ວໍຊິງຕັນດີຊີ , 20 ຕຸລາ 2011— ບົດລາຍງານສະບັບໃໝ່ຈາກອົງການ IFC ແລະ ທະນາຄານໂລກ ພົບວ່າ: ໃນທົ່ວໂລກ, ສິງກະໂປ ແລະ ເຂດປົກຄອງພິເສດຮົງກົງ (ສປ ຈີນ) ເປັນບ່ອນທີ່ສະໜອງແວດລ້ອມດ້ານລະບຽບການທີ່ເປັນມິດທີ່ສຸດສຳລັບຜູ້ປະກອບການທ້ອງຖິ່ນ ຫຼື ພາຍໃນປະເທດ. ສ່ວນ ສປປ ລາວ ເກືອບວ່າບໍ່ມີການປຽນແປງຫຍັງໃນການຈັດອັນດັບຄວາມສະດວກໃນການດໍາເນີນທຸລະກິດຢູ່ທີ່ອັນດັບ 165 ຈາກທັງໝົດທັງໝົດ 183 ປະເທດ. ພາຍໃນພາກພື້ນອາຊີຕາເວັນອອກ-ປາຊີຟິກ, ປະເທດຈີນ ຖືວ່າກ້າວໜ້າຫຼາຍສຸດໃນການເຮັດໃຫ້ແວດລ້ອມດ້ານລະບຽບການຂອງເຂົາເຈົ້າເປັນມິດກັບທຸລະກິດຫຼາຍຂຶ້ນໃນຕະຫຼອດໄລຍະຫົກປີຜ່ານມາ.
ບົດລາຍງານການດໍາເນີນທຸລະກິດ ປະຈໍາປີ 2012 ຫຼື Doing Business 2012 ທີ່ໄດ້ຮັບການເຜີຍແພ່ໃນມື້ນີ້ພາຍໃຕ້ຫົວຂໍ້ ການເຮັດທຸລະກິດໃນໂລກທີ່ໂປ່ງໃສຂຶ້ນກ່ວາເກົ່າ ແມ່ນໄດ້ປະເມີນເບິ່ງບັນດາລະບຽບການຕ່າງໆທີ່ສົ່ງຜົນກະທົບຕໍ່ບໍລິສັດພາຍໃນປະເທດຈາກ 183 ເສດຖະກິດ ຫຼື ປະເທດ, ບົດລາຍງານດັ່ງກ່າວ ຍັງຈັດອັນດັບເສດຖະກິດໃນ 10 ຂົງເຂດລະບຽບຄຸ້ມຄອງທຸລະກິດ ເຊັ່ນ: ຂົງເຂດການເລີ່ມຕົ້ນທຸລະກິດ, ການແກ້ໄຂບັນຫາການຂາດສະພາບຄ່ອງ, ແລະ ການຄ້າຂ້າມແດນ.
ສໍາລັບ ສປປ ລາວ ແມ່ນມີຄວາມຄືບໜ້າສົມຄວນໃນການປັບປຸງວຽກງານດ້ານນິຕິກໍາສໍາລັບການດໍາເນີນທຸລະກິດໃນປີ
2010/2011, ແຕ່ເຖິງຢ່າງໃດກໍ່ຕາມຍັງບໍ່ທັນມີການຈັດຕັ້ງປະຕິບັດບັນດານິຕິກໍາໃໝ່ດັ່ງກ່າວ ແລະຈຶ່ງຍັງບໍ່ທັນມີຜົນຕໍ່ຕົວຊີ້ວັດຂອງບົດລາຍງານການດໍາເນີນທຸລະກິດ. ອັນດັບຂອງປີທີ່ຜ່ານມາ ໄດ້ມີການຄິດໄລຄືນໃໝ່ ເນື່ອງຈາກໃນປີນີ້ ໄດ້ມີການເພີ່ມຕົວຊີ້ວັດໃໝ່ເຂົ້າມາເຊັ່ນ ‘ການເຂົ້າເຖິງການນໍາໃຊ້ໄຟຟ້າ’, ມີການກວດແກ້ຂໍ້ມູນ, ແລະປ່ຽນແປງວິທີການຄິດໄລຂອງບັນດາຕົວຊີ້ວັດເກົ່າເພື່ອເຮັດໃຫ້ການປ່ຽບທຽບກັບອັນດັບຂອງປີນີ້ມີຄວາມໝາຍ. ອັນດັບຂອງ ສປປ ລາວໃນປີນີ້ເກືອບວ່າຍັງບໍ່ມີການປ່ຽນແປງຢູ່ທີ່ອັນດັບທີ່ 165 ຫລັງຈາກໄດ້ມີການຄິດໄລຄືນຈາກອັນດັບທີ 163 ຂອງປີທີ່ຜ່ານມາ.
