ບາງກອກ, 21 ມັງກອນ 2010 - ຕາມບົດລາຍງານໃໝ່ຈາກ ທະນາຄານໂລກ, ການຟື້ນຕົວຂອງເສດຖະກິດໂລກຊຶ່ງຂະນະນີ້ກຳລັງດຳເນີນຢູ່ຈະຊ້າລົງ ໃນທ້າຍປີນີ້ຍ້ອນຜົນກະທົບຂອງແຜນກະຕຸ້ນດ້ານການເງິນທີ່ຫຼຸດລົງ.ສະຖຽນລະພາບຂອງຕະຫຼາດທາງການເງິນໂລກຍັງມີຄວາມຫຍຸ້ງຍາກ ແລະ ຄວາມຕ້ອງການຂອງພາກເອກະຊົນຍັງຢູ່ໃນລະດັບຕໍ່າ ທ່າມກາງພາວະຫວ່າງງານທີ່ສູງ.
Global Economic Prospect 2010 (ແນວໂນ້ມເສດຖະກິດໂລກ ປີ 2010) ທີ່ເຜີຍແຜ່ໃນ ມືນີ້, ເຕືອນວ່າ ໃນຂະນະທີ່ວິກິດການການເງິນທີ່ ໜັກໜ່ວງທີ່ສຸດອາດຈະຜ່ານພົ້ນໄປແລ້ວນັ້ນການຟື້ນຕົວຂອງເສດຖະກິດໂລກຈະຍັງບໍ່ທັນ ເຂັ້ມແຂງ. ບົດລາຍງານນີ້ຍັງປະເມີນໄວ້ວ່າຜົນຂ້າງຄຽງທີ່ຫຼົງເຫຼືອຈາກວິກິດການ ຈະປ່ຽນແປງ ຮູບພາບ ທາງດ້ານການເງິນ ແລະ ການເຕີບໂຕ ໃນໄລຍະ 10 ປີຂ້າງໜ້າ.
ລວມຍອດຜະລິດຕະພັນພາຍໃນ ໃນທົ່ວໂລກຊຶ່ງຫຼຸດລົງ 2,2% ໃນປີ 2009, ຄາດວ່າຈະເພີ່ມຂຶ້ນ 2,7% ໃນປີນີ້ ແລະ 3,2% ໃນປີ 2011. ແນວໂນ້ມສຳລັບ ປະເທດກຳລັງພັດທະນາ ແມ່ນການຟື້ນຕົວທີ່ໝັ້ນທ່ຽງ ຊຶ່ງຈະຕີຍໂຕ5,2% ໃນປີນີ້ ແລະ 5,8% ໃນປີ 2011, ເພີ່ມຈາກ 1,2% ໃນປີ 2009. ລວມຍອດຜະລິດຕະພັນພາຍໃນ ຢູ່ປະເທດທີ່ຮັ່ງມີ ຊຶ່ງຫຼຸດລົງ 3,3% ໃນປີ 2009 ຄາດວ່າຈະຄອ່ຍໆເພີ່ມຂຶ້ນ 1,8% ແລະ 2,3% ໃນປີ 2010 ແລະ 2011 ຕາມລຳດັບ. ປະລິມານການຄ້າຂາຍໃນທົ່ວໂລກທີ່ຫຼຸດລົງດ້ວຍຕົວເລກທີ່ໜ້າຕົກໃຈ ( 14,4% ໃນປີ 2009) ຄາດວ່າຈະເພີ່ມຂຶ້ນ 4,3 ແລະ 6,2% ໃນປີນີ້ ແລະ ປີໜ້າຕາມລຳດັບ.
