ນະຄອນຫຼວງວຽງຈັນ, 29 ຕຸລາ 2014 – ບົດລາຍງານສະບັບໃໝ່ຂອງກຸ່ມທະນາຄານໂລກ ໄດ້ຊີ້ໃຫ້ເຫັນວ່າ ສະພາບແວດລ້ອມໃນການດໍາເນີນທຸລະກິດໃນ ສປປ. ລາວ ໄດ້ຖືກປັບປຸງໃຫ້ດີຂຶ້ນ ໃນຊຸມປີທີ່ຜ່ານມາ, ໂດຍໄດ້ກ້າວຂື້ນມາ 7 ລຳດັບ ໃນການຈັດລຳດັບຄວາມສະດວກໃນການດໍາເນີນ ທຸລະກິດໃນທົ່ວໂລກ. ແຕ່ເຖິງວ່າຈະມີຄວາມຄືບໜ້າຂຶ້ນ, ບັນດາຜູ້ປະກອບການໃນ ສປປ. ລາວ ກໍ່ຍັງຄົງປະເຊີນໜ້າກັບຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆທີ່ຮຸນແຮງຫຼາຍ ເມື່ອທຽບໃສ່ບັນດາປະເທດ ເພື່ອນບ້ານຢູ່ໃນພາກພື້ນ.
ບົດລາຍງານ ການດໍາເນີນທຸລະກິດໃນປີ 2015: ກ້າວໄກເກີນກວ່າປະສິດທິພາບ ທີ່ຫາກໍ່ເປີດຕົວໃນມື້ນີ້ ໄດ້ສະແດງໃຫ້ເຫັນວ່າ ລຳດັບຄວາມສະດວກໃນການດຳເນີນທຸລະກິດ ຂອງ ສປປ. ລາວ ໄດ້ຫຍັບຂຶ້ນ ຈາກລຳດັບທີ 155 ໃນບັນດາ 189 ເສດຖະກິດໃນທົ່ວໂລກໃນບົດລາຍງານປີກາຍນີ້ ຂຶ້ນມາເປັນລຳດັບທີ 148 ໃນປີນີ້. ລຳດັບທີ່ສູງຂຶ້ນມານີ້ ແມ່ນສະທ້ອນເຖິງບັນດາມາດຕະການໃນການ ເສີມສ້າງຄວາມເຂັ້ມແຂງຂອງສິດທາງກົດໝາຍຂອງຜູ້ກູ້ຢືມ ແລະ ຜູ້ໃຫ້ກູ້ຢືມ ໂດຍການສ້າງຕັ້ງລະບົບ ການຂື້ນທະບຽນຫລັກຊັບຄ້ຳປະກັນ, ແລະ ເສີມສ້າງຄວາມເຂັ້ມແຂງ ໃນການປົກປ້ອງນັກລົງທຶນ ຜູ້ຖືຮຸ້ນລາຍຍ່ອຍ ໂດຍການປັບປຸງມາດຕະຖານການເຜີຍແຜ່ຂໍ້ມູນ ຂອງບັນດາຜູ້ອໍານວຍການ ຂອງບໍລິສັດຕ່າງໆ ທີ່ໄດ້ຖືກຈົດທະບຽນໄວ້ຢູ່ໃນຕະຫຼາດຫຼັກຊັບລາວ. ເຖິງຢ່າງໃດກໍ່ຕາມ, ຄວາມສະດວກ ໃນການດຳເນີນທຸລະກິດໃນ ສປປ. ລາວ ກໍ່ຍັງຄົງຫ່າງໄກຫຼາຍ ເມື່ອທຽບໃສ່ມາເລເຊຍ ທີ່ຢູ່ໃນລຳດັບ 18, ແລະ ໄທ ທີ່ຢູ່ໃນລຳດັບ 26.
