ນະຄອນຫຼວງວຽງຈັນ, ວັນທີ 1 ເມສາ 2019 – ທ່ານນາງ ວິກຕໍເຣຍ ກວັກວາ, ຮອງປະທານທະນາຄານໂລກ ປະຈຳພາກພື້ນອາຊີຕາເວັກອອກ ແລະ ປາຊີຟິກ ໄດ້ສິ້ນສຸດການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນເສົາທີ່ຜ່ານມາ ທັງໝົດເປັນເວລາ 4 ວັນ. ໃນຊ່ວງໄລຍະຢ້ຽມຢາມ ແຕ່ວັນທີ 27 ຫາ 1 ເມສາ ເພິ່ນໄດ້ຊົມເຊີຍຕໍ່ຄວາມຄືບໜ້າຂອງວຽກງານພັດທະນາ ທີ່ ສປປ ລາວ ຍາດມາໄດ້ໃນໜຶ່ງທົດສະວັດທີ່ຜ່ານມາ, ແລະ ໄດ້ເນັ້ນຢ້ຳເຖິງຄວາມສຳຄັນຂອງການສະໜັບສະໜູນຮູບແບບການເຕີບໂຕທາງດ້ານເສດຖະກິດແບບທົ່ວເຖິງ ແລະ ຍືນຍົງໃຫ້ຫຼາຍຂຶ້ນໃນອະນາຄົດ.
ໃນຊ່ວງໄລຍະຢ້ຽມຢາມ, ເພິ່ນໄດ້ເຂົ້າຢ້ຽມຄຳນັບ ທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການກະຊວງການເງິນ, ທ່ານ ສຸພັນ ແກ້ວມີໄຊ, ລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນ, ແລະ ທ່ານ ສົມມາດ ພົນເສນາ, ລັດຖະມົນຕີວ່າການກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ທ່ານນາງ ກວັກວາ ແລະ ບັນດາພະນະທ່ານ ໄດ້ປຶກສາຫາລືກ່ຽວກັບການເປັນຄູ່ຮ່ວມງານທີ່ໃກ້ຊິດລະຫວ່າງ ສປປ ລາວ ແລະ ກຸ່ມທະນາຄານໂລກ, ແລະ ການສົນທະນາໄດ້ສຸມໃສ່ຂົງເຂດການຮ່ວມມືທີ່ສຳຄັນລວມມີ ວຽກງານເດັກຕ່ຳກວ່າມາດຕະຖານ ແລະ ໂພຊະນາການ, ຄວາມປອດໄພຂອງເຂື່ອນໄຟຟ້ານ້ຳຕົກ, ສະພາບແວດລ້ອມໃນການດຳເນີນທຸລະກິດ, ການຄຸ້ມຄອງວຽກງານການເງິນແຫ່ງລັດ ແລະ ການເຕີບໂຕສີຂຽວ.
