ວຽງຈັນ, ວັນທີ 15 ມິຖຸນາ 2018 - ອັດຕາການເຕີບໂຕຂອງເສດຖະກິດໃນ ສປປ ລາວ ໃນປີ 2018 ຄາດວ່າຈະຢູ່ໃນລະດັບ 6,7% ເຊິ່ງເຫັນວ່າຍັງຂະຫຍາຍຕົວສູງທຽບກັບປະເທດອື່ນໆໃນພາກພື້ນ, ແຕ່ກໍ່ຂະຫຍາຍຕົວໃນຈັ່ງຫວະຊ້າລົງເມື່ອທຽບກັບອັດຕາການເຕີບໂຕໃນໄລຍະຜ່ານມາ. ອີງຕາມ ບົດລາຍງານສະພາບເສດຖະກິດສໍາລັບ ສປປ ລາວ ຂອງທະນາຄານໂລກ ທີ່ໄດ້ເຜີຍແຜ່ໃນມືນີ້ເຫັນວ່າ ຂະແໜງ ການທີ່ນໍາໃຊ້ແຮງງານຫຼາຍເປັນຕົ້ນ ຂະແໜງການຜະລິດ ແລະ ຂະແໜງທ່ອງທ່ຽວ ຄາດວ່າໄດ້ຄ່ອຍໆປັບປຸງຂຶ້ນ ແລະ ຄາດວ່າ ຈະສ້າງວຽກເຮັດງານທໍາ ພ້ອມທັງປະກອບສ່ວນເຂົ້າໃນການຫຼຸດຜ່ອນຄວາມທຸກຍາກ.
ໃນຂະແໜງພະລັງງານ ແລະ ການຜະລິດເຫັນວ່າຈະສືບຕໍ່ມີການສົ່ງອອກຢ່າງເຂັ້ມແຂງ ໃນຂະນະທີ່ຂະແໜງການທ່ອງທ່ຽວຄາດວ່າຈະຟື້ນຕົວຈາກປີກາຍ. ວຽກງານການຄຸ້ມຄອງເສດຖະກິດມະຫາພາກກໍ່ມີການປັບປຸງໃຫ້ດີຂຶ້ນ ໂດຍເຫັນວ່າ ໃນເບື້ອງງົບປະມານ ໄດ້ມີຄວາມພະຍາຍາມໃນການເກັບລາຍຮັບດີຂຶ້ນ, ຄວບຄຸມລາຍຈ່າຍ ແລະ ແກ້ໄຂໜີ້ທີ່ຍັງຄົງຄ້າງ ພ້ອມດຽວກັບກໍ່ປ່ອຍໃຫ້ອັດຕາແລກປ່ຽນເຫນັງຕີງໄດ້ຫລາຍຂຶ້ນໃນກອບ. ສ່ວນອັດຕາເງິນເຟີ້ເຫັນວ່າຍັງຢູ່ໃນລະດັບຕໍ່າ ປະມານ 2%, ແຕ່ກໍ່ເລີ່ມສູງຂຶ້ນເນື່ອງຈາກການຟື້ນຕົວຂອງລາຄານໍ້າມັນ.
ໃນໄລຍະກາງ, ສະພາບເສດຖະກິດເຫັນວ່າຈະຍັງຢູ່ໃນລະດັບດີຢູ່ ຖ້າຫາກວ່າມີຄວາມຄືບໜ້າທາງດ້ານຄຸ້ມຄອງງົບປະມານເພື່ອຫລຸດຜ່ອນການຂາດດຸນ ແລະ ການຄຸ້ມຄອງໜີ້ສິນທີ່ປັບປຸງຂຶ້ນກວ່າເກົ່າ ໄປພ້ອມໆກັບການປະຕິຮູບແວດລ້ອມທາງດ້ານທຸລະກິດ ແລະ ການມີມາດຕະການເພີ່ມຄວາມຄວາມສາມາດດ້ານການເງິນ ຂອງຂະແໜງພະລັງງານໃຫ້ມີຄວາມເຂັ້ມແຂງຂຶ້ນກວ່າເກົ່າ. ພ້ອມນັ້ນ, ການສົ່ງເສີມພາກເອກະຊົນໃຫ້ມີຄວາມຟົດຟື້ນ ແລະ ການລົງທຶນໃສ່ການພັດທະນາຊັບພະຍາກອນມະນຸດນັ້ນ ຈະຊ່ວຍເຮັດໃຫ້ການເຕີບໂຕມີຄວາມຍືນຍົງໃນອະນາຄົດ. ທ່ານ ນ.ວຽງສະໄໝ ສຣິດທິຣາດ, ຮັກສາການ ຫົວໜ້າຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ ໄດ້ກ່າວວ່າ: “ສປປ ລາວ ໄດ້ມີການເຕີບໂຕທີ່ເຂັ້ມແຂງມາຕະຫຼອດໄລຍະສິບປີທີ່ຜ່ານມາ ເຊິ່ງສາມາດປະກອບສ່ວນເຂົ້າໃນການປັບປຸງຊີວິດການເປັນຢູ່ ແລະ ການບໍລິການຕ່າງໆ ໃຫ້ແກ່ປະຊາຊົນລາວ. ພ້ອມນັ້ນ, ການປັບປຸງແວດລ້ອມທຸລະກິດ ກໍ່ຈະສາມາດຊ່ວຍເຮັດໃຫ້ເສດຖະກິດຂອງ ສປປ ລາວ ຂະຫຍາຍຕົວໄດ້ ໂດຍບໍ່ເອື່ອຍອີງໃສ່ຂະແໜງຊັບພະຍາກອນທໍາມະຊາດຫລາຍເກີນໄປ, ເຊິ່ງຈະສົ່ງຜົນເຮັດໃຫ້ມີການສ້າງວຽກເຮັດງານທໍາຫຼາຍຂຶ້ນກວ່າເກົ່າ. ໂອກາດໃນການຂະຫຍາຍຕົວຂອງຂະແໜງກະສິກໍາ, ການປຸງແຕ່ງຜົນຜະລິດກະສິກໍາ, ການທ່ອງທ່ຽວ, ການຄ້າ ແລະ ການຜະລິດ ຈະເປັນທ່າແຮງໃນການຫຼຸດຜ່ອນຄວາມທຸກຍາກລົງໄດ້ຕື່ມອີກ”.
