ນະຄອນຫຼວງວຽງຈັນ, ວັນທີ 14 ພຶດສະພາ 2014 - ມື້ນີ້, ລັດຖະບານແຫ່ງ ສປປ. ລາວ ຕາງໜ້າໂດຍ ພະນະທ່ານ ນາງ ທິບພະກອນ ຈັນທະວົງສາ, ລັດຖະມົນຕີຊ່ວຍວ່າການກະຊວງການເງິນ, ແລະ ທະນາຄານໂລກ ຕາງໜ້າໂດຍ ທ່ານ ອູຣິກ ຊັກຄາວ, ຜູ້ອຳນວຍການທະນາຄານໂລກ ປະຈຳພາກພື້ນອາຊີຕາເວັນອອກສ່ຽງໃຕ້, ໄດ້ເຊັນລົງນາມສັນຍາ ທຶນຊ່ວຍເຫຼືອທາງດ້ານການເງິນເຂົ້າໃນ ໂຄງການການສຶກສາເດັກກ່ອນໄວຮຽນ ແລະ ໂຄງການສ້າງຄວາມເຂັ້ມແຂງໃນການຄຸ້ມຄອງປ່າສະຫງວນ ແລະ ສັດປ່າ.
ສັນຍາທຶນຊ່ວຍເຫຼືອທີ່ຫາກໍ່ໄດ້ຮັບການລົງນາມໃໝ່ນີ້ແມ່ນລວມມີ:
- ທຶນຊ່ວຍເຫຼືອຈຳນວນ 28 ລ້ານໂດລາສະຫະລັດ ຈາກສະມາຄົມເພື່ອການພັດທະນາສາກົນ (IDA) ຂອງທະນາຄານໂລກ ສຳລັບໂຄງການການສຶກສາເດັກກ່ອນໄວຮຽນ (ເງິນຊ່ວຍເຫຼືອລ້າ 14 ລ້ານໂດລາສະຫະລັດ ແລະ ເງິນກູ້ຢືມ 14 ລ້ານໂດລາສະຫະລັດ). ໂຄງການດັ່ງກ່າວຈະເພີ່ມທະວີຂອບເຂດ ແລະ ປັບປຸງຄຸນນະພາບຂອງການສຶກສາ ສຳລັບເດັກກ່ອນໄວຮຽນ ໃນບັນດາຊຸມຊົນທີ່ດ້ອຍໂອກາດ.
- ທຶນຊ່ວຍເຫຼືອຈຳນວນ 23.83 ລ້ານໂດລາສະຫະລັດ ສຳລັບໂຄງການສ້າງຄວາມເຂັ້ມແຂງໃນການຄຸ້ມຄອງປ່າສະຫງວນ ແລະ ສັດປ່າ, ເຊິ່ງໃນນັ້ນປະກອບມີ ເງິນກູ້ຢືມ 12.5 ລ້ານໂດລາສະຫະລັດຈາກ IDA (ທະນາຄານໂລກ), ເງິນຊ່ວຍເຫຼືອລ້າ 4.5 ລ້ານໂດລາສະຫະລັດຈາກ IDA, ແລະ ເງິນຊ່ວຍເຫຼືອລ້າ 6.83 ລ້ານໂດລາສະຫະລັດ ຈາກ ກອງທຶນສິ່ງແວດລ້ອມໂລກ (GEF). ໂຄງການດັ່ງກ່າວ ແມ່ນແນໃສ່ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການຄຸ້ມຄອງເຂດປ່າສະຫງວນແຫ່ງຊາດ ແລະ ການບັງຄັບໃຊ້ກົດໝາຍກ່ຽວກັບສັດປ່າ ໃນ ສປປ. ລາວ.
