ບົດລາຍງານຕິດຕາມສະພາບເສດຖະກິດ ສປປ ລາວ ຂອງ ທະນາຄານໂລກ ທີ່ເຜີຍແຜ່ໃນມື້ນີ້ໄດ້ກ່າວວ່າ: ການເຕີບໂຕດ້ານເສດຖະກິດຢູ່ໃນ ສປປ ລາວ ໄດ້ຮັບຜົນກະທົບຫລາຍຈາກພາລະໜີ້ສິນຕ່າງປະເທດ, ການໄຫຼເຂົ້າປະເທດຂອງລາຍຮັບຈາກການສົ່ງອອກທີ່ຈໍາກັດ, ອັດຕາເງິນເຟີ້ທີ່ສູງ, ການຂາດແຄນແຮງງານ ແລະ ສະພາບອາກາດທີ່ບໍ່ເອື້ອອຳນວຍ.
ບົດລາຍງານພາຍໃຕ້ຫົວຂໍ້: ນະໂຍບາຍການເງິນເພື່ອສະເຖຍລະພາບດ້ານເສດຖະກິດມະຫາພາກ, ສະແດງໃຫ້ເຫັນວ່າໃນປີ 2023 ເສດຖະກິດຂອງລາວ ໄດ້ຄ່ອຍໆຟື້ນຕົວເປັນກ້າວໆພາຍຫຼັງການລະບາດພະຍາດຂອງໂຄວິດ-19 ໃນປີ 2020 ໂດຍຄາດຄະເນການເຕີບໂຕຂອງ GDP ເທົ່າກັບ 3,7% ເພີ່ມຂຶ້ນຈາກ 2,7% ໃນປີ 2022. ການເຕີບໂຕດັ່ງກ່າວສ່ວນໃຫຍ່ແມ່ນໄດ້ຮັບການຊຸກຍູ້ຈາກຂະແໜງການທ່ອງທ່ຽວ, ການຂົນສົ່ງ ແລະ ໂລຈິສຕິກທີ່ມີການຂະຫຍາຍຕົວ ແລະ ການລົງທຶນຂອງຕ່າງປະເທດທີ່ສູງຂຶ້ນ ແຕ່ວ່າ ອັດຕາການເຕີບໂຕກໍຍັງຕ່ຳກວ່າອັດຕາທີ່ຄາດການໄວ້ກ່ອນໜ້ານີ້. ອັດຕາເງິນເຟີ້ທີ່ສູງໄດ້ເພີ່ມຄ່າບໍລິໂພກ ແລະ ຕົ້ນທຶນການດຳເນີນທຸລະກິດ ຊຶ່ງເຮັດໃຫ້ຄົວເຮືອນຫລຸດຜ່ອນຄ່າໃຊ້ຈ່າຍດ້ານອາຫານ, ການສຶກສາ ແລະ ສຸຂະພາບ ລວມທັງຫລຸດຜ່ອນເງິນຝາກ-ເງິນອອມ ອັນເປັນຜົນເຮັດໃຫ້ຫຼາຍຄອບຄົວສ່ຽງຕົກໄປຢູ່ໃນສະພາບທຸກຍາກ.
ເຖິງແມ່ນວ່າລາຄາສິນຄ້ານຳເຂົ້າໃນທົ່ວໂລກໄດ້ຫລຸດລົງ ແຕ່ວ່າອັດຕາເງິນເຟີ້ປະຈຸບັນຢູ່ໃນ ສປປ ລາວ ແມ່ນຍັງສູງ ປະມານ 26% ໃນເດືອນ ຕຸລາ 2023. ອັດຕາເງິນເຟີ້ໝວດອາຫານຢູ່ທີ່ 29% ເຊິ່ງສົ່ງຜົນກະທົບຢ່າງຫຼວງຫຼາຍຕໍ່ຄົວເຮືອນທຸກຍາກໃນເຂດຕົວເມືອງ. ສາຍເຫດຫຼັກຂອງເງິນເຟີ້ແມ່ນຍ້ອນການອ່ອນຄ່າຂອງເງິນກີບ — ໂດຍສະເລ່ຍ, ການອ່ອນຄ່າຂອງເງິນກີບ 1% ຈະເພີ່ມລາຄາສິນຄ້າບໍລິໂພກເຖິງ 0,5%. ສະນັ້ນ, ອັດຕາເງິນເຟີ້ທີ່ສູງຍັງຈະສືບຕໍ່ ຈົນກວ່າ ອັດຕາແລກປ່ຽນເງິນຈະມີສະເຖຍລະພາບ.
ເງິນກີບໄດ້ສືບຕໍ່ອ່ອນຄ່າລົງໃນປີ 2023 ປະມານ 29% ຕໍ່ເງິນບາດໄທ ແລະ 21% ຕໍ່ເງິນໂດລາສະຫະລັດ ມາຮອດເດືອນຕຸລາປີນີ້. ປັດໄຈຫຼັກໆແມ່ນການຂາດແຄນເງິນຕາຕ່າງປະເທດໃນປະເທດ ຊຶ່ງເປັນຜົນມາຈາກຄວາມຈຳເປັນໃນການຊໍາລະໜີ້ສິນຕ່າງປະເທດ ຄຽງຄູ່ກັບ ກະແສລາຍຮັບຈາກການສົ່ງອອກທີ່ຈຳກັດ. ຍ້ອນມາດຕະການເຂົ້າເຖິງເງິນຕາຕ່າງປະເທດທີ່ຮັດກຸມຂອງທະນາຄານ ໄດ້ເຮັດໃຫ້ ຊ່ອງວ່າງລະຫວ່າງອັດຕາແລກປ່ຽນເງິນທາງການ ແລະ ຕະຫຼາດແລກປ່ຽນພາຍນອກ ເພີ່ມຂຶ້ນປະມານ 15% ສຳລັບໂດລາ ແລະ 8% ສຳລັບເງິນບາດ.