ເຖິງວ່າພາບເຫດການທີ່ຄາດໃວ້ມີຄວາມເປັນໃປໄດ້ສູງ ຄວາມບໍ່ແນ່ນອນໃນໂລກຍັງສືບຕໍ່ປົກປິດພາບແຫ່ງອານາຄົດອັນຂຶ້ນ ຢູ່ກັບຜູ້ບໍລິໂພກ ແລະ ຄວາມເຊື່ອໝັ້ນທາງທຸລະກິດໃນສອງ ສາມ ໄຕຣມາດ ຕໍ່ໜ້ານີ້ ແລະ ໄລຍະເວລາຂອງການຖອນ ແຜນການກະຕຸ້ນດ້ານເສດຖະກິດ ແລະ ການເງິນ, ການເຕີບໂຕໃນປີ 2011 ອາດຈະຍັງຢູ່ໃນລະຫວ່າງ 2,5% ຫາ 3.4%.
“ພວກເຮົາບໍ່ສາມາດຄາດຫວັງການຟື້ນຕົວຂອງເສດຖະກິດ ຈາກວິກິດການອັນໃຫຍ່ຫຼວງໃນທັນທີທັນໃດ ເພາະຕ້ອງໃຊ້ເວລາຫຼາຍປີເພື່ອຈະສ້າງເສດຖະກິດ ແລະ ສ້າງວຽກເຮັດງານທຳຄືນໃໝ່. ຄວາມເສຍຫາຍຕໍ່ຜູ້ທຸກຍາກຈະເປັນສິ່ງທີ່ແນ່ນອນທີ່ສຸດ” ກ່າວໂດຍ ທ່ານຈັສຕີນ ລິນ ຫົວໜ້າຮັບຜິດຊອບດ້ານເສດຖະກິດ ແລະ ຮອງປະທານອາວຸໂສ ດ້ານການພັດທະນາ ເສດຖະກິດ ຂອງ ທະນາຄານໂລກ. “ປະເທດທີ່ທຸກຍາກທີ່ສຸດ ຊຶ່ງແມ່ນປະເທດທີ່ອາໃສການຊ່ວຍເຫຼືອລ້າ ຫຼື ເງິນກູ້ຢຶມແບບດອກເບ້ຍຕໍ່າ ອາດຕ້ອງການເງິນທຶນເພີ່ມອີກ 35-50 ຕື້ ໂດລາສະຫະລັດ ເພື່ອປະຄັບປະຄອງ ແຜນງານຊ່ວຍເຫຼືອທາງສັງຄົມທີ່ມີແຕ່ກ່ອນວິກິດການ.”
ໃນສະພາບແວດລ້ອມທີ່ຍັງບອບບາງນີ້, ຄາດວ່າລາຄານໍ້າມັນຈະ ຍັງຄົງສະເຖຍລະພາບໂດຍລວມ ມີລາຄາ ສະເລ່ຍ 76 ໂດລາສະຫະລັດ ຕໍ່ ບາເຣລ ແລະ ສ່ວນລາຄາສິນຄ້າອື່ນໆຈະເພີ່ມຂື້ນພຽງແຕ່ 3% ຕໍ່ປີໂດຍສະເລ່ຍ ສະຫວ່າງປີ 2010 ຫາ 2011
ບົດລາຍງານກ່າວເຕືອນວ່າ ໃນຂະນະທີ່ ການກັບຄືນສູ່ສະພາບການເຕີບໂຕໄປໃນທິດທາງບວກ, ມັນຍັງ ຈະຕ້ອງໃຊ້ເວລາ ອີກຫຼາຍປີ ກ່ອນທີ່ ຫຼາຍໆປະເທດຈະສາມາດທົດແທນ ຄວາມສູນເສຍທີ່ໄດ້ສ້າງຄວາມເສຍຫາຍໄວ້ແລ້ວ. ພ້ອມກັນນີ້ຍັງໄດ້ປະມານການໄວ້ວ່າ ປະຊາກອນອີກປະມານ 64 ລ້ານຄົນ ຈະດໍາລົງຊີວິດຢູ່ໃນຄວາມຍາກຈົນທີ່ສຸດ (ລາຍຮັບຕໍ່າກ່ວາ 1,25 ໂດລາສະຫະລັດຕໍ່ມື້) ໃນປີ 2010-ຊຶ່ງເປັນໂຕເລກທີ່ຫຼາຍກວ່າຖ້າຫາກວ່າວິກິດການຫາກບໍ່ໄດ້ເກີດຂຶ້ນ.