“ສປປ ລາວ ໄດ້ດໍາເນີນວຽກງານການປັບປຸງນິຕິກໍາທີ່ກ່ຽວຂ້ອງກັບການເລີ່ມຕົ້ນທຸລະກິດ ແລະການດໍາເນີນທຸລະກິດ,” ທ່ານ Aimilios Chatzinikolaou, ຫົວໜ້າຫ້ອງການ ອົງການ IFC ປະຈໍານະຄອນຫຼວງວຽງຈັນໄດ້ກ່າວ. “ໃນປະຈຸບັນ ຄວນເອົາໃຈໃສເພີ່ມເຕີມຕໍ່ການຈັດຕັ້ງປະຕິບັດເພື່ອສ້າງໃຫ້ໄດ້ໝາກຜົນທີ່ຄາດໝາຍໄວ້ສໍາລັບພາກທຸລະກິດ ແລະ ເສດຖະກິດໂດຍລວມ.”
ເມື່ອປີກາຍ, ມີສິບສີ່ຈາກຈຳນວນ 24 ເສດຖະກິດ ທີ່ໄດ້ປັບປຸງບັນດາລະບຽບການຄຸ້ມຄອງທຸລະກິດຂອງປະເທດຕົນ. ໝູ່ເກາະໂຊໂລມ໋ອນ, ທ໋ອງກາ, ວານົວຕູ, ແລະ ມະເລເຊຍ ໄດ້ປັບປຸງຢ່າງໜ້ອຍສາມຂົງເຂດທີ່ຖືກວັດແທກໃນການສຶກສາ ການດໍາເນີນທຸລະກິດທຸລະກິດ. ມະເລເຊຍ ປີນຂຶ້ນມາຫ້າອັນດັບໃນການຈັດອັນດັບໂລກມາຢູ່ທີ່ອັນດັບທີ 18 ດ້ວຍການຈັດຕັ້ງປະຕິບັດບັນດາການປັບປຸງປະຕິຮູບລະບຽບການຕ່າງໆ ເຊິ່ງໃນນັນລວມມີບໍລິການຜ່ານປະຕູດຽວສຳລັບການເລີ່ມຕົ້ນທຸລະກິດ, ການຫັນລະບົບການຄ້າເຂົ້າໃນລະບົບຄອມພິວເຕີ, ແລະ ປັບປຸງການດຳເນີນຄະດີທີ່ກ່ຽວກັບບັນຫາຂາດສະພາບຄ່ອງ. ອັນດັບຂອງປະເທດບຣູໄນ ຖືກປັບຂຶ້ນມາທີ່ອັນດັບ 83 ສ່ວນໜຶ່ງແມ່ນເປັນຍ້ອນເຂົາເຈົ້າເຮັດໃຫ້ມີຄວາມສະດວກຂຶ້ນກ່ວາເກົ່າສຳລັບພາກທຸລະກິດໃນການເຂົ້າເຖິງການນຳໃຊ້ໄຟຟ້າ.
ໃນໄລຍະຫົກປີຜ່ານມາ, ມີມາດຕະການໃໝ່ອັນໜຶ່ງ ສະແດງໃຫ້ເຫັນວ່າ: 22 ເສດຖະກິດຢູ່ພາກພື້ນອາຊີຕາເວັນອອກ-ປາຊີຟິກ ໄດ້ເຮັດໃຫ້ແວດລ້ອມດ້ານລະບຽບການຄຸ້ມຄອງທຸລະກິດຂອງປະເທດເຂົາເຈົ້າມີລັກສະນະເປັນມິດກັບພາກທຸລະກິດຫຼາຍຂຶ້ນ ກ່ວາເກົ່າ. ອໍກຸດສ໌ໂຕ ໂລເປດສ໌ ຄລາຣ໋ອດສ໌ (Augusto Lopez-Claros) ຫົວໜ້າຂະແໜງຕົວຊີ້ວັດລະດັບໂລກແລະການວິເຄາະຈາກກຸ່ມທະນາຄານໂລກ ໄດ້ກ່າວວ່າ: “ການເຮັດໃຫ້ລະບຽບການຄຸ້ມຄອງທຸລະກິດມີຄວາມໂປ່ງໃສຂຶ້ນແລະມີປະສິດທິ ພາບຂຶ້ນ ຖືເປັນການເພີ່ມໂອກາດໃຫ້ແກ່ການຂະຫຍາຍຕົວ ຫຼື ການເຕີບໂຕຂອງເສດຖະກິດ”. “ຢູ່ພາກພື້ນອາຊີຕາເວັນອອກ-ປາຊີຟິກ, ບັນ ດາທຸລະກິດຕ່າງໆ ພາກັນໄດ້ຮັບຜົນປະໂຫຍດຈາກການປັບປຸງປະຕິຮູບລະບຽບການໃນວົງກ້ວາງແລະຍືນຍົງທີ່ມີຂຶ້ນໃນພາກພື້ນດັ່ງກ່າວ.”
