ວໍຊິງຕັນ, ດີຊີ, 9 ມິຖຸນາ 2010 - ມຶ້ນີ້, ບົດລາຍງານ ແນວໂນ້ມເສດຖະກິດໂລກ (Global Economic Prospects 2010) ຂອງ ທະນາຄານໂລກ ສະບັບ ຫຼ້າສຸດ ໄດ້ ຖະແຫຼງອອກ ຜ່ານ ວິດີໂອ ວ່າ: ການຟື້ນຕົວຂອງເສດຖະກິດໂລກ ສືບຕໍ່ກ້າວ ໄປຂ້າງໜ້າ ແຕ່ວ່າວິກິດການ ໜີ້ສິນທີ່ເກີດຂື້ນໃນບັນດາປະເທດຢູ່ເອີຣົບ ໄດ້ສ້າງອຸປະສັກອັນໃໝ່ ຕໍ່ການເຕີບໂຕ ທີ່ຍືນຍົງໃນໄລຍະກາງ.
ທະນາຄານໂລກໄດ້ຄາດການວ່າ ລວມຍອດຜະລິດຕະພັນພາຍໃນ ໃນທົ່ວໂລກ ຈະຂະຫຍາຍຕົວຢູ່ລະຫວ່າງ 2.9 ແລະ 3.3 ເປີເຊັນ ໃນປີ 2010 ແລະ 2011, ຈະມີຄວາມເຂັ້ມແຂງຂື້ນລະຫວ່າງ 3.2 ແລະ 3.5 ເປີເຊັນ ໃນປີ 2012, ຊຶ່ງປີ້ນກັບຕົວເລກ 2.1 ເປີເຊັນ ທີ່ຫຼຸດລົງໃນປີ 2009. ບັນດາປະເທດກໍາລັງພັດທະນາຈະເຕີບໂຕຢູ່ລະຫວ່າງ 5.7 ແລະ 6.2 ເປີເຊັນ ຕໍ່ປີ ນັບແຕ່ປີ 2010-2012. ເຖິງຢ່າງໃດກໍຕາມ ຄາດວ່າ ບັນດາປະເທດທີ່ມີລາຍໄດ້ສູງຈະເຕີບໂຕ ຢູ່ລະຫວ່າງ 2.1 ແລະ 2.3 ເປີເຊັນ ໃນປີ 2010 - ຊຶ່ງບໍ່ພຽງພໍເພື່ອລົບລ້າງຕົວເລກ 3.3 ເປີເຊັນທີ່ທົດຖອຍລົງ ໃນປີ 2009 - ຕິດຕາມດ້ວຍການເຕີບໂຕຢູ່ລະຫວ່າງ 1.9 ແລະ 2.4 ເປີເຊັນ ໃນປີ 2011.
ທ່ານ ຈັສຕິນ ຢີຟູ ລິນ, ຫົວໜ້າ ຝ່າຍເສດຖະກິດ ທັງເປັນຮອງປະທານອາວຸໂສ ດ້ານ ການພັດທະນາເສດຖະກິດ ຂອງ ທະນາຄານໂລກ ກ່າວວ່າ “ການດໍາເນີນການທີ່ດີຂື້ນຂອງ ບັນດາປະເທດກໍາລັງພັດທະນາໃນສະພາບຄືທຸກມື້ນີ້ ຊຶ່ງມີການເຕີບໂຕແບບຫຼາຍຂົ້ວໄດ້ ເຮັດໃຫ້ມີຄວາມໝັ້ນໃຈ ຂື້ນຕື່ມອີກ”. “ແຕ່ວ່າ ເພື່ອການຟື້ນຕົວທີ່ຍືນຍົງ ບັນດາປະເທດທີ່ ມີລາຍໄດ້ສູງ ຈໍາເປັນຕ້ອງ ເອົາກາລະໂອກາດ ໃນສະພາບມີການເຕີບໂຕທີ່ເຂັ້ມແຂງຂື້ນຢູ່ໃນບັນດາປະເທດກໍາລັງ ພັດທະນາ”.