ທ່ານນາງ ກວັກວາ ໄດ້ກ່າວວ່າ “ສປປ ລາວ ມີການຂະຫຍາຍຕົວທາງດ້ານເສດຖະກິດຢ່າງວ່ອງໄວ ແລະ ມີຄວາມຄືບໜ້າໃນການພັດທະນາປະເທດຢ່າງໜ້າປະທັບໃຈໃນໜຶ່ງທົດສະວັດທີ່ຜ່ານມາ. ທັງນີ້ເພື່ອເຮັດໃຫ້ການພັດທະນາມີລັກສະນະທົ່ວເຖິງ ແລະ ຍືນຍົງຫຼາຍຂືຶ້ນ, ຈຶ່ງສຳຄັນຍິ່ງ ທີ່ ສປປ ລາວ ຈະຕ້ອງໄດ້ລົງທຶນສ້າງທຶນທາງດ້ານຊັບພະຍາກອນມະນຸດ, ມຸ່ງກ້າວໄປຕາມເສັ້ນທາງການເຕີບໂຕສີຂຽວກວ່າເກົ່າ ແລະ ເປີດກວ້າງໃຫ້ພາກສ່ວນເອກະຊົນເຂົ້າມາມີສ່ວນຮ່ວມຫຼາຍຂຶ້ນ. ການລົງທຶນໃສ່ຊັບພະຍາກອນມະນຸດ ຈະເປັນການເພີ່ມພູນຜະລິດຕະຜົນຂອງປະຊາຊົນລາວ ແລະ ຊ່ວຍໃຫ້ປະຊາຊົນສາມາດນຳໃຊ້ໄດ້ສີມືແຮງານຕົນເອງໄດ້ຢ່າງເຕັມສ່ວນເພື່ອປະກອບສ່ວນເຂົ້າໃນການຍາດແຍ່ງໂອກາດທາງດ້ານເສດຖະກິດ. ວິໄສທັດຂອງການເຕີບໂຕສີຂຽວ ເຊິ່ງຖືກວາງອອກໂດຍລັດຖະບານ ແມ່ນເປັນເງື່ອນໄຂຮັບປະກັນວ່າ ການຈະເລີນເຕີບໂຕທາງດ້ານເສດຖະກິດຈະມີລັກສະນະແຕກອອກເປັນຫຼາຍຂະແໜງການຫຼາຍຂຶ້ນ ແລະ ບໍ່ຄວນນຳມາເຊິ່ງການສູນເສຍທາງດ້ານຊັບພະຍາກອນທຳມະຊາດຂອງ ສປປ ລາວ. ການສ້າງບົດບາດໃຫ້ພາກເອກະຊົນມີຄວາມເຂັ້ມແຂງຂຶ້ນ ກໍຈະເປັນສິ່ງສຳຄັນໃນການເພີ່ມພູນຜະລິດຕະຜົນຂອງປະຊາຊົນລາວ ແລະ ຈະສ້າງວຽກເຮັດງານທຳໃຫ້ປະຊາຊົນລາວອີກດ້ວຍ. ພວກເຮົາຮູ້ສຶກພາກພູມໃຈທີ່ໄດ້ເຮັດວຽກຮ່ວມ ກັບ ສປປ ລາວ ໃນບັນດາແຜນງານທີ່ສຳຄັນເຫຼົ່ານີ້ ແລະ ພວກເຮົາພ້ອມແລ້ວທີ່ຈະສືບຕໍ່ເປັນຄູ່ຮ່ວມງານທີ່ເຂັ້ມແຂງໃນອະນາຄົດ.”
ໃນຊ່ວງໄລຍະທີ່ຢູ່ວຽງຈັນ, ທ່ານນາງ ກວັກວາ ຍັງໄດ້ພົບປະກັບຄູ່ຮ່ວມພັດທະນາສອງຝ່າຍ ແລະ ຫຼາຍຝ່າຍ ແລະ ບັນດາຜູ້ຕາງໜ້າຈາກພາກສ່ວນເອກະຊົນ ເພື່ອປຶກສາຫາລືກ່ຽວກັບບັນດາຂົງເຂດວຽກງານທີ່ທຸກໆພາກສ່ວນຈະສາມາດເສີມຂະຫຍາຍການຮ່ວມມືກັນເພື່ອການເຕີບໂຕແບບທົ່ວເຖິງຢູ່ ສປປ ລາວ. ບາງຫົວຂໍ້ທີ່ສຳຄັນລວມມີ ການປັບຟື້ນຕົວຄືນ ແລະ ການຮັບມືກັບໄພພິບັດ, ການເຕີບໂຕສີຂຽວ, ການເຊື່ອມໂຍງ ແລະ ການດຳເນີນທຸລະກິດຢູ່ ສປປ ລາວ.
