ທີ່ ນະຄອນຫຼວງ ຈາກາຕ້າ, ວັນທີ 12 ເມສາ 2018 - ອີງຕາມ ບົດລາຍງານດ້ານເສດຖະກິດ ຂອງ ທະນາຄານໂລກ ສະບັບຫຼ້າສຸດ ໄດ້ລາຍງານວ່າ ອັດຕາການເຕີບໂຕຢູ່ໃນ ພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ຄາດວ່າຈະຍັງສືບຕໍ່ຂະຫຍາຍຕົວຢ່າງແຂງແຮງ ແລະ ຂະຫຍາຍຕົວຢູ່ໃນອັດຕາ 6,3% ໃນປີ 2018. ພ້ອມນັ້ນ, ຄາດວ່າເສດຖະກິດໂລກຈະສືບຕໍ່ຟື້ນຕົວຢ່າງກວ້າງຂວາງ ແລະ ຍັງມີຄວາມຕ້ອງການພາຍໃນທີ່ເພີ່ມຢ່າງໄວວາ ເຊິ່ງເຮັດໃຫ້ການເຕີບໂຕຂອງພາກພື້ນຂະຫຍາຍຕົວຄືດັ່ງທີ່ກ່າວມາຂ້າງເທິງ. ແຕ່ຄຽງຄູ່ກັນນັ້ນ, ກໍ່ຕ້ອງໄດ້ເອົາໃຈໃສ່ຢ່າງໃກ້ຊິດຕໍ່ກັບຄວາມສ່ຽງທີ່ກໍາລັງນາບຂູ່ສະຖຽນລະພາບທາງດ້ານເສດຖະກິດ ແລະ ການເຕີບໂຕແບບຍືນຍົງ.
ບົດລາຍງານ ອັບເດດດ້ານເສດຖະກິດໃນພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ຂອງທະນາຄານໂລກ ທີ່ມີຫົວຂໍ້: ການເພີ່ມທ່າແຮງ ສະບັບ ເດືອນ ເມສາ 2018 ໄດ້ຖືກເຜີຍແຜ່ແລ້ວໃນມື້ນີ້. ເຖິງວ່າ ວາລະສານດັ່ງກ່າວໄດ້ເນັ້ນເຖິງການເຕີບໂຕທີ່ມີແນວໂນ້ມຂະຫຍາຍຕົວເພີ່ມຂຶ້ນກໍ່ຕາມ, ບົດລາຍງານນີ້ ຍັງໄດ້ແນະນໍາໃຫ້ນັກວາງນະໂຍບາຍທີ່ຢູ່ໃນພາກພື້ນໃຫ້ຄຳນຶງເຖິງສິ່ງທ້າທາຍທີ່ເກີດຂຶ້ນແລະກະກຽມມາດຕະການແກ້ໄຂ. ໂດຍສະເພາະແມ່ນຕ້ອງໄດ້ເອົາໃຈໃສ່ຕໍ່ກັບຄວາມສ່ຽງທີ່ອາດເກີດຂຶ້ນໃນໄລຍະສັ້ນ ເຊິ່ງຕິດພັນກັບອັດຕາດອກເບ້ຍຢູ່ໃນບັນດາປະເທດພັດທະນາແລ້ວ ທີ່ອາດຈະເພີ່ມສູງຂຶ້ນໄວກວ່າທີ່ຄາດຄະເນໄວ້ ແລະ ຄວາມເປັນໄປໄດ້ທີ່ຈະເກີດມີຄວາມກົດດັນທາງດ້ານການຄ້າເພີ່ມສູງຂຶ້ນຢ່າງໄວວາ ເຊິ່ງຕ້ອງໄດ້ມີນະໂຍບາຍເງິນຕາທີ່ຮັດກຸມຂຶ້ນກວ່າເກົ່າ ແລະ ຕ້ອງມີທຶນສໍາຮອງຂອງງົບປະມານລັດຖະບານຫຼາຍກວ່າເກົ່າ ເພື່ອປ້ອງກັນຜົນກະທົບທີ່ອາດເກີດຂຶ້ນ. ໃນການເພີ່ມອັດຕາການເຕີບໂຕໃນໄລຍະຍາວ, ການເພີ່ມທະວີການລົງທຶນ ທັງພາກລັດ ແລະ ພາກເອກະຊົນ ລວມໄປເຖິງການຍົກລະດັບປະສິດທິພາບການຜະລິດ ແລະ ຊັບພະຍາກອນມະນຸດທີ່ມີຄວາມສາມາດແມ່ນເປັນກຸນແຈສໍາຄັນ.