ນອກຈາກນັ້ນ, ໃນ 5-10 ປີຂ້າງໜ້າ, ການຫຼີກລ້ຽງ ຄວາມສ່ຽງຂອງສະຖາບັນການເງິນທີ່ເພີ່ມຂຶ້ນ, ທວງທ່າດ້ານລະບຽບຫຼັກການທີ່ຮັດກຸມກ່ວາເກົ່າ ແລະ ຄວາມຈຳເປັນທີ່ຈະຕອ້ງຫຼຸດການປ່ອຍການກູ້ຢືມທີ່ມີຄວາມສ່ຽງສູງອັນເປັນຕົ້ນເຫດໃຫ້ເກີດວິກິດການເງິນນັ້ນ ຄາດວ່າ ຈະມີຜົນເຮັດໃຫ້ປະເທດກຳລັງພັດທະນາມີຄວາມຂາດເງິນທຶນ ແລະ ຕ້ອງມີລາຍຈ່າຍໃນການກູ້ຢືມເງິນ ທີ່ສູງກ່ວາເກົ່າ.
“ຂະນະທີ່ສະພາບດ້ານການເງິນລະຫວ່າງປະເທດເຄັ່ງຄັດຂື້ນ, ຫົວໜ່ວຍທູລະກິດໃນປະເທດກຳລັງພັດທະນາ ຈະປະເຊີນກັບຕົ້ນທຶນການກູ້ຢືມທີ່ສູງຂຶ້ນ, ຫົວໜ່ວຍທູລະກິດນໃນປະເທດກຳລັງພັດທະນາຈະປະເຊີນກັບຕົ້ນທືນການກູ້ຢືມທີ່ສູງຂຶ້ນ, ລະດັບຄວາມໜ້າເຊື່ອຖືໃນການຊຳລະເງິນກູ້ຢືມທີ່ຕໍ່າ ແລະ ກະແສເງິນທືນໝູນວຽນຕ່າງປະເທດທີ່ຫຼຸດລົງ. ຍ້ອນເຫດຜົນດັ່ງກ່າວ, ໃນ 5 ເຖິງ 7 ປີຂ້າງໜ້ານີ້, ທ່າອ່ຽງອັດຕາການເຕີບໂຕໃນປະເທດກຳລັງພັດທະນາຈະຢູ່ລະຫວ່າງ 0.2% ຫາ 0.7% ຊຶ່ງຕໍ່າກ່ວາລະດັບການເຕີບໂຕໃນກໍລະນີສະພາບດ້ານການເງິນຢູ່ໃນສະພາວະສົມບູນ ແລະ ບໍ່ແພງຄືກັນກັບໄລຍະທີ່ເສດຖະກິດມີການເຕີບໂຕດີ” ກ່າວໂດຍ ທ່ານ ແອນດຣິວ ເບີນສ, ຜູ້ນຳພາຂຽນບົດລາຍງານ.
