ໂຕກຽວ - 7 ເມສາ 2010 - ບັນດາປະເທດກໍາລັງພັດທະນາໃນພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ຊຶ່ງເປັນ ກຸ່ມປະເທດທໍາອິດທີ່ໄດ້ ຟື້ນຕົວຈາກວິກິດການເງິນໂລກ ແມ່ນຈະ ສາມາດເຕີບໂຕໄວໄດ້ໃນ ທົດສະວັດໜ້າ ໃນຂະນະທີ່ສະພາບເສດຖະກິດໂລກຍັງຄົງອ່ອນແອ ຖ້າວ່າລັດຖະບານປະເທດ ເຫຼົ່ານັ້ນ ດໍາເນີນ ການປະຕິຮູບໂຄງສ້າງທີ່ມີ ລັກສະນະເຂັ້ມແຂງຕໍ່ເນື່ອງ ແລະ ສືບຕໍ່ສົ່ງເສີມການຮ່ວມມື ດ້ານ ການເຊື່ອມໂຍງ ເສດຖະກິດໃນລະດັບພາກພື້ນ ແລະ ດ້ານການປ່ຽນແປງດິນຟ້າອາກາດ.
ນັ້ນແມ່ນບົດຄວາມສໍາຄັນໃນບົດລາຍງານ ສະພາບເສດຖະກິດພາກພື້ນອາຊີ ແລະ ປາຊິຟິກ ສະບັບລ່າສຸດ ຂອງ ທະນາຄານໂລກ ເພື່ອປະເມີນສະພາບເສດຖະກິດຂອງພາກພື້ນ ອາຊີຕາເວັນອອກ ແລະ ປາຊີຟິກ ສອງຄັ້ງຕໍ່ປີ.
ການຟື້ນຕົວ ຂອງ ກຳລັງການຊື້ຈາກ ປະເທດຕ່າງໆ, ແຜນການກະຕຸ້ນເສດຖະກິດ ແລະ ການເງິນ ທີ່ໝັ້ນຄົງ ຂອງ ບັນດາປະເທດກໍາລັງພັດທະນາໃນພາກພື້ນອາຊີຕາເວັນອອກ, ແລະ ການຟື້ນຕົວຢ່າງໃວວາໃນການບໍລິໂພກ ໄດ້ເຮັດໃຫ້ ທະນາຄານໂລກທົບທວນຄືນການຄາດຄະເນ ອັດຕາ ການເຕີບໂຕທີ່ແທ້ຈິງ ຂອງ ລວມຍອດ ຜະລິດຕະພັນພາຍໃນຂອງພາກພື້ນມາເປັນ 8.7 ເປີເຊັນ ໃນປີ 2010 ຊຶ່ງເພີ້ມຂື້ນເກືອບ 1ຈຸດສ່ວນຮ້ອຍ ເມື່ອ ທຽບກັບການຄາດຄະເນໃນເດືອນພະຈິກ ປີ 2009. ພາກພື້ນນີ້ ໄດ້ຟື້ນຕົວ ຈາກວິກິດການ ໃນສະພາບ ທີ່ມີການຂາດດຸນ ທີ່ຄວບຄຸມໄດ້, ໜີ້ສິນຕ່າງປະເທດ ແລະ ໜີ້ສິນພາກລັດຄ່ອນຂ້າງຕໍ່າ ແລະ ມີກົນໄກຕ່າງໆ ໃນການຄຸ້ມຄອງ ບັນຫາສັງຄົມ ຊຶ່ງເຮັດໃຫ້ປະຊາຊົນຜູ້ທຸກຍາກ ໄດ້ຮັບການປົກປ້ອງ ຈາກຜົນກະທົບທີ່ຮ້າຍແຮງທີ່ສຸດ ຂອງ ວິກິດການ.
ໃນຂະນະທີ່ ສະພາບເສດຖະກິດຂອງພາກພື້ນອາຊີຕາເວັນອອກມີການຟື້ນຕົວ ໄປໃນທິດທາງບວກ, ຊຶ່ງໄດ້ຮັບອິທີພົນຢ່າງໃຫຍ່ຫຼວງ ຈາກ ສປ ຈີນ, ບົດລາຍງານນີ້ຍັງໄດ້ກ່າວຢ່າງຈະແຈ້ງວ່າ: ໃນໄລຍະກາງ, ບັນດາ ປະເທດ ໃນພາກພື້ນແມ່ນກໍາລັງປະເຊີນກັບ ສະພາບເສດຖະກິດໂລກທີ່ແຕກຕ່າງຈາກເມື່ອກ່ອນຫຼາຍ.