ທ່ານ ນ.ວິກໂຕເຣຍ ກົວກົວ, ຮອງຫົວໜ້າຫ້ອງການທະນາຄານໂລກ ຜູ້ທີ່ຮັບຜິດຊອບກ່ຽວກັບພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ໄດ້ກ່າວວ່າ: “ການເຕີບໂຕຢ່າງໄວວານັ້ນ ໄດ້ປະກອບສ່ວນຢ່າງຫຼວງຫຼາຍໃຫ້ແກ່ພາກພື້ນໃນການຫຼຸດຜ່ອນຄວາມທຸກຍາກລະດັບຮຸນແຮງ. ໃນການສືບຕໍ່ວຽກງານດັ່ງກ່າວ, ແລະ ເພື່ອແກ້ໄຂບັນຫາປະຊາກອນຈໍານວນຫຼວງຫຼາຍທີ່ຍັງພົບພໍ້ຄວາມບໍ່ໝັ້ນຄົງທາງເສດຖະກິດນັ້ນ ມັນຮຽກຮ້ອງໃຫ້ມີການຮັກສາການເຕີບໂຕທີ່ຍືນຍົງໃນໄລຍະຍາວ. ສະນັ້ນ ນັກວາງນະໂຍບາຍຈະຕ້ອງໄດ້ສຸມໃສ່ແກ້ໄຂຄວາມສ່ຽງຕໍ່ ສະຖຽນລະພາບທາງເສດຖະກິດ ໄປຄຽງຄູ່ກັບການດໍາເນີນບາດກ້າວໃນການເພີ່ມທ່າແຮງໃຫ້ແກ່ການເຕີບໂຕໃນໄລຍະຍາວ”.
ພາຍຫຼັງທີ່ການເຕີບໂຕຂອງເສດຖະກິດໄດ້ເພີ່ມຂຶ້ນໄວກວ່າທີ່ຄາດຄະເນໄວ້ໃນປີ 2017, ການເຕີບໂຕຂອງປະເທດຈີນ ຄາດວ່າຈະຂະຫຍາຍຕົວຊ້າລົງເລັກນ້ອຍ, ໃນລະດັບ 6,5% ໃນປີ 2018 ເນື່ອງຈາກວ່າ ເສດຖະກິດຂອງປະເທດຄາດວ່າຈະສືບຕໍ່ປັບຄວາມສົມດຸນ ຈາກການລົງທຶນ ມາເນັ້ນໃສ່ການຊົມໃຊ້ພາຍໃນ ໂດຍມີນະໂຍບາຍທີ່ສຸມໃສ່ການຫຼຸດຜ່ອນການຂະຫຍາຍຕົວຂອງສິນເຊື່ອ ແລະ ປັບປຸງຄຸນນະພາບຂອງການເຕີບໂຕ.