ໃນຂະນະທີ່ທຸກຮູບແບບຂອງເງິນທຶນມີແນວໂນ້ມທີ່ຈະໄດ້ຮັບຜົນກະທົບ, ການລົງທຶນໂດຍກົງຈາກຕ່າງປະເທດນຈະຖືກຈໍາກັດ ໜ້ອຍກ່ວາການກູ້ຢຶມ. ເຖິງຢ່າງໃດກໍ່ຕາມ ບໍລິສັດໃຫຍ່ທັງຫຼາຍ ຈະພົບກັບຕົ້ນທຶນການລົງທຶນທີ່ສູງຂຶ້ນ, ຊຶ່ງເປັນການຫຼຸດຄວາມອາດສາມາດຂອງເຂົາເຈົ້າໃນການລົງທຶນໄສ່ສິນຄ້າສະເພາະຂອງຕົນ. ຍ້ອນສາເຫດດັ່ງກ່າວ ການໄຫຼເຂົ້າຂອງການລົງທຶນໂດຍກົງຈາກຕ່າງປະເທດມີທ່າອ່ຽງຫຼຸດລົງຈາກລະດັບສູງສຸດໃນປະຈຸບັນ 3.9% ຂອງລວມຍອດຜະລິດຕະພັນພາຍໃນຂອງປະເທດກຳລັງພັດທະນາໃນປີ 2007 ມາຢູ່ປະມານ 2.8%- 3% ຕາມການຄາດຄະເນໄລຍະກາງ. ຜົນທີ່ຕາມມາຈາກການຫຼຸດລົງດັ່ງກ່າວອາດຈະຮ້າຍແຮງເນື່ອງຈາກວ່າການລົງທຶນໂດຍກົງຈາກຕ່າງປະເທດມີມູນຄ່າເທົ່າກັບ 20% ຂອງເງິນລົງທຶນທັງໝົດຢູ່ເຂດອະນຸພາກພື້ນ ຊາຮາຣາ ອາຟຣິກາ, ເຂດເອີຣົບ ແລະ ອາຊີກາງ ແລະ ອາເມຣິກາລາຕິນ.
“ໃນຂະນະທີ່ບັນດາປະເທດກຳລັງພັດທະນາບໍ່ສາມາດຫຼີກລ້ຽງເງື່ອນໄຂດ້ານການເງິນລະຫວ່າງປະເທດທີ່ຮັດກຸມ ກ່ວາເກົ່ານັ້ນໄດ້, ເຂົາເຈົ້າສາມາດ ແລະ ຄວນຈະຫຼຸດຜ່ອນຕົ້ນທຶນການກູ້ຢືມພາຍໃນລົງ ແລະ ສົ່ງເສີມສູນກາງການເງິນໃນປະເທດ ດ້ວຍການຂະຫຍາຍສູນບໍລິການການເງິນລະດັບຂົງເຂດ, ຍົກລະດັບການແຂ່ງຂັນ ແລະ ປັບປຸງລະບຽບການຄຸ້ມຄອງໃນຂະແໜງການທະນາຄານພາຍໃນປະເທດ,” ກ່າວໂດຍ ທ່ານ ຮັນສ ທິມເມີ, ຜູ້ອຳນວຍການ Development Prospect Group ຂອງ ທະນາຄານໂລກ ໄດ້ກ່າວໃວ້. “ເຖິງວ່າຈະໃຊ້ເວລາໄລຍະໜຶ່ງໃນການໄດ້ຮັບໝາກຜົນ, ມາດຕະການດັ່ງກ່າວ ຈະສາມາດຂະຫຍາຍການເຂົ້າເຖິງແຫຼ່ງທຶນ ແລະ ຊ່ວຍເຮັດໃຫ້ປະເທດກຳລັງພັດທະນາກັບຄືນສູ່ແລວ ທາງຂອງການເຕີບໂຕສູງ ຈາກສະພາບທີ່ເຄີຍຕົກຢູ່ໃນວິກິດການ.”