ໃນໄລຍະກາງ, ການຟື້ນຕົວທາງເສດຖະກິດ ມີຄວາມຫຍຸ້ງຍາກ ຫຼາຍປະການ, ລວມມີ ກະແສໝູນວຽນເງິນທຶນຕ່າງປະເທດທີ່ຫຼຸດລົງ, ໄພວ່າງງານສູງ ແລະ ກໍາລັງການຜະລິດສໍາທີ່ຫຼຸດລົງ ເກີນ 10 ເປີເຊັນ ຢູ່ໃນຫຼາຍ ປະເທດ. ອີງຕາມບົດລາຍງານ, ໃນຂະນະທີ່ຜົນກະທົບຂອງວິກິດການດ້ານໜີ້ສິນຂອງບັນດາປະເທດໃນເອີຣົບ ມີການຄວບຄຸມໄດ້, ບັນຫາໜີ້ສິນຂອງລັດທີ່ເພີ້ມຂື້ນ ສາມາດ ເຮັດໃຫ້ການ ກູ້ຢືມເງິນແພງຂື້ນກ່ວາເກົ່າ, ການລົງທຶນ ແລະ ການເຕີບໂຕຫຼຸດຜ່ອນ ແລະ ຫຼ້າຊ້າກ່ວາເກົ່າ ຢູ່ໃນບັນດາປະເທດກໍາລັງພັດທະນາ.
ເບິ່ງໃນດ້ານບວກ, ການຄ້າຂາຍສິນຄ້າໃນທົ່ວໂລກ ໄດ້ຟື້ນຕົວຄືນຢ່າງຊັດເຈນ ແລະ ຄາດວ່າຈະເພີ່ມຂື້ນປະມານ 21 ເປເຊັນ ໃນປີນີ້ ກ່ອນທີ່ອັດຕາການຂະຫຍາຍຕົວຈະຄ່ອຍອ່ອນລົງຢູ່ປະມານ 8 ເປີເຊັນ ໃນປີ 2011-2012. ເກືອບວ່າ ເຄິ່ງໜຶ່ງ ຂອງການຈະເລີນເຕີບໂຕທີ່ຕ້ອງການໃນທົ່ວໂລກໃນລະຫວ່າງປີ 2010-2012 ຈະມາຈາກບັນດາປະເທດ ກໍາລັງ ພັດທະນາ.
ການຄາດຄະເນຂອງທະນາຄານໂລກ ເຊື່ອວ່າ ຄວາມພະຍາຍາມຂອງ ອົງການກອງທຶນສາກົນ (IMF) ແລະ ສະຖານບັນຕ່າງໆຂອງເອີຣົບ ຈະປັດເປົ່າບັນຫາການເປັນໜີ້ສິນ ຫຼື ການປັບປຸງອັນສຳຄັນ ບັນຫາໜີ້ສິນຂອງລັດຢູ່ເອີຣົບ. ເຖິງຢ່າງໃດກໍຕາມ, ບັນດາປະເທດ ກໍາລັງພັດທະນາ ແລະ ພາກພື້ນອື່ນໆ ທີ່ມີການພົວພັນການຄ້າ ແລະ ສາຍພົວພັນ ດ້ານການເງິນໃກ້ຊິດ ກັບບັນດາປະເທດ ມີລາຍໄດ້ສູງຊຶ່ງເປັນຜູ້ໃຫ້ທຶນກູ້ຢືມ ຈະໄດ້ຮັບຜົນກັະທົບໃນລະດັບແຕກຕ່າງກັນໄປ.
ທ່ານ ຮານສ ທິມເມີ, ຜູ້ອໍານວຍການຂອງ ກຸ່ມຂຽນບົດລາຍງານ ການຄາດຄະເນ (Prospects Group) ຢູ່ ທະນາຄານໂລກ ກ່າວວ່າ: “ການກະຕຸ້ນຄວາມ ຕ້ອງການຊື້ໃນບັນດາປະເທດມີລາຍໄດ້ສູງ ແມ່ນການເພີ່ມບັນຫາ ແທນທີ່ຈະແມ່ນ ການແກ້ບັນຫາ”. “ການຄວບຄຸມ ການໃຊ້ຈ່າຍຫຼາຍຂື້ນໃນໄລຍະຍາວ ສາມາດເຮັດໃຫ້ຕົ້ນທຶນການກູ້ຢືມ ແລະ ການສົ່ງເສີມການຊ່ວຍເຫຼືອ ຫຼຸດລົງ ໃນບັນດາ ປະເທດທີ່ມີລາຍໄດ້ສູງ ແລະ ປະເທດກໍາລັງພັດທະນາ.”
ບໍ່ວ່າບັນຫາ ໜີ້ສິນໃນເອີຣົບຈະຮ້າຍແຮງໃນລະດັບໃດກໍຕາມ, ວິກິດການການເງິນຮອບທີສອງ ສາມາດເກີດຂຶ້ນໄດ້ ຢູ່ບັນດາ ປະເທດ ກໍາລັງພັດທະນາໃນເອີຣົບ ແລະ ອາຊີກາງ ທີ່ເນື່ອງມາຈາກ ໜີ້ເສຍ ຍ້ອນບັນຫາການຟື້ນຕົວຂອງ ເສດຖະກິດທີ່ຊັກຊ້າ ແລະ ລະດັບໜີ້ສິນໄລຍະສັ້ນທີ່ຫຼວງຫຼາຍ ຈະເປັນໄພຂົ່ມຂູ່ຕໍ່ຄວາມສາມາດໃນການຊໍາລະໜີ້ສິນ ຂອງ ຂະແໜງການທະນາຄານ.
ທ່ານ ແອນດູຣວ ເບີຣ໌ນສ, ຜູ້ອຳນວຍການ ຝ່າຍເສດຖະກິດມະຫາພາກໂລກ ປະຈຳ ທະນາຄານໂລກ ກ່າວວ່າ: “ບັນດາ ປະເທດກໍາລັງພັດທະນາບໍ່ໄດ້ຖືກຍົກເວັ້ນຕໍ່ຜົນກະທົບຈາກ ວິກິດການໜີ້ສິນ ໃນປະເທດມີລາຍໄດ້ສູງ”. “ແຕ່ວ່າ ພວກເຮົາຄາດວ່າ ຫຼາຍໆປະເທດຈະຍັງສືບຕໍ່ເຮັດໄດ້ດີ ຖ້າເຂົາເຈົ້າ ເອົາໃຈໃສ່ຕໍ່ກັບ ຍຸດທະສາດການຂະຫຍາຍຕົວ, ສ້າງເງື່ອນໄຂທີ່ອຳນວຍຕໍ່ການດຳເນີນທຸລະກິດງ ຫຼື ໃຊ້ຈ່າຍເງິນທຶນຢ່າງມີປະສິດທິພາບ. ເປົ້າໝາຍຂອງເຂົາເຈົ້າແມ່ນ ຮັບປະກັນວ່າ ບັນດານັກລົງທຶນ ສາມາດຈໍາແນກໄດ້ລະຫວ່າງ ຄວາມສ່ຽງຂອງເຂົາເຈົ້າເອງ ແລະ ຂອງບັນດາປະເທດທີ່ມີ ລາຍຮັບສູງ.”