ທ່ານ ອາແລັກສ໌ ແຄຣເມີ, ຜູ້ຕາງໜ້າ ຫ້ອງການທະນາຄານໂລກ ປະຈຳ ສປປ ລາວ ໄດ້ກ່າວວ່າ: “ບັນຫາໜີ້ສິນຂອງລັດ ໄດ້ເຮັດໃຫ້ຂາດ ສະເຖຍລະພາບດ້ານເສດຖະກິດມະຫາຫາກ ແລະ ຈ່ອງດຶງການເຕີບໂຕຂອງ ສປປ ລາວ. ເພື່ອຟື້ນຟູສະເຖຍລະພາບດ້ານເສດຖະກິດ ມັນມີຄວາມຈໍາເປັນທີ່ຕ້ອງປ່ຽນອາກອນມູນຄ່າເພີ່ມມາສູ່ອັດຕາເດີມທີ່ 10%, ປັບໂຄງສ້າງອາກອນຢາສູບແລະເຫຼົ້າ ແລະເພີ່ມລາຍຮັບລວມເພື່ອປົກປ້ອງລາຍຈ່າຍໃນຂະແໜງສາທາ ແລະ ສຶກສາ”.
ລັດຖະບານໄດ້ດຳເນີນມາດຕະການປັບປຸງການເງິນຂອງຕົນດ້ວຍການຄວບຄຸມລາຍຈ່າຍ ແລະ ເພີ່ມລາຍຮັບພາຍໃນ ໃນໄລຍະຫົກເດືອນທຳອິດຂອງປີ 2023. ແນວໃດກໍຕາມ, ໃນຂະນະທີ່ລັດຖະບານມີລາຍຮັບຫຼາຍກວ່າລາຍຈ່າຍໃນຫົກເດືອນຕົ້ນປີ 2023, ພາລະການຊໍາລະໜີ້ສິນທີ່ສູງໄດ້ເຮັດໃຫ້ສະພາບຄ່ອງດ້ານການເງິນຂອງລັດຖະບານມີຂໍ້ຈຳກັດ. ລາຍຈ່າຍລວມຂອງພາກລັດໃນຂະແໜງສຶກສາ ແລະ ສາທາ ໄດ້ຫລຸດລົງຈາກ 4,9% ຂອງ GDP ໃນປີ 2013 ມາເປັນ 2,3% ໃນປີ 2023.
ເພື່ອປັບປຸງການເກັບລາຍຮັບ, ບົດລາຍງານໄດ້ແນະນຳໃຫ້ລັດຖະບານ ມານໍາໃຊ້ອາກອນມູນຄ່າເພີ່ມໃນອັດຕາເດີມທີ່ 10%, ປັບປຸງກົດໝາຍສົ່ງເສີມການລົງທຶນເພື່ອຫັດກຸມນະໂຍບາຍການຍົກເວັ້ນອາກອນ ແລະ ຂະຫຍາຍຖານອາກອນ, ປະຕິຮູບໂຄງສ້າງ ແລະ ອັດຕາອາກອນຊົມໃຊ້ ແລະ ສ້າງຄວາມເຂັ້ມແຂງໃນການຄຸ້ມຄອງຜູ້ເສຍອາກອນລາຍໃຫຍ່.
ການເຕີບໂຕດ້ານເສດຖະກິດແມ່ນຄາດວ່າຈະໄວຂຶ້ນໂດຍສະເລ່ຍ 4,2% ໃນໄລຍະກາງ ໂດຍການຊຸກຍູ້ຈາກຂະແໜງບໍລິການ ແລະ ການສົ່ງອອກ ຍ້ອນຄວາມຕ້ອງການຂອງຕະຫຼາດໂລກທີ່ຂະຫຍາຍໂຕ ບວກກັບການເຊື່ອມໂຍງ ແລະ ການບໍລິການດ້ານໂລຊິສຕິກຂອງປະເທດທີ່ໄດ້ຮັບການປັບປຸງດີຂຶ້ນ. ແນວໃດກໍຕາມ, ເງິນກີບຍັງມີທ່າອ່ຽງຖືກກົດດັນຍ້ອນການນຳເຂົ້າທີ່ສູງ ແລະ ການຊໍາລະໜີ້ສິນທີ່ຍັງໜັກໜ່ວງ, ໃນຄະນະທີ່ກະແສທຶນໄຫຼເຂົ້າປະເທດຍັງມີຈຳກັດ ຊຶ່ງເຮັດໃຫ້ອັດຕາເງິນເຟີ້ຍັງຄົງຢູ່ໃນອັດຕາສອງຕົວເລກ ໃນປີ 2024. ນັ້ນໝາຍວ່າ ລາຍໄດ້ຄົວເຮືອນຍັງຈະສືບຕໍ່ໄດ້ຮັບຜົນກະທົບ ແລະ ຄວາມຄືບໜ້າໃນການຫລຸດຜ່ອນຄວາມທຸກຍາກ ກໍຍັງຈະສືບຕໍ່ຢູ່ໃນຈັງຫວະທີ່ຊັກຊ້າ.
ທະນາຄານໂລກພິມເຜີຍແຜ່ ບົດລາຍງານຕິດຕາມສະພາບເສດຖະກິດຂອງ ສປປ ລາວ ສອງຄັ້ງຕໍ່ປີ.