ບົດລາຍງານພົບວ່າ ສະພາບການເງິນລະຫວ່າງປະເທດທີ່ບໍ່ເຄັ່ງຕຶງນັບແຕ່ປີ 2003-2007 ມີສ່ວນຊ່ວຍສະໜັບສະໜູນໃຫ້ເສດຖະກິດດີຂຶ້ນທາງການເງິນ ແລະ ການເຕີບໂຕໃນປະເທດກຳລັງພັດທະນາ. ຕົ້ນທຶນການກູ້ຢືມທີ່ຕໍ່າເປັນສາເຫດຂອງການຂະຫຍາຍກະແສໝູນວຽນເງິນທຶນຈາກຕ່າງປະເທດ ແລະ ການເພີ່ມຂຶ້ນຂອງເງິນກູ້ຢືມຈາກທະນາຄານໃນປະເທດຊຶ່ງຊ່ວຍເຮັດໃຫ້ອັດຕາການລົງທຶນຢູ່ໃນປະເທດກຳລັງພັດທະນາເພີ່ມຂຶ້ນ 30%. ໝາກຜົນຈາກການຂະຫຍາຍຕົວຢ່າງໄວວາຂອງຫຸ້ນທຶນ ໄດ້ອະທິບາຍການເພີ່ມຂຶ້ນຫຼາຍກ່ວາເຄິ່ງໜຶ່ງຂອງ 1.5% ຂອງອັດຕາການເຕີບໂຕຂອງຜະລິດຕະພັນທີ່ຜະລິດອອກນໃປໃນປະເທດກຳລັງພັດທະນາ.
ໃນຂະນະທີ່ປະເທດກຳລັງພັດທະນາມີການເຕີບໂຕຢ່າງເຂັ້ມແຂງໃນໄລຍະເວລາທີ່ເສດຖະກິດຈະເລີນງອກງາມ ອາດຈະສະທ້ອນເຖິງຄວາມອາດສາມາດເຕີບໂຕທີ່ເປັນພື້ນຖານ ແຕ່ສະພາບທາງການເງິນຂອງໂລກ ຊຶ່ງເປັນໂຕກະຕຸ້ນໄລຍະນັ້ນຍັງບໍ່ໝັ້ນຄົງຢ່າງຊັດເຈນ.
ຂໍ້ມູນສໍາຄັນໂດຍຫຍໍ້--ການຄາດຄະເນເສດຖະກິດໂລກປີ 2010: ພາບລວມຂອງພາກພື້ນ
ປີກາຍນີ້, ພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ເປັນຜູ້ນຳໜ້າສູ່ ການຟື້ນຕົວສູ່ສະພາບປົກກະຕິໃນເສດຖະກິດໂລກ ຊຶ່ງໄດ້ສະທ້ອນໃຫ້ເຫັນເຖິງມາດຕະການດ້ານນະໂຍບາຍການເງິນທີ່ເຂັ້ມແຂງ ແລະ ກຳລັງຊື້ພາຍໃນທີ່ສູງ. ສປ ຈີນ ຊຶ່ງມີຕົວເລກການເຕີບໂຕ 8.4%ໃນປີກາຍນີ້, ໄດ້ເປັນຫົວຈັກສຳລັບການເຕີບໂຕຂອງພາກພື້ນ, ຄາດວ່າໃນປີນີ້ການເຕີບໂຕລັກສະນະນີ ຂອງ ສປ ຈີນຈະສືບຕໍ່ອີກແລະ ລວມຍອດພາຍໃນ ຈະເພີ່ມຂຶ້ນ 9%. ລວມຍອດຜະລິດຕະພັນ ຂອງຂົງເຂດຖືກປະເມີນໄວ້ ວ່າຈະເພີ່ມຂື້ນ 6.8% ໃນປີ 2009 ແລະ ຄາດຄະເນວ່າຈະສູງເຖິງ 8.1% ໃນປີນີ້. ກະແສເງິນທຶນໄຫຼວຽນກຳລັງກັບຄືນມາສູ່ພາກພື້ນ ແລະ ການພັດທະນາຕະຫຼາດການເງິນພາຍໃນໄດ້ເປັນແຮງກະຕຸກສຸກຍູ້ຕື່ມແກ່ການຟື້ນຕົວຂອງເສດຖະກິດ. ຄວາມສາມາດໃນການຜະລິດເກີນຢ່າງຕໍ່ເນື່ອງ ແລະ ການເຕີບໂຕຂອງການຄ້າໂລກໃນລະດັບປານກາງ ຈະຖ່ວງດຶງການເຕີບໂຕຂອງລວມຍອດຜະລິດຕະພັນພາຍໃນໃຫ້ເພີ່ມຂຶ້ນໃນອັດຕາທີ່ໃວກ່ວາເກົ່າ 8.2% ໃນປີ 2011.