ຖ້າບໍ່ລວມປະເທດຈີນ, ອັດຕາການເຕີບໂຕໃນພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກທີ່ກໍາລັງມີການພັດທະນາ ຄາດວ່າ ຈະຍັງສືບຕໍ່ມີສະຖຽນລະພາບ ໃນປີ 2018, ໃນອັດຕາ 5,4%, ເຊິ່ງສະທ້ອນໃຫ້ເຫັນເຖິງຄວາມຕ້ອງການທັງພາຍໃນ ແລະ ພາຍນອກຍັງສືບຕໍ່ເພີ່ມຂຶ້ນຢ່າງໄວວາ. ການເຕີບໂຕໃນປະເທດອິນໂດເນເຊຍ ແລະ ປະເທດໄທ ກໍ່ຄາດວ່າຈະຂະຫຍາຍຕົວຢ່າງເຂັ້ມແຂງໃນປີ 2018 ໂດຍມີແນວໂນ້ມທາງດ້ານການລົງທຶນ ແລະ ການຊົມໃຊ້ຂອງພາກເອກະຊົນດີຂຶ້ນກວ່າເກົ່າ. ໃນປະເທດຟິລິບປີນ, ການເຕີບໂຕມີທ່າອ່ຽງວ່າຈະຍັງຄົງທີ່ໃນປີ 2018. ໃນປະເທດມາເລເຊຍ ແລະ ປະເທດຫວຽດນາມ, ການເຕີບໂຕຄາດວ່າຈະຂະຫຍາຍຕົວຊ້າລົງ, ເນື່ອງຈາກການລົງທຶນຂອງລັດໃນປະເທດເມເລເຊຍຄາດວ່າຈະຫຼຸດລົງ ແລະ ການຜະລິດກະສິກໍາຄາດວ່າຈະຄົງທີ່ຢູ່ໃນປະເທດຫວຽດນາມໃນປີ 2017.
ສ່ວນແນວໂນ້ມທາງເສດຖະກິດຂອງບັນດາປະເທດນ້ອຍ ໂດຍລວມກໍ່ຄາດວ່າຈະຂະຫຍາຍຕົວເພີ່ມຂຶ້ນ, ສ່ວນໜຶ່ງກໍ່ເນື່ອງຈາກລາຄາຂອງສິນຄ້າທີ່ຄາດວ່າຈະເພີ່ມສູງຂຶ້ນ. ໃນປະເທດມຽນມ້າ, ອັດຕາການເຕີບໂຕຂອງເສດຖະກິດຄາດວ່າຈະເພີ່ມສູງຂຶ້ນໃນປີ 2018, ເຖິງວ່າການລົງທຶນອາດຈະມີແນວໂນ້ມຫຼຸດລົງເນື່ອງຈາກສະພາບຄວາມຫຍຸ້ງຍາກໃນລັດຣະໄຂ່. ການເຕີບໂຕທີ່ເພີ່ມສູງຂຶ້ນໃນປະເທດມົງໂກລີ ກໍ່ຄາດວ່າຈະເພີ່ມຂຶ້ນຍ້ອນນະໂຍບາຍສ້າງສະຖຽນລະພາບດ້ານເສດຖະກິດ. ປາປົວນິວກີນີ ອາດຈະຟື້ນຕົວເນື່ອງຈາກລາຄາສິນຄ້າມີທ່າອ່ຽງດີຂຶ້ນ ເຖິງແມ່ນວ່າຜົນກະທົບຈາກແຜ່ນດິນໄຫວໃນຫວ່າງບໍ່ດົນມານີ້ອາດສົ່ງຜົນກະທົບຕໍ່ທ່າແຮງເສດຖະກິດ. ເສດຖະກິດຂອງກຳປູເຈຍຄາດວ່າຈະຂະຫຍາຍຕົວເລັກນ້ອຍ, ໃນຂະນະທີ່ ການເຕີບໂຕໃນ ສປປ ລາວ ຈະຍັງຄົງທີ່.
ການເຕີບໂຕໃນບັນດາປະເທດໝູ່ເກາະປາຊີຟິກແມ່ນມີແນວໂນ້ມທີ່ຫຼາກຫຼາຍ. ການເຕີບໂຕໃນໝູ່ເກາະຟີຈິ ແລະ ໂຊໂລມົນ ຄາດວ່າຈະຂະຫຍາຍຕົວຊ້າລົງ. ສ່ວນການເຕີບໂຕຢູ່ໃນບັນດາປະເທດໝູ່ເກາະນ້ອຍໆໃນປາຊີຟິກ ຄາດວ່າຈະມີການເຕີບໂຕໃນຈັ່ງຫວະຊ້າກວ່າໝູ່ ແຕ່ກໍ່ອາດມີການປ່ຽນແປງໄດ້ຕະຫຼອດເວລາ ເນື່ອງຈາກປະເທດເຫຼົ່ານີ້ມີລະດັບຄວາມສ່ຽງສູງຕໍ່ການເກີດໄພພິບັດທາງທໍາມະຊາດ ແລະ ມີການເອື່ອຍອີງໃສ່ການນໍາເຂົ້າສິນຄ້າສູງ.