ຫຼາຍໆປະເທດກໍາລັງພັດທະນາຈະສືບຕໍ່ພົບກັບບັນຫາຄວາມຫຼຸດໂຕນກັນທາງດ້ານການເງິນຢ່າງໜັກໜ່ວງ. ກະແສໝູນວຽນເງິນ ທຶນພາກເອກະຊົນ ສູ່ ບັນດາປະເທດກໍາລັງພັດທະນາ ຄາດວ່າຈະຟື້ນຕົວໃນລະດັບປານກາງ ຈາກ 454 ຕື້ ໂດລາສະຫະລັດ (2.7 ເປີເຊັນຂອງ GDP ຂອງປະເທດກໍາລັງພັດທະນາໃນທົ່ວໂລກ) ໃນປີ 2009 ເປັນ 771 ຕື້ ໂດລາສະຫະລັດ (3.2 ເປີເຊັນຂອງ GDP) ພາຍໃນປີ 2012 ຊຶ່ງຍັງຕໍ່າ ກ່ວາຫຼາຍເມື່ອທຽບກັບ 1,200 ຕື້ ໂດລາສະຫະລັດ (8.5 ເປີເຊັນ ຂອງ GDP) ໃນປີ 2007. ໂດຍລວມແລ້ວ ຄວາມຫຼຸດໂຕນກັນດ້ານການເງິນຂອງ ບັນດາປະເທດກໍາລັງ ພັດທະນາຖືກຄາດຄະເນ 210 ຕື້ ໂດລາສະຫະລັດ ໃນປີ 2010 ຊຶ່ງຈະຫຼຸດລົງເປັນ 180 ຕື້ ໂດລາສະຫະລັດ ໃນປີ 2011 - ຫຼຸດຈາກຕົວເລກທີ່ຄາດຄະເນໄວ້ 352 ຕື້ ໂດລາສະຫະລັດ ໃນປີ 2009.
ບົດລາຍງານຍັງໄດ້ກ່າວຕື່ມວ່າ: ໃນໄລຍະ 20 ຕໍ່ໜ້າ, ການຕໍ່ສູ້ກັບຄວາມທຸກຍາກ ຈະພົບກັບຄວາມຫຍຸ້ງຍາກ ຫາກ ວ່າ ບັນດາປະເທດ ຖືກບີບໃຫ້ ຫຼຸດ ລະດັບການຜະລິດ ແລະ ການລົງທຶນໃສ່ຊັບພະຍາກອນມະນຸດ ຍ້ອນບັນຫາ ການທຶນຊ່ວຍເຫຼືອສຳລັບການພັດທະນາທ ແລະ ລາຍຮັບຈາກພາສີຕ່າງໆທີ່ຫຼຸດລົງ. ຖ້າວ່າກະແສການຊ່ວຍເຫຼືອ ແບບສອງຝ່າຍຫຼຸດລົງ ດັ່ງທີ່ເຄີຍຜ່ານມາ ແມ່ນ ສາມາດ ກະທົບຕໍ່ອັດຕາການເຕີບໂຕໃນໄລຍະຍາວ ຢູ່ບັນດາປະເທດກໍາລັງພັດທະນາ - ສົ່ງຜົນໃຫ້ຈໍານວນປະຊາກອນ ທຸກຍາກທີ່ສຸດເພີ່ມຂື້ນຢ່າງຫຼວງຫຼາຍເປັນຈໍານວນເຖິງ 26 ລ້ານຄົນ ໃນປີ 2020.
ໝາຍເຫດ ສໍາລັບນັກຂ່າວ:
ທະນາຄານໂລກ ຈະໄດ້ ອອກຂ່າວ ກ່ຽວກັບການຄາດຄະເນການເຕີບໂຕຂອງເສດຖະກິດໄລຍະສັ້ນ ສອງຄັ້ງຕໍ່ປີ ໂດຍຜ່ານ ບົດລາຍງານແນວໂນ້ມເສດຖະກິດໂລກ.
