ການໝູນໃຊ້ ທີ່ຕັ້ງທາງຍຸດທະສາດ ແລະ ຄວາມອຸດົມຮັ່ງມີທາງທຳມະຊາດ ໃຫ້ເກີດປະໂຫຍດສູງທີ່ສຸດ ເພື່ອການເຕີບໂຕແບບສົມບູນ ແລະ ຍືນຍົງ
ຂໍ້ຈຳກັດຂອງຮູບແບບການເຕີບໂຕ ຂອງ ສປປ ລາວ ເຫັນໄດ້ຊັດເຈນຂຶ້ນ
1. ພາຍຫຼັງການເຕີບໂຕດ້ານເສດຖະກິດ ແລະ ການພັດທະນາໃນລະດັບສູງຕະຫຼອດສອງທົດສະຫວັດຜ່ານມາ, ຂໍ້ຈຳກັດຈຳນວນໜຶ່ງ ຂອງຮູບແບບການເຕີບໂຕຂອງ ສປປ ລາວ ໄດ້ສະແດງອອກຢ່າງຊັດເຈນຂຶ້ນ. ນັບຕັ້ງແຕ່ປີ 2000 ເປັນຕົ້ນມາ, ປະເທດລາວໄດ້ເປັນໜຶ່ງໃນປະເທດທີ່ມີການເຕີບໂຕທາງເສດຖະກິດທີ່ໄວທີ່ສຸດໃນໂລກ ໂດຍມີອັດຕາການເຕີບໂຕສະເລ່ຍຕໍ່ປີປະມານ 7 ສ່ວນຮ້ອຍ ເຊິ່ງຂັບເຄື່ອນຫຼັກໆໂດຍຂະແໜງການຊັບພະຍາກອນທີ່ເນັ້ນໃສ່ການນຳໃຊ້ທຶນສູງ (ບໍ່ແຮ່ ແລະ ພະລັງງານໄຟຟ້ານ້ຳຕົກ) ແລະ ໄດ້ຮັບສະໜັບສະໜູນຈາກການພັດທະນາພື້ນຖານໂຄງລ່າງ. ແຕ່ວ່າ, ປັດໄຈຂັບເຄື່ອນຂອງການເຕີບໂຕນັ້ນ ຍັງບໍ່ສົມບູນພໍ. ການເຕີບໂຕຂອງລວມຍອດຜະລິດຕະພັນພາຍໃນ (GDP) ທີ່ເຂັ້ມແຂງ ບໍ່ໄດ້ສ້າງວຽກເຮັດງານທຳໄດ້ຫຼາຍເທົ່າທີ່ຄາດການໄວ້. ລະດັບຄວາມທຸກຍາກໄດ້ຫຼຸດລົງ ແຕ່ຈັງຫວະການຫຼຸດລົງ ພັດຊັກຊ້າກວ່າປະເທດເສດຖະກິດອື່ນໆໃນພາກພື້ນທີ່ມີການຂະຫຍາຍໂຕໄວ. ຍິ່ງໄປກວ່ານັ້ນ, ການເຕີບໂຕນີ້ ແມ່ນບໍ່ມີຄວາມຍືນຍົງໃນດ້ານສິ່ງແວດລ້ອມ. ທຶນຮອນທາງດ້ານທຳມະຊາດທີ່ມີຢູ່ ໄດ້ຫລຸດໜ້ອຍຖອຍລົງ ເຖິງແມ່ນວ່າຈະຢູ່ໃນອັດຕາທີ່ຊ້າລົງຕັ້ງແຕ່ປີ 2015 ເປັນຕົ້ນມາກໍ່ຕາມ, ແຕ່ ປ່າໄມ້ກໍຄືຊັບພະຍາກອນນ້ຳຂອງປະເທດ ກໍຍັງມີຄວາມສ່ຽງຢູ່.