ທ່ານ ນາງ ແຊລລີ ເບີນນິງແຮມ, ຫົວໜ້າຫ້ອງການທະນາຄານໂລກ ປະຈຳ ສປປ. ລາວ ໄດ້ກ່າວວ່າ: “ພວກເຮົາມີຄວາມຍິນດີທີ່ເຫັນ ສປປ. ລາວ ຄືບໜ້າຂຶ້ນ ໃນລຳດັບຄວາມສະດວກໃນການດຳເນີນ ທຸລະກິດ”. ນອກນັ້ນ ເພິ່ນຍັງໄດ້ກ່າວຕື່ມວ່າ: “ເຖິງຢ່າງໃດກໍ່ຕາມ, ບັນດາຜູ້ປະກອບການໃນ ສປປ. ລາວຍັງຄົງໄດ້ຮັບຜົນກະທົບ ຈາກມູນຄ່າການດຳເນີນທຸລະກິດທີ່ມີລາຄາສູງ, ເຊັ່ນຄ່າໃຊ້ຈ່າຍໃນການ ຈັດການກັບບັນດາລະບຽບການ ແລະ ຂໍ້ກຳນົດໃນການອອກໃບອະນຸຍາດ ທີ່ຫຍຸ້ງຍາກ—ພ້ອມທັງໄດ້ຮັບ ຜົນກະທົບຈາກບັນຫາຄວາມບໍ່ແນ່ນອນ ເນື່ອງຈາກວ່າຍັງຄົງມີບາງລະບຽບການ ທີ່ຍັງບໍ່ໄດ້ຖືກປະຕິບັດຢ່າງເຂັ້ມງວດ ແລະ ບໍ່ສະເຫມີພາກກັນ. ກຸ່ມທະນາຄານໂລກ ຈະຕັ້ງໜ້າສືບຕໍ່ສະໜັບສະໜູນ ບັນດາການປະຕິຮູບໃນຂົງເຂດທີ່ສຳຄັນ ໃນການເຮັດໃຫ້ການບໍລິການວຽກງານອາກອນໃຫ້ມີຄວາມງ່າຍດາຍຂຶ້ນ, ເຮັດໃຫ້ຂະບວນການ ການເລີ່ມຕົ້ນ ທຸລະກິດມີຄວາມຄ່ອງຕົວຂຶ້ນ, ແລະ ເຮັດໃຫ້ບັນດາຂັ້ນຕອນການນຳເຂົ້າ ແລະ ການສົ່ງອອກ ມີປະສິດທິພາບກວ່າເກົ່າ.
ໂດຍລວມແລ້ວ, ບົດລາຍງານດັ່ງກ່າວ ໄດ້ຈັດລຳດັບໃຫ້ ປະເທດສິງກະໂປ ຢູ່ໃນລໍາດັບສູງສຸດ ຂອງ ການຈັດລຳດັບຄວາມສະດວກໃນການດໍາເນີນທຸລະກິດໃນທົ່ວໂລກ. ສຳລັບ 10 ລຳດັບທຳອິດ ຂອງບັນດາເສດຖະກິດຂອງປະເທດ ທີ່ມີສະພາບແວດລ້ອມທີ່ເປັນມິດ ແລະ ເອື້ອອຳນວຍແກ່ການ ດຳເນີນທຸລະກິດຫຼາຍທີ່ສຸດ ແມ່ນໄດ້ແກ່: ປະເທດນິວຊີແລນ, ເຂດບໍລິຫານຕົນເອງ ຮົງກົງ ຂອງ ສ.ປ ຈີນ, ເດັນມາກ, ສາທາລະນະລັດ ເກົາຫຼີ, ນໍເວ, ສະຫະລັດອາເມລິກາ, ອັງກິດ, ຟິນແລນ, ແລະ ປະເທດອົດສະຕາລີ.