ຢ່າງໃດກໍ່ຕາມ, ຄວາມສ່ຽງຍັງຄົງສູງຢູ່ ລວມທັງໃນທ້າຍປີ 2017, ເຫັນວ່າຍັງມີຄວາມສ່ຽງທາງດ້ານໜີ້ສິນພາກລັດທີ່ຢູ່ໃນລະດັບສູງຫຼາຍ ເຊິ່ງກວມປະມານ 61% ຂອງ GDP ແລະ ອັດຕາສ່ວນການກູ້ຢືມທີ່ມີເງື່ອນໄຂຜ່ອນຜັນຫນ້ອຍ ກໍເພີ່ມຂຶ້ນ. ບາງພາກສ່ວນຂອງຂະແໜງ ການເງິນເຫັນວ່າຍັງມີຄວາມອ່ອນແອ ແລະ ຕ້ອງໄດ້ມີການສະສົມຄັງສໍາຮອງເງິນຕາຕ່າງປະເທດໃຫ້ຫຼາຍຂຶ້ນກວ່າເກົ່າ. ໃນການຫຼຸດຜ່ອນຄວາມສ່ຽງເຫຼົ່ານີ້ ແມ່ນຈະຕ້ອງໄດ້ມີຄວາມເດັດຂາດໃນການປະຕິບັດບາດກ້າວທີ່ຕິດພັນກັບວິໄນທາງດ້ານເງິນ ເປັນຕົ້ນແມ່ນຄວນມີການພິຈາລະນາຄືນໃໝ່ກ່ຽວກັບການລົງທຶນຂອງລັດຂະໜາດໃຫຍ່ ແລະ ເພີ່ມປະສິດທິຜົນທາງດ້ານລາຍຈ່າຍ.
ບົດລາຍງານສະບັບນີ້ ໄດ້ລວມເອົາການວິເຄາະຫົວຂໍ້ກ່ຽວກັບ ຕ່ອງໂສ້ມູນຄ່າເພີ່ມຂອງການຜະລິດເຂົ້າໃນ ສປປ ລາວ. ເນື່ອງຈາກວ່າເຂົ້າຍັງເປັນພືດເສດຖະກິດຕົ້ນຕໍ ແລະ ຍັງເປັນແຫຼ່ງອາຫານທີ່ສໍາຄັນສໍາລັບ ສປປ ລາວ, ຜົນການວິເຄາະໄດ້ໃຫ້ຮູ້ວ່າ ຊາວນາມີກໍາໄລຈາກການຜະລິດເຂົ້າຕໍ່າຫຼາຍໂດຍທຽບຖານ, ແຕ່ເວລາດຽວກັນ ຜູ້ບໍລິໂພກໃນລາວພັດໄດ້ຊື້ເຂົ້າໃນລາຄາສູງກວ່າໝູ່ຢູ່ໃນພາກພື້ນ. ຕົ້ນທຶນການຜະລິດທີ່ສູງຫຼາຍ ແລະ ຕ່ອງໂສ້ການຈຳຫນ່າຍເຖິງລູກຄ້າ ຍັງຂາດປະສິດທິຜົນນັ້ນ ໄດ້ປະກອບສ່ວນເຮັດໃຫ້ເກີດມີຄວາມບໍ່ດຸ່ນດ່ຽງໃນຕ່ອງໂສ້ການຜະລິດແລະຈຳຫນ່າຍເຂົ້າ, ແຕ່ໃນການແກ້ໄຂບັນຫານີ້ ຕ້ອງໄດ້ເພີ່ມທະວີການຮ່ວມມືກັນລະຫວ່າງຊາວນາ ແລະ ໂຮງສີໃຫ້ຫຼາຍຂຶ້ນກວ່າເກົ່າ ພ້ອມທັງປັບປຸງລະບຽບການທາງດ້ານທຸລະກິດ, ໄປຄຽງຄູ່ກັນກັບການປັບປຸງການບໍລິການເພື່ອເພີ່ມທະວີການຜະລິດເຂົ້າເພື່ອເປັນສິນຄ້າ ແລະ ປັບປຸງການເຂົ້າເຖິງແຫຼ່ງທຶນ. ການປະຕິບັດຄືດັ່ງກ່າວ ຈະຊ່ວຍຫຼຸດຜ່ອນຕົ້ນທຶນການຜະລິດ ແລະ ເພີ່ມຄຸນນະພາບເຂົ້າໃຫ້ສູງຂຶ້ນໄດ້ ພ້ອມທັງແກ້ໄຂສິ່ງທ້າທາຍຕ່າງໆຂອງຂະແໜງການນີ້ໄດ້.
ບົດລາຍງານດ້ານເສດຖະກິດສໍາລັບ ສປປ ລາວ ແມ່ນເຜີຍແຜ່ສອງຄັ້ງຕໍ່ປີ ໂດຍ ຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ.