ພິທີເຊັນສັນຍາມອບທຶນຊ່ວຍເຫຼືອລ້າເພື່ອສະໜັບສະໜູນລະບົບສະຖິຕິແຫ່ງຊາດໃນ ສປປ ລາວ ເພື່ອຍົກລະດັບການເຂົ້າເຖິງ ແລະ ປັບປຸງຄຸນນະພາບຂອງສະຖິຕິມະຫາພາກ
ແລະ ສະຖິຕິຄວາມທຸກຍາກ.
ນະຄອນຫຼວງວຽງຈັນ, 17 ພຶດສະພາ 2013 – ມື້ນີ້, ລັດຖະບານແຫ່ງ ສປປ ລາວ ຕາງໜ້າໂດຍ
ທ່ານ ສັນຕິພາບ ພົມວິຫານ, ລັດຖະມົນຕີຊ່ວຍວ່າການກະຊວງການເງິນ ແລະ
ທະນາຄານໂລກ ຕາງໜ້າໂດຍ ທ່ານນາງ ເຄໂກະ ມີວະ, ຜູ້ຕາງໜ້າຫ້ອງການ ທະນາຄານໂລກ
ປະຈໍາ ສປປ ລາວ ໄດ້ເຊັນສັນຍາ ທຶນຊ່ວຍເຫຼືອລ້າມູນຄ່າ US$ 8 ລ້ານ ເພື່ອສີືບຕໍ່ຊ່ວຍເຫຼືອ
ລັດຖະບານລາວໃນການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບສະຖິຕິແຫ່ງຊາດ, ແລະ ປັບປຸງ
ການເກັບກຳຂໍ້ມູນສະຖິຕິໃຫ້ໄດ້ຄຸນນະພາບເພື່ອໃຫ້ສາມາດນຳເອົາໄປໃຊ້ໄດ້ຢ່າງເກີດໝາກຜົນ.
“ພິທີໃນມື້ນີ້ແມ່ນສະແດງໃຫ້ເຫັນເຖິງການຮ່ວມມືອັນແໜ້ນແຟ້ນລະຫວ່າງລັດຖະບານແຫ່ງ ສປປ
ລາວ ແລະ ທະນາຄານໂລກທີ່ໄດ້ໃຫ້ການສະໜັບສະໜູນບັນດາບູລິມະສິດຂອງລັດຖະບານ ທີ່ໄດ້ວາງໄວ້
ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ,” ທ່ານ. ສັນຕິພາບ ພົມວິຫານ, ລັດຖະມົນຕີ
ຊ່ວຍວ່າການກະຊວງການເງິນ ກ່າວ.“ທຶນຊ່ວຍເຫຼືອລ້ານີ້ແມ່ນຈະນຳໄປໃຊ້ໃນການເສີມສ້າງ
ລະບົບສະຖິຕິແຫ່ງຊາດໃຫ້ມີຄວາມທັນສະໄໝ ເພື່ອຮັບປະກັນໃຫ້ໄດ້ລະບົບທີ່ມີຄຸນນະພາບ,
ມີບຸກຄະລາກອນທີ່ພຽບພ້ອມ, ມີເຄື່ອງມື ແລະ ໂຄງສ້າງພື້ນຖານອັນສຳຄັນ ເພື່ອກໍ່ໃຫ້ເກີດຂໍ້ມູນ
ສະຖິຕິທີ່ໄດ້ປະສິດຕິຜົນ”.
ສູນສະຖິຕິແຫ່ງຊາດລາວ, ກະຊວງແຜນການ ແລະ ການລົງທຶນ ແມ່ນເປັນໜ່ວຍງານຫຼັກ
ໃນການຊີ້ນຳແລະຈັດຕັ້ງປະຕິບັດໂຄງການໂດຍປະສານສົມທົບກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງ ໃນ
ໄລຍະປີ 2013-2017. ຈຸດປະສົງຫຼັກຂອງໂຄງການນີ້ກໍ່ແມ່ນເພື່ອເພີ່ມທະວີຄວາມອາດສາມາດຂອງ
ລະບົບສະຖິຕິແຫ່ງຊາດ ເພື່ອປັບປຸງຂໍ້ມູນສະຖິຕິດ້ານເສດຖະກິດມະຫາພາກ ແລະສະຖິຕິຄວາມ
ທຸກຍາກຢ່ໂດຍໃຫ້ສອດຄ່ອງກັບມາດຕະຖານສາກົນ ເພື່ອຕອບສະໜອງກັບຄວາມຕ້ອງການ
ທີ່ເພີ່ມຂຶ້ນ ທຶນດັ່ງກ່າວນີ້ແມ່ນແນໃສ່ການປັບປຸງຄຸນນະພາບຂອງຂໍ້ມູນສະຖິຕິແຫ່ງຊາດໃຫ້ມີຄວາມ
ໜ້າເຊື່ອຖືຫລາຍຍິ່ງຂຶ້ນ ໂດຍສະເພາະແມ່ນຂໍ້ມູນສະຖິຕິເສດຖະກິດມະຫາພາກ ແລະເສດຖະກິດ-
ສັງຄົມດ້ານຄວາມທຸກຍາກ. ພ້ອມນັ້ນ ກໍເຮັດໃຫ້ການເຂົ້າເຖິງຂໍ້ມູນດັ່ງກ່າວເປັນໄປໄດ້ຢ່າງ
ສະດວກສະບາຍ ແລະເອຶ້ອອຳນວຍແກ່ການກຳນົດນະໂຍບາຍ, ການສ້າງແຜນ ແລະ ຄຸ້ມຄອງຕິດຕາມ
ການຈັດຕັ້ງປະຕິບັດນະໂຍບາຍຕ່າງໆ.
“ທຶນຊ່ວຍເຫຼືອລ້ານີ້ກໍແມ່ນເພື່ອສະໜັບສະໜູນລັດຖະບານລາວໃນການເສີມສ້າງຄວາມເຂັ້ມແຂງ
ໃນການກຳນົດນະໂຍບາຍ ແລະ ຄຸ້ມຄອງການຈັດຕັ້ງປະຕິບັດ,” ທ່ານນາງ ເຄໂກະ ມີວະ,
ຜູ້ຕາງໜ້າຫ້ອງການ ທະນາຄານໂລກປະຈໍາ ສປປ ລາວ ກ່າວ. “ການປັບປຸງນະໂຍບາຍ
ທີ່ກ່ຽວພັນກັບຂໍ້ມູນສະຖິຕິ ແລະ ການຍົກລະດັບການເຂົ້າເຖິງຂໍ້ມູນເສດຖະກິດມະຫາພາກ ແລະ ຂໍ້ມູນຄວາມທຸກຍາກ ແມ່ນເປັນການລົງທຶນທີ່ສຳຄັນທີ່ຈະນຳໄປສູ່ການພັດທະນາແບບຍືນຍົງ ແລະ ທົ່ວເຖິງຂອງ ສປປ ລາວ”.