ປີນີ້, ການຈັດອັນດັບຄວາມສະດວກໃນການເຮັດທຸລະກິດ ແມ່ນໄດ້ຂະຫຍາຍກ້ວາງອອກຕື່ມໂດຍລວມເອົາບັນດາຕົວຊີ້ວັດກ່ຽວກັບການເຂົ້າເຖິງການນຳໃຊ້ໄຟຟ້າ. ບົດລາຍງານສະບັບນີ້ ໄດ້ຄົ້ນພົບວ່າ: ການເຂົ້າເຖິງການນຳໃຊ້ໄຟຟ້າທີ່ມີປະສິດທິພາບສູງສຸດ ແມ່ນຢູ່ປະເທດໄອສ໌ແລນ, ເຍຍລະມັນ, ໃຕ້ຫວັນ (ສປ ຈີນ) ຮົງກົງ (ສປ ຈີນ) ແລະ ສິງກະໂປ.
ຂໍ້ມູນກ່ຽວກັບຊຸດບົດລາຍງານການດໍາເນີນທຸລະກິດ
ບົດລາຍງານ ການດໍາເນີນທຸລະກິດ ດຳເນີນການວິເຄາະບັນດາລະບຽບການຕ່າງໆທີ່ນຳໃຊ້ກັບພາກທຸລະກິດຂອງເສດຖະກິດໃດໜຶ່ງໃນໄລຍະຮອບວຽນຊີວິດຂອງທຸລະກິດ ເຊິ່ງໃນນັ້ນລວມທັງໄລຍະເລີ່ມຕົ້ນເຮັດທຸລະກິດແລະໄລຍະດຳເນີນທຸລະກິດ, ວິເຄາະລະບຽບການທີ່ນຳໃຊ້ກັບການຄ້າຂ້າມແດນ, ການຊຳລະອາກອນ, ແລະ ການແກ້ໄຂບັນຫາການຂາດສະພາບຄ່ອງ. ການຈັດອັນດັບລວມສໍາລັບຄວາມສະດວກໃນການດໍາເນີນທຸລະກິດ ແມ່ນອີງໃສ່ 10 ຕົວຊີ້ວັດ ແລະ ກວມເອົາ 183 ເສດຖະກິດ. ການຈັດອັນດັບຂອງປີທີ່ຜ່ານມາ ໄດ້ມີການຄິດໄລຄືນໃໝ່ເນື່ອງຈາກໃນປີນີ້ ໄດ້ມີການເພີ່ມຕົວຊີ້ວັດໃໝ່ເຂົ້າມາ, ມີການກວດແກ້ຂໍ້ມູນ, ແລະປ່ຽນແປງວິທີການຄິດໄລຂອງບັນດາຕົວຊີ້ວັດເກົ່າເພື່ອເຮັດໃຫ້ການປ່ຽບທຽບກັບອັນດັບໃໝ່ມີຄວາມໝາຍ. ບົດລາຍງານການດໍາເນີນທຸລະກິດ ບໍ່ໄດ້ວັດແທກທຸກດ້ານຂອງແວດລ້ອມການດໍາເນີນທຸລະກິດທີ່ມີຄວາມສຳຄັນຕໍ່ບໍລິສັດ ແລະ ນັກລົງທຶນ. ຕົວຢ່າງ, ບໍ່ໄດ້ວັດແທກດ້ານຄວາມໝັ້ນຄົງ, ສະເຖຍລະພາບທາງເສດຖະກິດມະຫາພາກ, ບັນຫາການສໍ້ລາດບັງຫຼວງ, ລະດັບທັກສະສີມືແຮງງານ, ຫຼື ຄວາມເຂັ້ມແຂງຂອງລະບົບການເງິນ. ບັນດາສິ່ງຄົ້ນພົບໃນບົດລາຍງານດັ່ງກ່າວ ໄດ້ກະຕຸກຊຸກຍູ້ໃຫ້ມີການສົນທະ ນາຄົ້ນຄ້ວາດ້ານນະໂຍບາຍຢູ່ຫຼາຍກ່ວາ 80 ເສດຖະກິດ ແລະ ໄດ້ເຮັດໃຫ້ມີການເພີ່ມຂຶ້ນຂອງອົງ ການທີ່ດຳເນີນການຄົ້ນຄ້ວາວິໄຈກ່ຽວກັບວິທີທີ່ລະບຽບການລະດັບບໍລິສັດ ພົວພັນກັບຜົນດຳເນີນງານທາງເສດຖະກິດໃນບັນດາປະເທດເຫຼົ່ານັ້ນ. ສົນໃຈຂໍ້ມູນເພີ່ມເຕີມກ່ຽວກັບຊຸດບົດລາຍງານການດໍາເນີນທຸລະກິດ, ສາມາດເຂົ້າເບິ່ງໄດ້ທີ່