ທ່ານ ຊູເດຍ ເຊັດຕີ້, ຫົວໜ້ານັກເສດຖະສາດຂອງທະນາຄານໂລກ ປະຈຳພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ໄດ້ກ່າວວ່າ: “ໃນຂະນະທີ່ການຄາດຄະເນທາງດ້ານການເຕີບໂຕຊີ້ບອກເຖິງແນວໂນ້ມທີ່ດີ, ແຕ່ກໍ່ຍັງມີສິ່ງທ້າທາຍຫຼາຍຢ່າງຕໍ່ການວາງນະໂຍບາຍໃນໄລຍະສັ້ນ ແລະ ໄລຍະກາງ. ໃນການແກ້ໄຂບັນຫາທ້າທາຍດັ່ງກ່າວ ຕ້ອງໄດ້ມີການວາງມາດຕະການຫຼຸດຜ່ອນຜົນກະທົບທີ່ອາດເກີດຂຶ້ນຈາກການນໍາໃຊ້ນະໂຍບາຍທາງດ້ານເງິນຕາທີ່ຮັດກຸມຢ່າງໄວວາ ໃນບັນດາປະເທດພັດທະນາແລ້ວ ກໍ່ຄື ການເພີ່ມທະວີແນວໂນ້ມການເຕີບໂຕໃນໄລຍະຍາວບົນພື້ນຖານຂອງຄວາມບໍ່ແນ່ນອນທາງດ້ານນະໂຍບາຍ ໂດຍສະເພາະນະໂຍບາຍທາງດ້ານການຄ້າຂອງສາກົນ”.
ເພື່ອແກ້ໄຂບັນຫາຄວາມສ່ຽງທີ່ຕິດພັນກັບສະຖຽນລະພາບຂອງເສດຖະກິດມະຫາພາກ, ປະເທດຕ່າງໆ ຈະຕ້ອງໄດ້ພິຈາລະນາປັບປຸງນະໂຍບາຍທາງດ້ານເງິນຕາໃຫ້ມີຄວາມຮັດກຸມຂຶ້ນກວ່າເກົ່າ ແລະ ເພີ່ມຄວາມເຂັ້ມແຂງໃຫ້ແກ່ລະບຽບການລະດັບມະຫາພາກຢ່າງຮອບຄອບ (macroprudential regulations). ສິ່ງນີ້ແມ່ນມີຄວາມສໍາຄັນຫຼາຍ ໂດຍສະເພາະກັບບັນດາປະເທດທີ່ມີໜີ້ສິນໃນລະດັບສູງ ຫຼື ມີການເພີ່ມຂຶ້ນຂອງສິນເຊື່ອຢ່າງໄວວາ ເຊິ່ງອາດຈະເຮັດໃຫ້ສະພາບຄວາມບອບບາງຢູ່ໃນຂະແໜງການເງິນເພີ່ມສູງຂຶ້ນ ໃນເວລາທີ່ອັດຕາດອກເບ້ຍເພີ່ມຂຶ້ນຢູ່ໃນບັນດາປະເທດພັດທະນາແລ້ວ.