ຂໍ້ມູນສໍາຄັນໂດຍຫຍໍ້: ແນວໂນ້ມເສດຖະກິດໂລກ ປີ 2010 (ມິຖຸນາ) - ແນວໂນ້ມ ຕາມ ພາກພື້ນ:
ການເຕີບໂຕຂອງເສດຖະກິດຢູ່ພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ຄາດວ່າຈະຢູ່ໃນລະດັບ 8.7 ເປີເຊັນ ໃນປີ 2010 ແລະ 7.8 ເປີເຊັນ ໃນປີ 2011. ພາກພື້ນນີ້ໄດ້ຜົນປະໂຫຍດຈາກການ ເຊື່ອມໂຍງຢ່າງໃກ້ຊິດ ກັບ ຈີນ ຊຶ່ງນໍາໄປ ສູ່ການຟື້ນຕົວຂອງເສດຖະກິດ. ຢ່າງໃດກໍຕາມ, ແຮງຊຸກດັນທີ່ເຂັ້ມແຂງກ່ອນໜ້ານີ້ ໃນການສົ່ງອອກ ແລະ ຜະລິດຕະພັນ ຂອງພາກພື້ນແມ່ນ ກໍາລັງຄ່ອຍຫຼຸດລົງ, ຜົນຜະລິດທີ່ເຄີຍມີກໍມີຄວາມທົດຖອຍລົງເທື່ອລະກ້າວ ແລະ ຂີດຈຳກັດ ໃນການສະໜອງ ໄດ້ສ້າງຄວາມຫຍຸ້ງຍາກ ຕໍ່ ການຂະຫຍາຍຕົວເລື້ອຍໆ. ກະແສໝູນວຽນເງິນທຶນຕ່າງປະເທດທີ່ ແຂງແຮງ ບວກກັບສະພາບເງິນຄ່ອງກ່ວາເກົ່າແມ່ນສາມາດກົດດັນ ສະພາວະເງິນເຟີ້ ຂອງ ທັງສິນຄ້າ ແລະ ຊັບສິນ. ເນື່ອງຈາກບັນດາປັດໃຈດັ່ງກ່າວມານີ້, ການເຕີບໂຕຂອງພາກພື້ນ ແລະ ຂອງ ຈີນ ຄາດວ່າຈະຊ້າລົງ ສະເລ່ຍຢູ່ທີ່ 7.8 ແລະ 8.4 ເປີເຊັນ ຕາມລຳດັບ ໃນ ສອງປີຕໍ່ໜ້າ.
ການຟື້ນຕົວຂອງເສດຖະກິດຢູ່ ເອີຣົບ ແລະ ອາຊີກາງ ຄາດວ່າຈະຢູ່ 4.1 ເປີເຊັນ ໃນປີ 2010 ຊຶ່ງ ຕໍ່າກ່ວາການເຕີບໂຕ ໂດຍສະເລ່ຍ 5 ປີ ກ່ອນ ວິກິດການເງິນໃນພາກພື້ນ 3.0 ຈຸດສ່ວນຮ້ອຍ. ການຟື້ນຕົວ ສະທ້ອນການເຕີບໂຕທີ່ເຂັ້ມແຂງ ໃນສອງປະເທດໃຫຍ່ຂອງພາກພື້ນ (ລັດເຊຍ ແລະ ຕວກກີ) ຊຶ່ງກວມເອົາ ¾ ຂອງ GDP ໃນພາກພື້ນນີ້. ຄາດຄະເນວ່າ ໃນບັນດາປະເທດ ຂອງພາກພື້ນອື່ນ ສ່ວນຫຼາຍການເຕີບໂຕ ອ່ອນແອ ທຽບໄສ່ພາກພື້ນອື່ນ ຊຶ່ງ ສືບຕໍ່ເປັນອຸປະສັກຕໍ່ການເຕີບໂຕເນື່ອງມາຈາກ ຄວາມຈຳເປັນຂອງບັນດາປະເທດໃນການດັດປັບ ການຂາດດູນບັນຊີສາພັດທີ່ໃຫຍ່ຫຼວງ ກ່ອນມີວິກິດການ. ຍິ່ງໄປກວ່ານີ້, ຄວາມບໍ່ແນ່ນອນທີ່ເພີ່ມຂື້ນ ບວກ ກັບ ວິກິດການໜີ້ ສິນພາກລັດ ຢູ່ໃນບາງປະເທດເອີຣົບ ທີ່ມີລາຍຮັບສູງ (ເກຼັກ, ໄອແລນ, ອີຕາລີ, ປອກຕຸຍການ ແລະ ແອສປາຍ) ໄດ້ສ້າງຄວາມຫຍຸ້ງຍາກຕໍ່ພາກພື້ນ ເພີ່ມອີກດ້ວຍ.
