ນະຄອນຫຼວງວຽງຈັນ, ວັນທີ 4 ມີນາ 2014 – ບົດລາຍງານເສດຖະກິດຂອງ ສ.ປ.ປ. ລາວ ສະບັບຫຼ້າສຸດ ຂອງທະນາຄານໂລກນີ້ ໄດ້ເນັ້ນໜັກໃສ່ສິ່ງທ້າທາຍ ແລະ ຄວາມສ່ຽງຕ່າງໆ ທີ່ຕິດພັນກັບນະໂຍບາຍ ເສດຖະກິດມະຫາພາກທີ່ມີລັກສະນະເອື້ອອຳນວຍຕໍ່ການພັດທະນາ ພ້ອມດຽວກັນນັ້ນ ກໍ່ຮັບຮູ້ເຖິງການຂະຫຍາຍຕົວຢ່າງແຂງແຮງຂອງເສດຖະກິດໃນຊຸມປີທີ່ຜ່ານມາ. ເສດຖະກິດຂອງ ສ.ປ.ປ. ລາວ ຄາດວ່າຈະຂະຫຍາຍຕົວດ້ວຍອັດຕາ 7,2 ສ່ວນຮ້ອຍ ໃນປີ 2014 ເນື່ອງຈາກການຄາດຄະເນການຂະຫຍາຍຕົວຊ້າລົງຂອງບາງຂະແໜງການ ເຊັ່ນ: ຂະແໜງບໍ່ແຮ່ ແລະ ກໍ່ສ້າງ. ພ້ອມກັນນັ້ນ, ບົດລາຍງານສະບັບນີ້ ຍັງປະກອບມີບົດສະຫຼຸບຈາກບົດສຶກສາຂອງທະນາຄານໂລກກ່ຽວກັບສະພາບຂອງການຄຸ້ມຄອງບໍລິຫານໂດຍໂຮງຮຽນ ໃນ ສ.ປ.ປ. ລາວ ໃນປັດຈຸບັນ.
ການຂະຫຍາຍຕົວຂອງເສດຖະກິດລາວ ຖືກຄາດວ່າ ຈະຊະລໍໃນອັດຕາ 7,2 ສ່ວນຮ້ອຍ ໃນປີ 2014 ທຽບໃສ່ປະມານ 8,1 ສ່ວນຮ້ອຍໃນປີກາຍນີ້. ການຄາດຄະເນດັ່ງກ່າວຄາດວ່າບັນດານະໂຍບາຍເສດຖະກິດຍັງຈະມີລັກສະນະເອື້ອອຳນວຍຢູ່. ສຳລັບເບື້ອງການຜະລິດນັ້ນ ຄາດວ່າການປະກອບສ່ວນໂດຍກົງຈາກຂະແໜງຊັບພະຍາກອນທຳມະຊາດ ຕໍ່ການເຕີບໂຕຂອງເສດຖະກິດຈະຫຼຸດລົງເລັກໜ້ອຍໃນປີ 2014 ສ່ວນໜຶ່ງກໍ່ຍ້ອນວ່າບັນດາໂຄງການຫຼັກໆສ່ວນຫຼາຍ ແມ່ນກຳລັງຢູ່ໃນຂັ້ນຕອນກໍ່ສ້າງ ແລະ ກໍ່ບໍ່ຄາດວ່າໂຄງການເຫຼົ່ານີ້ຈະໄດ້ເລີ່ມດຳເນີນການໃນປີນີ້. ນອກຈາກນັ້ນ ກໍ່ຍັງເປັນຍ້ອນການຄາດຄະເນ ຜົນຜະລິດລວມຂອງຄຳທີ່ອາດຕໍ່າກວ່າເກົ່າ ເຊິ່ງຄາດວ່າສ່ວນໜຶ່ງຈະໄດ້ຮັບການຊົດເຊີຍຈາກຜົນໄດ້ຮັບຈາກການຜະລິດທອງແດງ ທີ່ມີທ່າອ່ຽງວ່າຈະສູງຂຶ້ນໃນປີນີ້. ເຖິງຢ່າງໃດກໍ່ຕາມ, ຂະແໜງບໍລິການ, ປຸງແຕ່ງສະບຽງອາຫານ ແລະ ເຄື່ອງດື່ມ ແມ່ນຄາດວ່າ ຈະສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເນື່ອງຈາກແຮງຜັກດັນຈາກຄວາມຕ້ອງການພາຍໃນ.
