ວໍຊິງຕັນ ດີຊີ, ວັນທີ 24 ກໍລະກົດ 2018 — ກຸ່ມທະນາຄານໂລກ ໄດ້ອອກຖະແຫຼງການໃນມື້ນີ້ກ່ຽວກັບເຫດການນ້ຳຖ້ວມ ຢູ່ແຂວງອັດຕະປື, ສປປ ລາວ ເຊິ່ງມີເນື້ອໃນດັ່ງລຸ່ມນີ້:
“ກຸ່ມທະນາຄານໂລກ ຂໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ມາຍັງປວງຊົນລາວ ຕໍ່ໄພພິບັດທີ່ເກີດຈາກ ເຂື່ອນເຊປຽນ-ເຊນ້ຳນ້ອຍ ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດ ແລະ ສ້າງຄວາມເສຍຫາຍທາງດ້ານ ຊັບສິນຢ່າງມະຫາສານ.
ພວກເຮົາພ້ອມທີ່ຈະເຮັດວຽກຢ່າງໃກ້ຊິດກັບລັດຖະບານແຫ່ງ ສປປ ລາວ ແລະ ບັນດາຄູ່ຮ່ວມພັດທະນາອື່່ນໆ ເພື່ອຊ່ວຍເຫຼືອຜູ້ປະສົບໄພຈາກໄພພິບັດໃນຄັ້ງນີ້.
ປະຈຸບັນ ທະນາຄານໂລກ ໄດ້ໃຫ້ການສະໜັບສະໜູນ ວຽກງານຄຸ້ມຄອງຄວາມສ່ຽງໄພພິບັດ ໃນ ສປປ ລາວ ແລະ ພວກເຮົາຈະສືບຕໍ່ໃຫ້ການຊ່ວຍເຫຼືອ ໃນໄລຍະວິກິດການດັ່ງກ່າວນີ້ ໃຫ້ແກ່ ລັດຖະບານ ແຫ່ງ ສປປ ລາວ ຢ່າງສຸດຄວາມສາມາດ.”