ຕໍ່ກັບບັນຫາການເຕີບໂຕທີ່ຂະຫຍາຍຕົວຊ້າລົງ ຢູ່ໃນທົ່ວພາກພື້ນໃນໄລຍະກາງ, ປະເທດຕ່າງໆຈະຕ້ອງໄດ້ຊອກຫາວິທີທາງເພີ່ມທະວີທ່າແຮງການເຕີບໂຕໃນໄລຍະຍາວ. ສິ່ງດັ່ງກ່າວນີ້ ອາດຈະກວມເອົາບັນດາມາດຕະການທີ່ຫຼາກຫຼາຍເລັ່ງໃສ່ ປັບປຸງການໃຊ້ຈ່າຍພາກລັດ ແລະ ການລົງທຶນຢູ່ໃນຂະແໜງໂຄງລ່າງພື້ນຖານ; ເພີ່ມທະວີການເຊື່ອມໂຍງ ແລະ ປັບປຸງການອໍານວຍຄວາມສະດວກທາງດ້ານການຄ້າ; ດໍາເນີນການປະຕິຮູບຕ່າງໆ ເພື່ອເພີ່ມທະວີຄວາມສາມາດໃນການແຂ່ງຂັນ ແລະ ສ້າງຊັບພະຍາກອນມະນຸດໃຫ້ມີຄວາມສາມາດ.
ຕໍ່ກັບສະພາບຄວາມສ່ຽງທາງດ້ານລະບົບການຄ້າຢູ່ໃນໂລກທີ່ຍັງຄົງສືບຕໍ່, ພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ສາມາດຮັບມືດ້ວຍການເພີ່ມທະວີການເຊື່ອມໂຍງ ແລະ ອໍານວຍຄວາມສະດວກທາງດ້ານການຄ້າໃຫ້ຫຼາຍກວ່າເກົ່າ, ໂດຍຜ່ານກົນໄກປະຊາຄົມເສດຖະກິດອາຊີ, ຂໍ້ຕົກລົງແບບຮອບດ້ານ ແລະ ກ້າວໜ້າເພື່ອການຮ່ວມມືກັນໃນເຂດການຄ້າເສລີໃນຂ້າມມະຫາສະຫມຸດປາຊີຟິກ (Comprehensive and Progressive Agreement for Trans-Pacific Partnership) ແລະ ໂຄງການໜຶ່ງແລວ ໜຶ່ງເສັ້ນທາງ. ຖ້າຈັດຕັ້ງປະຕິບັດໄດ້ດີ, ຂອບວຽກເຫຼົ່ານີ້ຍິ່ງຈະມີບົດບາດສໍາຄັນ ໃນເວລາທີ່ປະເທດຕ່າງໆມີການດັດປັບຍຸດທະສາດການພັດທະນາທີ່ອີງໃສ່ການຜະລິດ ໂດຍຄໍານຶງເຖິງສິ່ງທ້າທາຍທາງດ້ານເຕັກໂນໂລຊີທີ່ຊ່ວຍປະຢັດແຮງງານ ແລະ ການນໍາໃຊ້ລະບົບຄອມພິວເຕີຄວບຄຸມ ແລະ ການປະສົມປະສານກັນລະຫວ່າງການຜະລິດ ແລະ ການບໍລິການ.
ພ້ອມນັ້ນ, ການເພີ່ມຄວາມສາມາດໃນການແຂ່ງຂັນກໍ່ເປັນອີກສິ່ງໜຶ່ງທີ່ສໍາຄັນສໍາລັບປະເທດຕ່າງໆ ຢູ່ໃນພາກພື້ນ ເນື່ອງຈາກວ່າປະເທດເຫຼົ່ານີ້ຕ້ອງໄດ້ມີການປັບຕົວເຂົ້າກັບການປ່ຽນແປງທາງດ້ານການຜະລິດດ້ວຍການນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ. ໃນການເລືອກປະເທດທີ່ຈະເປັນຖານການຜະລິດ, ແວດລ້ອມການດໍາເນີນທຸລະກິດ ປະກອບມີຫຼາຍປັດໄຈທີ່ຈະສໍາຄັນກວ່າປັດໄຈທາງດ້ານຄ່າແຮງງານ. ພ້ອມນັ້ນ, ເຕັກໂນໂລຊີຕ່າງໆກໍ່ມີການພັດທະນາຂຶ້ນເລື້ອຍໆ, ຄວາມຮູ້ພື້ນຖານ ແລະ ຄວາມລຶ້ງເຄີຍໃນການນໍາໃຊ້ເຕັກໂນໂລຊີດິຈິຕອນແມ່ນເປັນສິ່ງທີ່ຈໍາເປັນ.