ໃນສ່ວນໜຶ່ງຂອງການຢ້ຽມຢາມ, ທ່ານນາງ ກວັກວາ ໄດ້ເດີນທາງໄປຢ້ຽມຢາມ ເມືອງ ຫຼາ ຢູ່ ແຂວງ ອຸດົມໄຊ ເຊິ່ງເປັນໜຶ່ງໃນສີ່ແຂວງທີ່ຈັດຕັ້ງປະຕິບັດວິທີການເຊື່ອມສານຫຼາຍຂະແໜງການເພື່ອແກ້ໄຂບັນຫາການຂາດໂພຊະນາການ. ຢູ່ແຂວງ ອຸດົມໄຊ, ເດັກທີ່ລວງສູງຕ່ຳກວ່າມາດຕະຖານ ແມ່ນມີສູງກວ່າ 42 ເປີເຊັນ ຂອງຈຳນວນເດັກນ້ອຍລຸ່ມ 5 ປີ, ເຊິ່ງຈະມີຜົນກະທົບໄລຍະຍາວຕໍ່ຕົວເດັກເອງ. ໃນວິທີການເຊື່ອມສານຫຼາຍຂະແໜງການນີ້, ບັນດາວຽກງານປົກປ້ອງສັງຄົມ, ນ້ຳ, ສຸຂາພິບານ ແລະ ສຸຂະອະນາໄມ, ສາທາລະນະສຸກ, ການສຶກສາ ແລະ ການຜະລິດອາຫານທີ່ມີຄວາມຫຼາກຫຼາຍ ຈະສຸມໃສ່ຫົວໜ່ວຍຄົວເຮືອນດຽວກັນ ໃນໄລຍະຕໍເນື່ອງ 10 ປີຕໍ່ໜ້ານີ້ ເພື່ອແກ້ໄຂບັນດາປັດໃຈຕົ້ນຕໍທີ່ສົ່ງຜົນໃຫ້ເດັກນ້ອຍເປັນເດັກທີ່ມີລວງສູງຕ່ຳກວ່າມາດຕະຖານ. ທ່ານນາງ ກວັກວາ ໄດ້ມີໂອກາດຮັບຟັງການລາຍງານຈາກພະນັກງານຂັ້ນເມືອງ ກ່ຽວກັບການຈັດຕັ້ງປະຕິບັດແຜນງານດັ່ງກ່າວ ແລະ ໄດ້ຢ້ຽມຢາມຊຸມຊົນທ້ອງຖິ່ນເພື່ອເບິ່ງການຈັດຕັ້ງປະຕິບັດແຜນງານດັ່ງກ່າວ ແລະ ສົນທະນາກັບຜູ້ໄດ້ຮັບຜົນປະໂຫຍດຈາກແຜນງານດັ່ງກ່າວ.
ໃນເວລາຢູ່ ແຂວງ ອຸດົມໄຊ, ທ່ານນາງ ກວັກວາ ໄດ້ຢ້ຽມຢາມບັນດາໂຄງການກໍ່ສ້າງພື້ນຖານໂຄງລ່າງຂອງທະນາຄານໂລກ ລວມມີ ໂຄງການຂົວທາງໄລຍະ2 ແລະ ໂຄງການຄຸ້ມຄອງຄວາມສ່ຽງທາງດ້ານໄພພິບັດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຂອງ ສປປ ລາວ. ທັງສອງໂຄງການ ພະຍາຍາມຫຼຸດຜ່ອນຄວາມອ່ອນໄຫວຂອງຊຸມຊົນຕໍ່ກັບການປ່ຽນແປງດິນຟ້າອາກາດ ໂດຍຜ່ານການອອກແບບພື້ນຖານໂຄງລ່າງທີ່ສາມາດປັບຟື້ນຕົວທັນຕໍ່ກັບດິນຟ້າອາກາດທີ່ປ່ຽນແປງ ແລະ ເພື່ອກະກຽມຄວາມພ້ອມໃຫ້ດີຂຶ້ນເພື່ອຕ້ານທານ ແລະ ຮັບມືກັບໄພທຳມະຊາດ.