ການຟື້ນຕົວຂອງເສດຖະກິດຢູ່ພາກພື້ນ ລາຕິນອາເມລິກາ ແລະ ກາຣີບຽນ ຖືກຄອບງໍາໂດຍບັນດາປະເທດທີ່ມີລາຍຮັບ ປານກາງ ແລະ ຜູ້ສົ່ງອອກສິນຄ້າ ຊຶ່ງໄດ້ຮັບຜົນປະໂຫຍດຈາກ ລາຄາສິນຄ້າທີ່ກັບມາສູງຄືນ, ຄວາມຕ້ອງ ການສິນຄ້າສົ່ງອອກ ທີ່ເຂັ້ມແຂງກ່ວາເກົ່າ ແລະ ການຟື້ນຕົວໃນວົງຈອນສິນຄ້າຄົງເຫຼືອ. ພາຍຫຼັງການຫົດຕົວດ້ວຍຕົວເລກ ຄາດຄະເນ 2.3 ເປີເຊັນ ໃນປີ 2009, ຜົນຜະລິດໃນພາກພື້ນຄາດວ່າຈະຂະຫຍາຍຕົວຢູ່ ປະມານ 4.3 ເປິເຊັນ ຕໍ່ປີ ນັບແຕ່ ປີ 2010-2012 ຊຶ່ງຂະຫຍາຍຕົວຊ້າກ່ວາໄລຍະທີ່ເສດຖະກິດເຕີບໂຕຢູ່ຈຸດສູງສຸດ ພຽງເລັກນ້ອຍ. ສາຍສໍາພັນທາງດ້ານການເງິນ ແລະ ການຄ້າທີ່ເຂັ້ມແຂງ ກັບເອີຣົບ ເຮັດໃຫ້ພາກພື້ນນີ້ ມີຄວາມອ່ອນໄຫວເປັນພິເສດ ຕໍ່ກັບ ການພັດທະນາໃນບັນດາປະເທດເອີຣົບທີ່ເປັນໜີ້ສູງ.
ພາບລວມສໍາລັບພາກພື້ນ ຕາເວັນອອກກາງ ແລະ ອາຟຣິກາເໜືອ ແມ່ນສືບຕໍ່ຂັບເຄື່ອນດ້ວຍ ລາຄານໍ້າມັນ ແລະ ການເຄື່ອນໄຫວທາງເສດຖະກິດ ຢູ່ໃນສະຫະພາບເອຣົບ (ຄູ່ຄ້າໃຫຍ່ຂອງພາກພື້ນນີ້). ລາຄານໍ້າມັນຕົກຕໍ່າ ກັບສະພາບວິກິດ ການດ້ານການເງິນ ໄປພ້ອມໆກັບການຄວບຄຸມການຜະລິດຂອງ OPEC ໄດ້ຫຼຸດລາຍໄດ້ຈາກນໍ້າມັນຢ່າງຫຼວງຫຼາຍ, ຊຶ່ງຕັດ ຮອນກະແສການລົງທຶນໂດຍກົງຈາກຕ່າງປະເທດ, ການໂອນເງິນ ແລະ ຫຼຸດລາຍຮັບການທ່ອງທ່ຽວຂອງພາກພື້ນ. ເຖິງຢ່າງ ໃດກໍຕາມ, ມູນຄ່າ ແລະ ບໍລິມາດການສົ່ງອອກ ຄາດວ່າຈະຟື້ນຄືນມາ ເປັນ 2.0 ແລະ 13.5 ເປີເຊັນ ຕາມລໍາດັບ ໃນ ປີ 2010. ນອກຈາກນັ້ນ, ການຟື້ນຕົວຂອງພາກພື້ນຄາດວ່າຈະເຂັ້ມແຂງຂື້ນ ດ້ວຍຕົວເລກການຂະຫຍາຍຕົວ ທີ່ໝັ້ນຄົງ ຈາກ 4.0 ເປີເຊັນ ໃນປີ 2010 ຫາ 4.3 ແລະ 4.5 ເປີເຊັນ ໃນປີ 2011 ແລະ 2012 ຕາມລໍາດັບ.
ການເຕີບໂຕຂອງ GDP ຢູ່ ອາຊີໃຕ້ ແມ່ນເນື່ອງມາຈາກ ການຟື້ນຕົວດ້ານຄວາມຕ້ອງການຊົມໃຊ້ໃນທົ່ວໂລກ, ມາດຕະການກະຕຸ້ນ ແລະ ການຂະຫຍາຍຕົວຕໍ່ເນື່ອງຂອງເງິນທຶນໄຫຼເຂົ້າຈາກການໂອນເງິນ. ເງິນທຶນໄຫຼເຂົ້າໄດ້ເພີ່ມຂື້ນ ຈົນກາຍເປັນອັດຕາສ່ວນຂອງ GDP ຊຶ່ງໄດ້ເຮັດໃຫ້ການເຄື່ອນໄຫວດ້ານເສດຖະກິດຂອງພາກພື້ນຟື້ນຕົວ, ຈາກ 3.6 ເປີເຊັນ ໃນປີ 2008 ຫາ 3.9 ເປີເຊັນ ໃນປີ 2009. ເນື່ອງຈາກ ການເຕີບໂຕໃນໂລກທີ່ຊ້າກ່ວາເກົາ, ສະພາບທາງການເງິນທີ່ມີຄວາມຕຶງຄຽດ ບວກ ກັບ ນະໂຍບາຍທາງການເງິນທີ່ເຂັ້ມແຂງກ່ວາເກົ່າໃນບັນດາປະເທດໃນພາກພື້ນ, ໄດ້ຄາດຄະເນອັດຕາການເຕີບໂຕໂດຍສະເລ່ຍແມ່ນ 7.7 ເປີເຊັນ ໃນປີ 2010-2012 ໂດຍທຽບກັບອັດຕາ ກອ່ນ ວິກິດການເງິນໂລກ ຊຶ່ງແມ່ນ 9.2 ເປີເຊັນ ໃນປີ 2007.
ພາບລວມສໍາລັບ ອານຸພາກພື້ນ ຊາຮາຣາ ອາຟຣິກກາ ຖືກຄອບງໍາໂດຍບັນດາປະເທດສົ່ງອອກສິນຄ້າ ແລະ ມີລາຍຮັບຕໍ່າ ຊຶ່ງ ຄາດຄະເນວ່າຈະສືບຕໍ່ເພີ່ມທະວີໃນລະດັບທີ່ຊ້າ ຊຶ່ງຖືກຂັບເຄື່ອນແຕ່ໃດໆມາດ້ວຍລາຄາສິນຄ້າທີ່ສູງ ແລະ ຄວາມຕ້ອງການ ຊົມໃຊ້ພາຍໃນທີ່ເຂັ້ມແຂງ. ໂດຍລວມແລ້ວ ພາກພື້ນນີ້ ຄາດວ່າຈະເຕີບໂຕ ໃນອັດຕາ 4.5, 5.1 ແລະ 5.3 ເປີເຊັນ ໃນໄລຍະ 2010-2012 ຕາມລໍາດັບ, ເພີ່ມຂື້ນຈາກ ອັດຕາ1.6 ເປີເຊັນ ໃນປີ 2009. ການເຊື່ອມຄຸນຄ່າ ຂອງສະກຸນເງິນເອີໂຣ ໃນໄລຍະບໍ່ດົນມານີ້ ໄດ້ ຊ່ວຍໃຫ້ມີການແຂ່ງຂັນໃນບັນດາປະເທດເຫຼົ່ານີ້ ຊຶ່ງມີສະກຸນເງິນຂອງຕົນ ຜູກມັດກັບ ເງິນເອີໂຣ.