“ສະພາບເສດຖະກິດປົກກະຕິແບບໃໝ່” ຈະມີລັກສະນະ ລະດັບການເຕີບໂຕຂອງເສດຖະກິດໃນ ບັນດາປະເທດ ພັດທະນາແລ້ວ ທີ່ຊ້າກ່ວາເກົ່າ, ເງື່ອນໄຂດ້ານການເງິນລະຫວ່າງປະເທດທີ່ຮັດກຸມກວ່າເກົ່າ, ຄວາມ ກັງວົນ ທີ່ເພີ່ມຂື້ນ ກ່ຽວກັບລະດັບໜີ້ສິນຂອງ ບັນດາປະເທດທີ່ພັດທະນາແລ້ວ, ແລະ ສະພາບແວດລ້ອມເພື່ອການຄ້າ ຂອງໂລກທີ່ຫຍຸ້ງຍາກ ກ່ວາເກົ່າ” ກ່າວໂດຍ ທ່ານ ວິກຣາມ ເນຣູ, ຫົວໜ້າຝ່າຍເສດຖະກິດປະຈຳພາກພື້ນ ອາຊີຕາເວັນອອກ ແລະ ປາຊີຟິກ ຂອງ ທະນາຄານໂລກ. “ໃນສະພາບດັ່ງກ່າວ, ບັນດາປະເທດ ກໍາລັງ ພັດທະນາໃນພາກພື້ນອາຊີຕາເວັນອອກ ຈະຕ້ອງໄດ້ວາງແຜນການຖອນ ມາດຕະການ ກະຕຸ້ນດ້ານການເງິນ ໃນໄລຍະສັ້ນຢ່າງລະມັດລະວັງ ແລະ ໃນ ຂະນະດຽວກັນ ກໍຕ້ອງໄດ້ປະຕິຮູບ ໂຄງສ້າງເພື່ອ ສົ່ງເສີມ ການເຕີບໂຕ ດ້ານເສດຖະກິດໃນໄລຍະຍາວ.”
ບົດລາຍງານກ່າວວ່າ: ການສຸມໃສ່ການປະຕິຮູບໂຄງສ້າງແມ່ນ ມີຄວາມໝາຍທີ່ແຕກຕ່າງກັນໃນແຕ່ ລະ ປະເທດ. ສໍາລັບ ສປ ຈີນ, ມັນໝາຍເຖິງ ການດຸ່ນດ່ຽງເສດຖະກິດຄືນໃໝ່ ຊຶ່ງລວມມີ ການເອື້ອອໍານວຍ ໃຫ້ ຂະແໜງ ການບໍລິການ ແລະ ການຊົມໃຊ້ຂອງພາກເອກະຊົນໃຫ້ ມີບົດບາດກ້ວາງຂວາງ ກ່ວາເກົ່າ ແລະ ກ້າວຈາກການເຕີບໂຕທີ່ເປັນຜົນມາຈາກການລົງທຶນ ທີ່ເນັ້ນໃສ່ການສົ່ງອອກ ແລະ ສົ່ງເສີມ ສິ່ງແວດລ້ອມ ແບບຍືນຍົງ.
ສໍາລັບບັນດາປະເທດ ທີ່ມີລາຍຮັບປານກາງໃນພາກພື້ນ--ຫວຽດນາມ, ຟີລິບປິນ, ອິນໂດເນເຊຍ, ມາເລເຊຍ, ໄທ--ບູລິມະສິດສຳຄັນ ແມ່ນການລົງທຶນໃສ່ ທຶນທີ່ເປັນວັດຖຸ ແລະ ຊັບພະຍາກອນມະນຸດ ເພື່ອຊຸກຍູ້ ໃຫ້ເກີດ ຄຸນຄ່າທີ່ເປັນຕ່ອງໂສ້ ໃນຂະບວນການຜະລິດ ແລະ ສົ່ງອອກ. ບັນດາປະເທດທີ່ມີ ລາຍຮັບຕໍ່າ ເຊັ່ນ: ກໍາປູເຈຍ ແລະ ສປປ ລາວ ຈໍາເປັນຕ້ອງສຸມໃສ່ການກ້າວໄປສູ່ການຜະລິດ ແລະ ກາຍເປັນສ່ວນໜຶ່ງຂອງ ເຄືອຂ່າຍການຜະລິດໃນພາກພື້ນ ແລະ ຂອງ ໂລກ.