2. ການເອື່ອຍອີງໃສ່ຊັບພະຍາກອນທຳມະຊາດທີ່ມີມາເລື້ອຍໆ ໄດ້ນຳໄປສູ່ຄວາມບອບບາງຂອງເສດຖະກິດມະຫາພາກຢ່າງມະຫາສານ. ໜີ້ສິນລັດໄດ້ເພີ່ມສູງຂຶ້ນໄປເຖິງລະດັບວິກິດ ເປັນ 20 ສ່ວນຮ້ອຍ ຂອງ GDP ນັບແຕ່ປີ 2010 ເປັນຕົ້ນມາ, ເນື່ອງຈາກອັດຕາການເກັບລາຍຮັບທີ່ຕ່ຳ ແລະ ການລົງທຶນໃສ່ຂະແໜງການໄຟຟ້າຈາກເງິນກູ້ຢືມ. ມາຮອດປີ 2017, ການສົ່ງອອກຊັບພະຍາກອນ ແລະ ການນຳເຂົ້າທຶນທີ່ກ່ຽວຂ້ອງນັ້ນ ກໍໄດ້ແຂງຄ່າເງິນກີບຂຶ້ນ ບວກກັບຄ່າແຮງງານທີ່ສູງຂຶ້ນ ນັ້ນໄດ້ບັນທອນການແຂ່ງຂັນຂອງຂະແໜງການສົ່ງອອກສິນຄ້າທີ່ບໍ່ແມ່ນຊັບພະຍາກອນ ກໍຄື ເຮັດໃຫ້ການເຕີບໂຕໃນຂະແໜງດັ່ງກ່າວນັ້ນຊ້າລົງ. ການລົງທຶນຂອງລັດໃນຂະແໜງບໍ່ແຮ່ ແລະ ພະລັງງານໄຟຟ້າ ນັ້ນໄດ້ຫລຸດຜ່ອນກຳລັງແຮງທາງດ້ານການເງິນຂອງລັດ ແລະ ເຫຼືອໜ້ອຍສຳລັບການລົງທຶນໃສ່ຂະແໜງການກະສິກຳ, ການສຶກສາ, ການບໍລິການສຸຂະພາບ, ແລະ ການບໍລິການພາກລັດອື່ນໆ ເຊິ່ງຄາດວ່າຈະໃຫ້ຜົນຕອບແທນໄລຍະຍາວຜ່ານສັກກະຍະພາບຂອງແຮງງານທີ່ເພີ່ມສູງຂຶ້ນ. ການແຜ່ລະບາດຂອງພະຍາດ COVID-19 ໄດ້ເພີ່ມຄວາມກົດດັນທາງດ້ານເສດຖະກິດ ແລະ ການເງິນ ໃຫ້ໜັກຂຶ້ນ. ໃນປີ 2020 ປະເທດລາວໄດ້ບັນທຶກ ການເຕີບໂຕຂອງ GDP ທີ່ຕ່ຳທີ່ສຸດ ເປັນຄັ້ງທຳອິດໃນຮອບສາມທົດສະຫວັດຜ່ານມາ ແລະ ຍັງປະເຊີນກັບຄວາມສ່ຽງ ທີ່ວ່າຄວາມຄືບໜ້າໃນການຫລຸດຜ່ອນຄວາມທຸກຍາກທີ່ບັນລຸໄດ້ໃນໄລຍະຜ່ານມາ ຈະປີ້ນກັບຄືນ ໂດຍສະເພາະສຳລັບແມ່ຍິງ ແລະ ຄົວເຮືອນທຸກຍາກໃນຊົນນະບົດ.