ການປັບປຸງປະສິດທິພາບຂອງໂຮງຮຽນແມ່ນເປັນບູລິມະສິດອັນໜຶ່ງຂອງຫຼາຍໆປະເທດຢູ່ໃນພາກພື້ນ ໂດຍສະເພາະໃນປະເທດທີ່ນັກຮຽນສ່ວນໃຫຍ່ແມ່ນໄປໂຮງຮຽນ ແຕ່ບໍ່ຮຽນໜັງສື. ບາດກ້າວທໍາອິດທີ່ສໍາຄັນແມ່ນການປັບປຸງ ແລະ ສ້າງລະບົບການບໍລິຫານທີ່ດີໃຫ້ແກ່ສະຖາບັນການສຶກສາຕ່າງໆ ໂດຍການສະໜອງເງື່ອນໄຂພື້ນຖານສໍາລັບການຮຽນການສອນ. ພ້ອມນັ້ນ, ລະບົບການສຶກສາຄວນສຸມໃສ່ ຄວາມສະເໝີພາບທາງດ້ານການໃຊ້ຈ່າຍຂອງພາກລັດໃນໂຮງຮຽນປະຖົມ; ກະກຽມຄວາມພ້ອມໃຫ້ນັກຮຽນເພື່ອການຮຽນຮູ້ເລີ່ມແຕ່ກ່ອນເຂົ້າໂຮງຮຽນ; ຮັບປະກັນຄຸນນະພາບໃນການຄັດເລືອກ ແລະ ເພີ່ມເງິນເດືອນ ແລະ ປະຕິບັດນະໂຍບາຍທາງດ້ານການພັດທະນາຄູອາຈານ ພ້ອມທັງມີການປະເມີນຢ່າງເປັນລະບົບເພື່ອປັບປຸງການສິດສອນໃຫ້ດີຂຶ້ນ.
ເພື່ອຮັບປະກັນໃຫ້ໄດ້ວ່າຜູ້ທີ່ບໍ່ມີຄວາມໝັ້ນຄົງທາງດ້ານເສດຖະກິດນັ້ນບໍ່ຖືກປະຖິ້ມໄວ້ຂ້າງຫຼັງ, ການປັບປຸງແຜນງານຊ່ວຍເຫຼືອ ແລະ ປະກັນທາງດ້ານສັງຄົມໃຫ້ມີຄວາມເຂັ້ມແຂງ ລວມທັງການເພີ່ມຄວາມສາມາດໃນການຮັບມືກັບວິກິດການທາງເສດຖະກິດຈິ່ງເປັນສິ່ງທີ່ສໍາຄັນ. ຄວາມສາມາດໃນການຮັບມືກັບວິກິດການທາງເສດຖະກິດ ແມ່ນມີຄວາມສໍາຄັນຫຼາຍ ໂດຍສະເພາະຢູ່ໃນບັນດາປະເທດໝູ່ເກາະປາຊີຟີກ ແລະ ສາມາດຫຼຸດຜ່ອນບັນຫານີ້ລົງໄດ້ ໂດຍການສ້າງກອງທຶນຄວາມຮັ່ງມີແຫ່ງຊາດ ກໍ່ຄືການເຂົ້າເຖິງແຜນການເຄື່ອນຍ້າຍທີ່ຢູ່ອາໃສແບບຊົ່ວຄາວ.
ບົດລາຍງານນີ້ໄດ້ຖືກເຜີຍແຜ່ ແລະເປັນສ່ວນໜຶ່ງຂອງວາລະສານ Voyage to Indonesia, ກິດຈະກໍາຫຼາຍຢ່າງທີ່ຖືກຈັດຕັ້ງປະຕິບັດເພື່ອກະກຽມໃສ່ກອງປະຊຸມທົບທວນປະຈໍາປີຂອງກຸ່ມທະນາຄານໂລກ ແລະ ກອງທຶນການເງິນສາກົນ ເຊິ່ງຈະໄດ້ຈັດຂຶ້ນທີ່ປະເທດອິນໂດເນເຊຍ, ວັນທີ 12-14 ຕຸລາ 2018.