ສໍາລັບປະເທດທີ່ສົ່ງອອກສິນຄ້າ, ການປະຕິຮູບໂຄງສ້າງແມ່ນໝາຍເຖິງ ການປະຕິບັດລະບຽບການ ດ້ານການເງິນພາກລັດທີ່ແທດເໝາະ ເພື່ອຮັບປະກັນໃຫ້ ເສດຖະກິດມະຫາພາກເຕີບໂຕຢ່າງໝັ້ນທ່ຽງ ແລະ ຍືນຍົງໃນໄລຍະຍາວ. ສຳລັບບັນດາປະເທດ ໝູ່ເກາະ ປາຊີຟິກ ນັ້ນ, ການເຊື່ອມໂຍງກັນໃຫ້ຫຼາຍຂື້ນ ແລະ ການເຊື່ອມໂຍງ ກັບຕະຫຼາດປະເທດໃກ້ຄຽງຕ່າງໆ ແມ່ນ ສໍາຄັນ.
ບົດລາຍງານຍັງໄດ້ຊີ້ໃຫ້ເຫັນສອງຈຸດປະສົງລວມ ທີ່ຈະຊ່ວຍບັນດາປະເທດໃນພາກພື້ນນີ້ ປະເຊີນກັບສະພາບຄວາມເປັນຈິງຂອງເສດຖະກິດໂລກທີ່ມີ ການຂະຫຍາຍຕົວທີ່ຊັກຊ້າກ່ວາເກົ່າຄື: ການເຊື່ອມໂຍງ ເສດຖະກິດ ພາກພື້ນທີ່ເລິກເຊິ່ງກ່ວາເກົ່າ ແລະ ການຫັນປ່ຽນຢ່າງໃຫຍ່ຫຼວງໄປສູ່ການນໍາ ໃຊ້ເຕັກໂນໂລຊີທີ່ ເປັນມິດກັບ ສິ່ງແວດລ້ອມ ແລະ ພະລັງງານທີ່ມີປະສິດທິພາບ.
ທ່ານ ອີວາຍໂລ ອິດສວໍຣສກີ, ຫົວໜ້າຝ່າຍເສດຖະກິດ ແລະ ນັກຂຽນນຳຂອງບົດລາຍງານ ໄດ້ກ່າວວ່າ: “ຕະຫຼາດສໍາລັບສິນຄ້າ ແລະ ການບໍລິການໃນພາກພື້ນ ຈະສ້າງໂອກາດຫຼາຍຂື້ນສໍາລັບ ການ ຂະຫຍາຍ ຕົວຂອງບັນດາປະເທດໃນພາກພື້ນ. ການເຊື່ອມໂຍງທີ່ແໜ້ນແຟ້ນກ່ວາເກົ່າ ຈະ ສົ່ງເສີມການຄ້າລະຫວ່າງ ອຸດສາຫະກໍາດຽວກັນພາຍໃນເຄືອຂ່າຍການຜະລິດໃນພາກພື້ນ ແລະ ໂລກ, ກະຕຸກຊຸກຍູ້ການເຊື່ອມໂຍງ ຂອງ ເສດຖະກິດຕ່າງໆ, ຫຼຸດຜ່ອນຕົ້ນທຶນ ແລະ ເພີ່ມການແຂ່ງຂັນໃນລະດັບສາກົນ”.
ການໃຫ້ຄວາມສໍາຄັນກັບສອງບັນຫາຄູ່ກັນ ຄື ການປ່ຽນແປງດິນຟ້າອາກາດ ແລະ ຄວາມໝັ້ນຄົງທາງພະລັງງານ ຈະຊ່ວຍບັນດດຕົວເມືອງທີ່ມີການຂະຫຍາຍຕົວໄວ ເປັນບ່ອນ ທີ່ໜ້າຢູ່ກ່ວາເກົ່າ.
ທ່ານ ອິດສວໍຣສກີ ຍັງກ່າວຕື່ມວ່າ “ພາກພື້ນນີ້ ມີຄວາມອາດສາມາດສູງຫຼາຍ ເພື່ອກ້າວຢ່າງວ່ອງໄວໄປສູ່ ພົມແດນ ແຫ່ງ ການນໍາໃຊ້ເຕັກໂນໂລຊີທີ່ເປັນມິດຕໍ່ສິ່ງແວດລ້ອມ. ສິ່ງນີ້ບໍ່ພຽງແຕ່ຈະຍົກສູງລະດັບການ ດໍາລົງຊີວິດ ແລະ ການກາຍເປັນຕົວເມືອງໃນພາກພື້ນທີ່ມີຄວາມຍືນຍົງ ເທົ່ານັ້ນ, ມັນຍັງຈະເຮັດໃຫ້ ພາກພື້ນນີ້ ໄດ້ປຽບໃນ ຂະແໜງອຸດສະຫະກໍາທີ່ຈະມີການຂະຫາຍຕົວຂອງ ເສດຖະກິດ ໂລກນໍາອີກດ້ວຍ”.