ສິ່ງທີ່ແຕກຕ່າງຈາກປະເທດອື່ນໆທີ່ບໍ່ມີຊາຍແດນຕິດກັບທະເລ ແມ່ນຊັບສິນທາງທຳມະຊາດ ແລະ ສະຖານທີ່ຕັ້ງຂອງ ສປປ ລາວ ເປັນທ່າແຮງບົ່ມຊ້ອນທີ່ສຳຄັນ ສຳລັບຮູບແບບຂອງການເຕີບໂຕທີ່ສົມບູນ ແລະ ຍືນຍົງກວ່າເກົ່າ
3. ໃນຂະນະທີ່ ສປປ ລາວ ເປັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ທີ່ມີຄ່າຂົນສົ່ງສູງ, ຈຸດນີ້ອາດປ່ຽນແປງໃນໄວໆນີ້ ຍ້ອນໂຄງການທາງລົດໄຟ ແລະ ພື້ນຖານໂຄງລ່າງຕ່າງໆ. ສປປ ລາວ ມີຄວາມໄດ້ປຽບທີ່ເປັນຕາອິດສາ ຍ້ອນມີຄວາມອຸດົມຮັ່ງມີທາງທຳມະຊາດ, ມີປະຊາກອນໜຸ່ມນ້ອຍ ແລະ ມີທີ່ຕັ້ງທາງຍຸດທະສາດ. ສປປ ລາວ ມີທຶນຮອນທາງທຳມະຊາດມະຫາສານ ລວມທັງ ຄວາມອຸດົມສົມບູນຂອງປ່າໄມ້, ຊີວະນາໆພັນ, ແຮ່ທາດ ແລະ ປະເພດດິນດອນຕ່ອນຫຍ້າຕ່າງໆ ກໍຄື ການເຂົ້າເຖິງນ້ຳ. ມັນໄດ້ສະແດງໃຫ້ເຫັນຢ່າງຊັດເຈນວ່າ ມູນຄ່າປັດຈຸບັນຂອງຜົນປະໂຫຍດທີ່ຈະໄດ້ຮັບໃນອະນາຄົດຈາກການປົກປັກຮັກສາສິ່ງແວດລ້ອມນັ້ນ ແມ່ນສູງກວ່າຫຼາຍ ຖ້າສົມທຽບໃສ່ ການຂຸດຄົ້ນຊັບພະຍາກອນແບບບໍ່ມີການຄວບຄຸມ. ຖ້າມີການຂຸດຄົ້ນຢ່າງຍືນຍົງ ແລະ ໃນຈັງຫວະທີ່ຊ້າລົງ, ຊັບພະຍາກອນທຳມະຊາດ ກໍຍັງຈະສາມາດເປັນຕົວຂັບເຄື່ອນທີ່ເຂັ້ມແຂງສຳລັບການເຕີບໂຕແບບສົມບູນໃນໄລຍະຍາວ. ສປປ ລາວ ເປັນໜຶ່ງໃນປະເທດທີ່ມີປະຊາກອນໜຸ່ມທີ່ສຸດໃນພາກພື້ນ, ຊຶ່ງມີທ່າແຮງ ທີ່ຈະໄດ້ຮັບຄ່າປັນຜົນດ້ານປະຊາກອນທີ່ສູງຂຶ້ນ ໃນທົດສະຫວັດຕໍ່ໜ້າ.
4. ທີ່ຕັ້ງທາງພູມສາດຂອງ ສປປ ລາວ ໂດຍມີປະເທດເພື່ອນບ້ານທີ່ມີການເຕີບໂຕດ້ານເສດຖະກິດໄວທີ່ສຸດໃນໂລກ ກໍເປັນຊັບສິນສຳຄັນ. ການຄ້າກັບປະເທດເຫຼົ່ານີ້ ແລະ ການລົງທຶນຈາກປະເທດເຫຼົ່ານີ້ສາມາດຂັບເຄື່ອນການເຕີບໂຕໂດຍລວມຂອງ ສປປ ລາວໄດ້ ໄປຄຽງຄູ່ກັບ ການຫັນປ່ຽນເສດຖະກິດຈາກການຂຸດຄົ້ນ ແລະ ພະລັງງານໄຟຟ້າ ຫຼື ພະລັງງານຖ່ານຫີນ ໄປເປັນເສດຖະກິດທີ່ມີຄວາມຫຼາກຫຼາຍຂຶ້ນ. ສປປ ລາວ ມີຊາຍແດນຕິດກັບຫ້າປະເທດ ທີ່ກວມເອົາ 17 ສ່ວນຮ້ອຍຂອງ GDP ໂລກ ແລະ ມີປະຊາກອນຫຼາຍກວ່າໜຶ່ງສ່ວນຫ້າຂອງປະຊາກອນໂລກ. ສ່ວນໃຫຍ່ແມ່ນປະເທດທີ່ຮັ່ງມີ, ມີລະບົບການຄ້າເປີດ, ຕະຫຼາດຂະຫຍາຍໂຕ ແລະ ຕ້ອງການແຮງງານ ແລະ ສິນຄ້າ ພ້ອມນີ້ຍັງໄດ້ເຂົ້າຮ່ວມໃນຕ່ອງໂສ້ມູນຄ່າໂລກ (global value chains ຫຼື GVCs). ນັ້ນໝາຍຄວາມວ່າ ປະເທດເຫຼົ່ານີ້ມີຄວາມຕ້ອງການຕໍ່ ການສົ່ງອອກຂອງ ສປປ ລາວ, ບວກກັບເປັນແຫຼ່ງນຳເຂົ້າທີ່ຖືກ ໄປຄຽງຄູ່ກັບ ໂອກາດເຂົ້າຮ່ວມຕ່ອງໂສ້ມູນຄ່າໂລກ ແລະ ດຶງດູດການລົງທຶນຈາກຕ່າງປະເທດ ແມ່ນຢູ່ຕໍ່ໜ້າບ້ານແລ້ວ. ດ້ວຍເຫດຜົນເຫຼົ່ານັ້ນ ສປປ ລາວ ຈຶ່ງສາມາດມີສ່ວນຮ່ວມໃນຕ່ອງໂສ້ມູນຄ່າກັບສາກົນ ໂດຍ ປ່ອຍໃຫ້ຕະຫຼາດຕາມທີ່ຕັ້ງເປັນຕົວຂັບເຄື່ອນໃຫ້ເກີດຂຶ້ນ. ມາຮອດປັດຈຸບັນ ໄດ້ມີຫຼັກຖານຊີ້ແຈງວ່າ ຄວາມຄືບໜ້າພວມໄປໃນທິດທາງດັ່ງກ່າວນີ້. ຕົວຢ່າງ: ໃນບໍ່ດົນມານີ້ ການລົງທຶນ ໃນຂະແໜງການປຸງແຕ່ງເພື່ອສົ່ງອອກຢູ່ເຂດເສດຖະກິດພິເສດ ໄດ້ເອື້ອອຳນວຍໃຫ້ແກ່ການສົ່ງອອກໃນຂະແໜງການໄຟຟ້າ, ໂທລະຄົມມະນາຄົມ, ແລະ ອຸປະກອນໄຟຟ້າ ກໍຄື ອຸດສາຫະກຳອາຫານ.
ແຕ່ວ່າ ສປປ ລາວ ເປັນປະເທດທີ່ມີນະໂຍບາຍປິດ ຫຼາຍກວ່າ ເປັນປະເທດທີ່ມີແຜ່ນດິນປິດບໍ່ຕິດຈອດກັບທະເລ: ບັນຫານີ້ຕ້ອງໄດ້ຮັບການປ່ຽນແປງ ເພື່ອໃຫ້ປະເທດຊາດໄດ້ຮັບຜົນປະໂຫຍດສູງທີ່ສຸດຈາກການນຳໃຊ້ທ່າແຮງບົ່ມຊ້ອນດັ່ງກ່າວ.
5. ວິໄສທັດຂອງລັດຖະບານໃນການຫັນປະເທດໃຫ້ມີເສັ້ນທາງເຊື່ອມຈອດນັ້ນໜັກແໜ້ນດີ ແຕ່ການຈັດຕັ້ງປະຕິບັດການປະຕິຮູບຕ່າງໆທີ່ບໍ່ມີຄວາມຄືບໜ້າ ແມ່ນຈຳກັດຖ່ວງດຶງທ່າແຮງບົ່ມຊ້ອນຂອງປະເທດ. ລັດຖະບານແຫ່ງ ສປປ ລາວ ມີຄວາມເຂົ້າໃຈຖືກກ່ຽວກັບ ຜົນປະໂຫຍດຂອງສະຖານທີ່ຕັ້ງຍຸດທະສາດຂອງປະເທດ ໂດຍມີຍຸດທະສາດການພັດທະນາເສດຖະກິດ-ສັງຄົມທີ່ສຸມໃສ່ ການຄ້າ, ການລົງທຶນ ແລະ ການສ້າງ ສປປ ລາວ ໃຫ້ເປັນປະເທດຂົວຕໍ່ (ວິໄສທັດໃນການຫັນປະເທດໃຫ້ມີເສັ້ນທາງເຊື່ອມຈອດ) ພາຍໃນພາກພື້ນ. ເພື່ອໃຫ້ບັນລຸວິໄສທັດນີ້ ຈຶ່ງໄດ້ມີການລົງທຶນມະຫາສານໃສ່ພື້ນຖານໂຄງລ່າງເສັ້ນທາງລົດໄຟ ແລະ ເສັ້ນທາງບົກອື່ນໆ. ແຕ່ວ່າ ການປະຕິຮູບດ້ານຄວາມຮູ້ຄວາມສາມາດ (ເຊັ່ນຊັບພະຍາກອນມະນຸດ, ລະບົບ, ກົນໄກ) ຕ້ອງ ດຳເນີນຄຽງຄູ່ຂະໜານກັບ ການປະຕິຮູບດ້ານວັດຖຸ. ໂຄງການແລວທາງເສດຖະກິດທີ່ສະໜອງເຄືອຄ່າຍເສັ້ນທາງສຳຮອງ ພ້ອມກັບການອຳນວຍຄວາມສະດວກດ້ານການຄ້າ ແລະ ການບໍລິການຂົນສົ່ງ ສາມາດກະຈາຍກິດຈະກຳດ້ານເສດຖະກິດ ອອກສູ່ຂົງເຂດຊົນນະບົດ ເຊິ່ງຈະນຳ ຜົນປະໂຫດຍສຳຄັນໃນການລຸດຜ່ອນຄວາມທຸກຍາກ ຄຽງຄູ່ກັບ ການຫລຸດຜ່ອນຊ່ອງຫວ່າງຄວາມບໍ່ສະເໝີພາບ.
6. ສຳຄັນໄປກວ່າການສ້າງການປະຕິຮູບນະໂຍບາຍໃຫມ່ຂຶ້ນມາ, ລັດຖະບານຈຳເປັນຕ້ອງຈັດບູລິມະສິດໃຫ້ແກ່ການປະຕິຮູບນະໂຍບາຍທີ່ກຳນົດໄວ້ແລ້ວນັ້ນ ແລະ ຕິດຕາມດ້ວຍການຈັດຕັ້ງປະຕິບັດ ເພື່ອເລັ່ງການປ່ຽນແປງໃຫ້ເປັນຮູບປະທຳ. ໃນປີ 2019, ສປປ ລາວ ໄດ້ຖືກຈັດໃນອັນດັບ 20 ສ່ວນຮ້ອຍສຸດທ້າຍ ໃນທຸກໆດ້ານຂອງ ຕົວຊີ້ວັດດ້ານການປົກຄອງໂລກ ຍົກເວັ້ນສະເຖຍລະພາບດ້ານການເມືອງ. ສະພາບແວດລ້ອມການດຳເນີນທຸລະກິດພາຍໃນ ຍັງຄາດຄະເນບໍ່ໄດ້ ແລະ ຈຳກັດຫລາຍ ຊຶ່ງເພີ່ມເປັນອຸປະສັກເຂົ້າໄປອີກ ນອກຈາກຂໍ້ຈຳກັດຂອງການເປັນປະເທດມີຕະຫຼາດພາຍໃນນ້ອຍພ້ອມກັບ ມີຂໍ້ຈຳກັດໃນຕະຫຼາດແຮງງານຢູ່ກ່ອນໜ້ານີ້ແລ້ວ. ລວມບັນຫາດັ່ງກ່າວເຂົ້າກັນ, ເຮັດໃຫ້ສະພາບແວດລ້ອມຍິ່ງເປັນອຸປະສັກທີ່ທ້າທາຍຫຼາຍປະການສຳລັບ ບໍລິສັດລາວໃນການແຂ່ງຂັນໃນຂັ້ນພາກພື້ນ ແລະ ສາກົນ. ລັດຖະບານຈຳເປັນຕ້ອງປັບປຸງສະພາບແວດລ້ອມການດຳເນີນທຸລະກິດ ເປັນກ້າວໃຫຍ່ໆ ເພື່ອໃຫ້ບໍລິສັດທີ່ມີສັກກະຍະພາບ ແລະ ປະສິດທິຜົນ ສາມາດລົງທຶນ ແລະ ຂະຫຍາຍຕົວໄດ້ ນັ້ນກໍຄື ສ້າງໂອກາດໃຫ້ທຸລະກີດໃໝ່ໆທີ່ມີປະສິດທິພາບ ສາມາດເຂົ້າຫາຕະຫຼາດ ແລະ ເຕີບໂຕໄດ້. ການເຊື່ອມໂຍງກັບພາກພື້ນທີ່ເລິກເຊິ່ງໜັກແໜ້ນກວ່າເກົ່າ ຍັງສາມາດ ຜັກດັນ ການປະຕິຮູບດ້ານສະຖາບັນ ແລະ ນະໂຍບາຍ ເພື່ອປັບປຸງ ລະບົບການປົກຄອງທຸລະກິດ ແລະ ການລົງທຶນ.
ລັດຖະບານລາວສາມາດປະຕິບັດຫຍັງໄດ້ແດ່?
7. ບົດບັນທຶກທາງເສດຖະກິດຂອງປະເທດ (Country Economic Memorandum ຫຼື CEM) ສະບັບນີ້ ກຳນົດທິດທາງດ້ານນະໂຍບາຍ ທີ່ຈະສາມາດຊ່ວຍໃຫ້ ສປປ ລາວ ໝູນໃຊ້ ທີ່ຕັ້ງຍຸດທະສາດ ແລະ ທຳມະຊາດທີ່ອຸດົມຮັ່ງມີຂອງປະເທດ ໃຫ້ເກີດຜົນປະໂຫຍດສູງທີ່ສຸດ ເພື່ອບັນລຸ ການເຕີບໂຕທີ່ຍືນຍົງ ແລະ ສົມບູນ (ເບິ່ງການສັງລວມໃນ ຕາຕະລາງ 1). ບູລິມະສິດຮີບດ່ວນແມ່ນການແກ້ໄຂຄວາມບໍມີສະເຖຍລະພາບດ້ານເສດຖະກິດມະຫາພາກຂອງ ປະເທດ. ຖ້າບໍ່ແກ້ໄຂ ຈະມີຄວາມສ່ຽງສົ່ງຜົນກະທົບຕໍ່ ການປະຕິຮູບດ້ານໂຄງສ້າງ-ກົນໄກ່ໃນອະນາຄົດ. ຫຼັງຈາກນັ້ນ ບົດລາຍງານຈະສະເໜີວິທີການໝູນໃຊ້ທຶນຮອນທາງທຳມະຊາດທີ່ອຸດົມຮັ່ງມີໃຫ້ມີຄວາມຍືນຍົງ. ບົດລາຍງານຈະສະແດງໃຫ້ເຫັນວ່າ ສປປ ລາວ ສາມາດສືບຕໍ່ເຕີບໂຕເປັນ ປະເທດລາຍຮັບສູງປານກາງໄດ້ ດ້ວຍການຫັນເສດຖະກິດໃຫ້ມີຄວາມຫຼາກຫຼາຍ ໂດຍສ້າງວຽກເຮັດງານທຳ, ຂະແໜງການສົ່ງອອກ (ລວມທັງ ກະສິກຳ-ອາຫານ, ການປຸງແຕ່ງເບົາ ແລະ ການບໍລິການ), ຮັບປະກັນວ່າ ຜົນປະໂຫຍດທີ່ໄດ້ຈາກການເຕີບໂຕນັ້ນ ຈະໄດ້ຮັບການແບ່ງປັນຢ່າງກວ້າງຂວາງກວ່າເກົ່າ.
ອັດເດດທີ່ຜ່ານມາ: Sep 18,2021