ພະນະທ່ານ ນາງ ທິບພະກອນ ຈັນທະວົງສາ, ລັດຖະມົນຕີຊ່ວຍວ່າການກະຊວງການເງິນ, ໄດ້ກ່າວວ່າ: “ພິທີໃນມື້ນີ້ ໄດ້ສະແດງໃຫ້ເຫັນເຖິງສາຍພົວພັນ ແລະ ການຮ່ວມມືກັນຢ່າງແໜ້ນແຟ້ນ ລະຫວ່າງລັດຖະບານ ສປປ. ລາວ ແລະ ທະນາຄານໂລກ ເຊິ່ງໄດ້ເອົາໃຈໃສ່ສະໜັບສະໜູນບັນດາບູລິມະສິດຂອງລັດຖະບານ ທີ່ໄດ້ວາງອອກໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ. ໂຄງການ ທັງ 2 ໂຄງການນີ້ ຈະປະກອບສ່ວນເຂົ້າໃນການພັດທະນາທາງດ້ານສິ່ງແວດລ້ອມ ແລະ ສັງຄົມ ໂດຍການເພີ່ມທະວີຄຸນນະພາບການຄຸ້ມຄອງ ວຽກງານອະນຸລັກສິ່ງແວດລ້ອມ ແລະ ການສຶກສາຂອງເດັກກ່ອນໄວຮຽນ”.
ໂຄງການການສຶກສາເດັກກ່ອນໄວຮຽນ ແລະ ໂຄງການສ້າງຄວາມເຂັ້ມແຂງໃນການຄຸ້ມຄອງປ່າສະຫງວນ ແລະ ສັດປ່າ ນີ້ ແມ່ນເປັນສ່ວນສຳຄັນ ໃນຍຸດທະສາດຮ່ວມພັດທະນາປະເທດຂອງກຸ່ມທະນາຄານໂລກໃນ ສປປ. ລາວປະຈຳປີ 2012-2016, ເຊິ່ງຍຸດທະສາດດັ່ງກ່າວ ແມ່ນແນໃສ່ການເສີມສ້າງຄວາມເຂັ້ມແຂງໃນການຄຸ້ມຄອງຊັບພະຍາກອນທຳມະຊາດແບບຍືນຍົງ, ການພັດທະນາແບບທົ່ວເຖິງ, ການຄຸ້ມຄອງພາກລັດ, ແລະ ຄວາມອາດສາມາດໃນການແຂ່ງຂັນ ແລະ ການເຊື່ອມຕໍ່ກັບພາກພື້ນ, ໂດຍການສະໜັບສະໜູນການປະຕິຮູບນະໂຍບາຍ ແລະ ການຄຸ້ມຄອງບໍລິຫານຕ່າງໆ.
ທ່ານ ອູຣິກ ຊັກຄາວ, ຜູ້ອຳນວຍການທະນາຄານໂລກປະຈຳພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໄດ້ກ່າວວ່າ: “ການປັບປຸງຄຸນນະພາບຂອງການສຶກສາ ແລະ ການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການຄຸ້ມຄອງດ້ານສິ່ງແວດລ້ອມ ແມ່ນມີຄວາມສຳຄັນ ແລະ ຈຳເປັນຫຼາຍ ໃນການພັດທະນາແບບຍືນຍົງ ແລະ ທົ່ວເຖິງ ຂອງ ສປປ. ລາວ. ພວກເຮົາມີຄວາມມຸ່ງໝັ້ນເອົາໃຈໃສ່ສືບຕໍ່ສະໜັບສະໜູນແຜນງານຂອງລັດຖະບານ ສປປ. ລາວ ຢ່າງຕັ້ງໜ້າ ໃນການພັດທະນາການສຶກສາ ແລະ ການປົກປັກຮັກສາ ແລະ ອະນຸລັກສິ່ງແວດລ້ອມ ເຊິ່ງເປັນການລົງທຶນທີ່ສຳຄັນຫຼາຍ ຕໍ່ອະນາຄົດຂອງ ສ.ປ.ປ.ລາວ”.