ບົດລາຍງານສະບັບນີ້ ຍັງໄດ້ສຶກສາແຜນງົບປະມານປະຈຳປີ 2013/14 ແລະ ຄາດວ່າ ການຂາດດຸນງົບປະມານແມ່ນອາດຕໍ່າກວ່າເກົ່າສົກປີ 2012/13. ເຖິງຢ່າງໃດກໍ່ຕາມ, ເຖິງຈະມີການໂຈະ ໃຫ້ເງິນອຸດໜູນໃໝ່ແກ່ບັນດາພະນັກງານລັດໃນປີນີ້ ແຕ່ລາຍຈ່າຍກໍ່ບໍ່ໄດ້ຫຼຸດລົງຫຼາຍຢ່າງໄວວາ ຍ້ອນຍັງມີການບັນຈຸພະນັກງານເຂົ້າໃໝ່ ແລະ ການເພີ່ມເງິນເດືອນພາກລັດທີ່ສືບຕໍ່ເປັນເວລາ 2 ປີຕິດຕໍ່ກັນແລ້ວ. ດັ່ງນັ້ນ, ມັນມີຄວາມສຳຄັນທີ່ຈະທົບທວນຄືນແຜນການເພີ່ມຂື້ນຂອງລາຍຈ່າຍພາກເງິນເດືອນໃນອະນາຄົດ. ເພື່ອຊ່ວຍດຸ່ນດ່ຽງລາຍຈ່າຍ, ລັດຖະບານໄດ້ມີການປຶກສາຫາລື ກ່ຽວກັບມາດຕະການດ້ານລາຍຮັບເຊັ່ນ ການສ້າງຄວາມເຂັ້ມແຂງໃນການຄຸ້ມຄອງການເກັບລາຍຮັບ. ນອກຈາກການນຳໃຊ້ມາດຕະການ ດ້ານລາຍຮັບແລ້ວ, ກໍ່ຄວນມີການວາງກອບແຜນງົບປະມານລາຍຈ່າຍໄລຍະກາງ ທີ່ຮອບຄອບກວ່າເກົ່າ ແລະ ມີການປະຕິບັດທີ່ສອດຄ່ອງກັບກອບດັ່ງກ່າວຕາມແຕ່ລະໄລຍະ.
ບົດລາຍງານນີ້ຍັງໄດ້ລະບຸວ່າລະດັບຄັງສຳຮອງເງິນຕາຕ່າງປະເທດໃນປີ 2013 ແມ່ນໄດ້ຫຼຸດລົງໄປຢູ່ໃນລະດັບ ທີ່ຕໍ່າທີ່ສຸດໃນຮອບທົດສະວັດທີ່ຜ່ານມາ ທຽບໃສ່ການກຸ້ມການນຳເຂົ້າ ທີ່ມີພຽງ 1,3 ເດືອນ ໃນການນຳເຂົ້າສິນຄ້າ ແລະ ການບໍລິການ. ສະພາບດັ່ງກ່າວ ແມ່ນເກີດຈາກ ການເພີ່ມຂຶ້ນຂອງ ການຂາດດຸນບັນຊີຊຳລະປົກກະຕິກັບຕ່າງປະເທດ ທີ່ສ່ວນໜຶ່ງກໍ່ແມ່ນຍ້ອນການເພີ່ມຂຶ້ນໄວຂອງມູນຄ່ານຳເຂົ້າສິນຄ້າທີ່ຕິດພັນກັບການລົງທຶນໃນຂະແໜງຊັບພະຍາກອນທຳມະຊາດ ທຽບກັບການຂະຫຍາຍຕົວຂອງການສົ່ງອອກ ກໍ່ຄືຄວາມຕ້ອງການພາຍໃນ ແລະ ນະໂຍບາຍການເງິນ ແລະ ງົບປະມານທີ່ມີລັກສະນະເອື້ອເຟື້ອ. ດ້ວຍເຫດນີ້ ມັນຈຶ່ງຮຽກຮ້ອງໃຫ້ມີ ການສະສົມຄັງສຳຮອງເງິນຕາຕ່າງປະເທດ ເພື່ອໃຫ້ເສດຖະກິດປະເທດມີຄວາມພ້ອມໃນການຮັບມືກັບ ວິກິດການດ້ານເສດຖະກິດ ຖ້າວ່າເກີດຂຶ້ນອີກໃນອະນາຄົດ.
ທ່ານ ນາງ ເຄໂກະ ມີວະ, ຜູ້ຕາງໜ້າຫ້ອງການທະນາຄານໂລກປະຈຳ ສ.ປ.ປ. ລາວ ໄດ້ກ່າວວ່າ: “ພວກເຮົາສະໜັບສະໜຸນໃຫ້ລັດຖະບານສືບຕໍ່ຄວາມພະຍາຍາມໃນການນຳໃຊ້ນະໂຍບາຍການເງິນ ແລະ ງົບປະມານທີ່ມີລັກສະນະຮັດກຸມຂຶ້ນ ເພີ່ອປົກປັກຮັກສາໝາກຜົນທີ່ດີຈາກການພັດທະນາເສດຖະກິດໃນໄລຍະຜ່ານມາ”.
ບົດລາຍງານດ້ານເສດຖະກິດຂອງ ສ.ປ.ປ. ລາວ ແມ່ນບົດລາຍງານຂອງທະນາຄານໂລກປະຈຳ ສ.ປ.ປ. ລາວ ທີ່ໄດ້ເຜີຍແຜ່ 2 ເທື່ອຕໍ່ປີ ໂດຍໄດ້ນຳສະເໜີສະພາບການພັດທະນາທາງດ້ານເສດຖະກິດມະຫາພາກຫຼ້າສຸດໃນ ສ.ປ.ປ. ລາວ. ບົດລາຍງານນີ້ ແມ່ນໄດ້ເຜີຍແຜ່ທັງພາສາລາວ ແລະ ອັງກິດ ໂດຍຫ້ອງການທະນາຄານໂລກປະຈຳ ສ.ປ.ປ. ລາວ ທີ່ນະຄອນຫຼວງວຽງຈັນ.