ຂໍ້ມູນກ່ຽວກັບບົດລາຍງານ ການດໍາເນີນທຸລະກິດ
ບົດລາຍງານສຳຄັນປະຈຳປີກ່ຽວກັບ ການດໍາເນີນທຸລະກິດ ຂອງກຸ່ມທະນາຄານໂລກແມ່ນວິເຄາະບັນດາລະບຽບການຕ່າງໆ ທີ່ຖືກນໍາໃຊ້ເຂົ້າໃນການດຳເນີນທຸລະກິດໃນເສດຖະກິດໃດໜຶ່ງ ໃນຕະຫຼອດໄລຍະວົງຈອນການດໍາເນີນງານ, ເຊິ່ງລວມມີ ໄລຍະການເລີ່ມຕົ້ນທຸລະກິດ ແລະ ການດໍາເນີນງານ, ການຄ້າຂາຍຂ້າມຊາຍແດນ, ການຊໍາລະຄ່າອາກອນ ແລະ ການແກ້ໄຂກໍລະນີລົ້ມລະລາຍ. ການຈັດລໍາດັບຄວາມສະດວກໃນການດໍາເນີນທຸລະກິດ ແມ່ນອີງຕາມ 10 ຕົວຊີິ້ວັດ ໂດຍກວມເອົາເສດຖະກິດຂອງ 189 ປະເທດ. ບົດລາຍງານ ການດໍາເນີນທຸລະກິດ ແມ່ນບໍ່ໄດ້ວັດແທກ ທຸກໆແງ່ມຸມທັງໝົດ ຂອງສະພາບແວດລ້ອມໃນການດຳເນີນທຸລະກິດ ທີ່ມີຄວາມສໍາຄັນຕໍ່ບັນດາບໍລິສັດ ແລະ ຜູ້ລົງທຶນຕ່າງໆ. ຍົກຕົວຢ່າງ: ບົດລາຍງານ ບໍ່ໄດ້ວັດແທກເບິ່ງຄຸນະພາບຂອງການບໍລິຫານຄຸ້ມຄອງທາງດ້ານການເງິນ, ແງ່ມຸມຕ່າງໆກ່ຽວກັບສະຖຽນລະພາບດ້ານເສດຖະກິດມະຫາພາກ, ລະດັບສີມືແຮງງານຂອງຕະຫຼາດແຮງງານ, ຫຼື ການຟື້ນຟູ ຂອງລະບົບການເງິນ. ຜົນໄດ້ຮັບຂອງບົດລາຍງານນີ້ ໄດ້ຜັກດັນໃຫ້ມີການປຶກສາຫາຫລືກັນດ້ານ ນະໂຍບາຍຢ່າງແຜ່ຫຼາຍ ໃນທົ່ວໂລກ ແລະ ກໍ່ໃຫ້ເກີດມີການສຶກສາຄົ້ນຄວ້າຕື່ມ ກ່ຽວກັບສາຍພົວພັນລະຫວ່າງລະບຽບການພາຍໃນບໍລິສັດ ແລະ ໝາກຜົນທາງດ້ານເສດຖະກິດ ໃນບັນດາເສດຖະກິດຕ່າງໆໃນທົ່ວໂລກ. ໃນແຕ່ລະປີ ທີມງານທີ່ຮັບຜິດຊອບໃນການສ້າງບົດລາຍງານ ໄດ້ດໍາເນີນການ ເພື່ອປັບປຸງວິທີການວິເຄາະ, ແລະ ປັບປຸງການເກັບຂໍ້ມູນ, ການວິເຄາະ ແລະ ຜົນໄດ້ຮັບ. ໂຄງການນີ້ ໄດ້ຮັບຜົນປະໂຫຍດ ຈາກການປະກອບຄຳຄິດຄຳເຫັນຈາກຫຼາຍໆພາກສ່ວນທີ່ກ່ຽວຂ້ອງ ໃນໄລຍະເວລາຫຼາຍປີທີ່ຜ່ານມາ. ເປົ້າໝາຍຫຼັກຂອງບົດລາຍງານ ແມ່ນການສະໜອງ ບ່ອນອ້າງອີງພື້ນຖານທີ່ພາວະວິໄສ ເພື່ອສ້າງຄວາມເຂົ້າໃຈ ແລະ ປັບປຸງສະພາບແວດລ້ອມດ້ານລະບຽບການໃນທ້ອງຖິ່ນ ສໍາລັບບັນດາທຸລະກິດໃນທົ່ວໂລກ, ໂຄງການດັ່ງກ່າວ ຍັງໄດ້ດໍາເນີນການຜ່ານຂັ້ນຕອນການທົບທວນຄືນຢ່າງເຂັ້ມງວດ ເພື່ອໃຫ້ແນ່ໃຈວ່າຜົນໄດ້ຮັບມີຄຸນນະພາບ ແລະ ມີປະສິດທິພາບ. ບົດລາຍງານຂອງປີນີ້ ແມ່ນຖືກຈັດພິມເປັນສະບັບທີ 12 ໃນບັນດາບົດລາຍງານດ້ານການດຳເນີນທຸລະກິດລະດັບໂລກ.
ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບ ບົດລາຍງານການດໍາເນີນທຸລະກິດ ສະບັບດັ່ງກ່າວ, ທ່ານສາມາດເຂົ້າໄປເບິ່ງໄດ້ທີ່ doingbusiness.org ແລະ ເຂົ້າໄປທີ່ doingbusiness.org/Facebook.