຜົນປະໂຫຍດໃຫ້ແກ່ປະຊາຊົນໃນທົ່ວປະເທດ ແມ່ນວຽກງານທີ່ສໍາຄັນທີ່ສຸດ”. ທ່ານໄດ້ກ່າວຕື່ມອີກວ່າ, “ທະນາຄານໂລກ ໄດ້ພັດທະນາສາຍພົວພັນອັນດີງາມ ກັບລັດຖະບານ ແຫ່ງ ສປປ ລາວ ໃນໄລຍະ 50 ປີທີ່ຜ່ານມາ ແລະ ພວກເຮົາກໍມີຄວາມຕັ້ງໜ້າ ທີ່ຈະສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ແກ່ອົງກອນລັດ ເພື່ອການພັດທະນາແບບຍືນຍົງ ແລະ ທົ່ວເຖິງ.”
ຍຸດທະສາດຮ່ວມພັດທະນາປະເທດ 2012-2016 ສະບັບໃໝ່ ລະຫວ່າງ ລັດຖະບານລາວ ແລະ ກຸ່ມທະນາຄານໂລກ ຈະເປັນພື້ນຖານອັນສໍາຄັນ ໃນການຜັກດັນ ການພັດທະນາ ໃຫ້ມີຄວາມທົ່ວເຖິງ ແລະ ຍືນຍົງ. ຍຸດທະສາດດັ່ງກ່າວ ແມ່ນແນໃສ່ການສະໜັບສະໜູນ ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ່ 7 ຂອງລັດຖະບານ.
ຍຸດທະສາດຮ່ວມພັດທະນາປະເທດ ມີຈຸດປະສົງເພື່ອເສີມສ້າງ ຄວາມອາດສາມາດໃນການແຂງຂັນທາງດ້ານເສດຖະກິດ ແລະ ການເຊື່ອມໂຍງ, ເສີມສ້າງຄວາມອາດສາມາດໃນການຄຸ້ມຄອງຊັບພະຍາກອນທໍາມະຊາດແບບຍືນຍົງ, ສົ່ງເສີມການພັດທະນາແບບທົ່ວເຖິງ, ໂດຍກວມເອົາວຽກງານທີ່ກວມລວມເອົາຫຼາຍຂະແໜງການ ເພື່ອສ້າງຄວາມອາດສາມາດຂອງພາກລັດໃນການຄຸ້ມຄອງ.
ໃນລະຫວ່າງການມາຍ້ຽມຍາມ ຂອງທ່ານໃນຄັ້ງນີ້, ທ່ານນາງ Cox ໄດ້ໄປຍ້ຽມຍາມໂຄງການນໍ້າຕົກໄຟຟ້ານໍ້າເທີນ 2 (NT2) ທີ່ ເມືອງນາກາຍ, ແຂວງຄໍາມ່ວນ, ເຊິ່ງການກໍ່ສ້າງ ໂຄງການດັ່ງກ່າວແມ່ນໄດ້ຮັບການສະໜັບສະໜູນຈາກ ກຸ່ມທະນາຄານໂລກ. ໃນການໄປຍ້ຽມຍາມໂຄງການນໍ້າເທີນ 2 ໃນຄັ້ງນີ້, ທ່ານຍັງໄດ້ພົບປະກັບອໍານາດການປົກຄອງທ້ອງຖິ່ນ ແລະ ຜູ້ໄດ້ຮັບຜົນປະໂຫຍດຈາກໂຄງການ.
“ໂຄງການນໍ້າເທີນ 2 ໄດ້ກາຍເປັນໂຄງການທີ່ປ່ຽນແປງ ສປປ ລາວ. ໂຄງການດັ່ງກ່າວ ໄດ້ຊ່ວຍເຫຼືອໃນການຫຼຸດຜ່ອນຄວາມທຸກຍາກ ແລະ ຍັງໄດ້ຊ່ວຍໃນການນໍາເອົາຜົນປະໂຫຍດຕ່າງໆ ມາສູ່ປະຊາຊົນ ລວມເຖິງ ການສຶກສາ, ການບໍລິການດ້ານສາທາລະນະສຸກ ແລະ ສິ່ງແວດລ້ອມ ທີ່ດີກວ່າ.” ທ່ານຍັງໄດ້ກ່າວຕື່ມອີກວ່າ: “ສປປ ລາວ ແລະ ຄູ່ຮ່ວມງພັດທະນາ ໄດ້ສະແດງໃຫ້ເຫັນເຖິງ ການພັດທະນາໄຟຟ້ານໍ້າຕົກ ທີ່ມີຄວາມຍືນຍົງທາງດ້ານເສດຖະກິດ, ສິ່ງແວດລ້ອມ ແລະ ສັງຄົມ ເຊິ່ງໄດ້ນໍາເອົາຜົນປະໂຫຍດມາໃຫ້ແກ່ປະຊາຊົນ.”
ທ່ານນາງ Cox ເຄີຍເປັນອະດີດຮອງປະທານທະນາຄານໂລກ ປະຈໍາພາກພື້ນອາເມລິກາ ລາຕິນ ແລະ ກາຣິບຽນ ເຊິ່ງທ່ານໄດ້ເປັນຜູ້ນໍາ ໃນການສົ່ງເສີມການເຕີບໂຕແບບທົ່ວເຖິງ ໃນປະເທດເສດຖະກິດເກີດໃໝ່, ສະໜັບສະໜູນການໃຫ້ບໍລິການ ທາງດ້ານການເງິນ ແລະ ຄວາມຮູ້ ທີ່ມີຄວາມສ້າງສັນ ແລະ ສາມາດຈັດຕັ້ງປະຕິບັດໄດ້ ເພື່ອໃຫ້ສາມາດບັນລຸຕາມຄວາມຕ້ອງການດ້ານການພັດທະນາຂອງປະເທດ.
ໃນຖານະທີ່ທ່ານເປັນຮອງປະທານທະນາຄານໂລກ, ທ່ານນາງ Cox ຍັງເປັນຜູ້ບໍລິຫານຄຸ້ມຄອງ ພະນັກງານຫຼາຍກວ່າ 1,000 ຄົນ ທີ່ປະຕິບັດວຽກງານໃນ 22 ປະເທດ ແລະ ຢູ່ທີ່ ວໍຊິງຕັນ ດີຊີ ແລະ ທ່ານຍັງເປັນຜູ້ບໍລິຫານ ໂຄງການລົງທຶນຕ່າງໆ ທີ່ມີມູນຄ່າຫຼາຍກວ່າ 30 ຕື້ໂດລາ ສະຫະລັດ.