ຫວນຄືນເບິ່ງຄວາມບໍ່ໝັ້ນທ່ຽງ (ບັນຊີເງິນຝາກກະແສລາຍວັນ ແລະ ເງິນຂາດດຸນຂອງລັດຈຳນວນຫຼວງຫຼາຍ) ໃນຫຼາຍປະເທດກຳລັງພັດທະນາກອ່ນວິກິດການ ຈະເຫັນວ່າ ປະເທດກຳລັງພັດທະນາ ຢູ່ເອີຣົບ ແລະ ອາຊີກາງໄດ້ຮັບຜົນກະທົບຮ້າຍແຮງທີ່ສຸດ ຈາກ ວິກິດການຊຶ່ງລວມຍອດຜະລິດຕະພັນພາຍໃນຫຼຸດລົງຕກມການຄາຄະເນ 6.1% ໃນປີ 2009 ແລະ 3.6% ໃນປີ 2011. ອັດຕາການເຕີບໂຕໃນແຕ່ລະປະເທດສ່ວນຫຼວງຫຼາຍຈະຢູ່ໃນລຳດັບຕໍ່າກ່ວາຄວາມອາດສາມາດບົ່ມຊ້ອນ, ໄພຫວ່າງງານ ແລະ ການປັບໂຄງສ້າງຄືນໃໝ່ ຈະສືບຕໍ່ມີຢູ່ຢ່າງແຜ່ຫຼາຍ. ການກູ້ຢືມບໍ່ມີປະສິດທີຜົນທີ່ສູງຂຶ້ນ, ອັດຕາດອກເບ້ຍສູງ ແລະ ກະແສໝູນວຽນຂອງເງິນທຶນຕ່າງປະເທດທີ່ອ່ອນແອຈະເຮັດໃຫ້ການຂະຫຍາຍການລົງທຶນເບົາບາງລົງ. ນອກຈາກນີ້, ຍັງມີຄວາມສ່ຽງທີ່ສຳຄັນ ໃນນັ້ນລວມທັງຄວາມເປັນໄປໄດ້ຂອງວິກິດການເງິນຄັ້ງທີ່ສອງໃນພາກພື້ນ ຫຼື ສະພາວະເສດຖະກິດທົດຖອຍແບບຫຼົ້ມຫົວຈົມທ້າຍ. ເຖິງວ່າມີການປັບປຸງແກ້ໄຂສະພາບການເງີນພາຍໃນ ແລະ ລະຫວ່າງປະເທດໄດ້ດີຂຶ້ນ, ຄວາມຕ້ອງການທາງການເງິນຈາກພາຍນອກຂອງພາກພື້ນຍັງຄາດວ່າການໄຫຼເຂົ້າຂອງເງິນທຶນຈະເກີນ 54 ຕື້ ໂດລາສະຫາລັດ ໃນປີ 2010.
ພື້ນຖານທີ່ເຂັ້ມແຂງກ່ວາໄດ້ຊ່ວຍໃຫ້ພາກພື້ນ ລາຕິນອາເມລິກາ ແລະ ກາຣິບຽນ ຜ່ານພົ້ນວິກິດການນີ້ ໄດ້ດີກ່ວາເມື່ອກ່ອນ. ຈາກການຄາດຄະເນຍອດຜະລີດຕະພັນລວມຂອງປີກາຍນີ້ທີ່ໄດ້ຫຼຸດລົງເຖິງ 206%, ຄາດວ່າຜະລິດຕະພັນຂອງພາກພື້ນຈະເພີ່ມຂຶ້ນ 3.1% ໃນປີ 2010 ແລະ 3,6% ໃນປີ 2011 ແຕ່ວ່າການລົງທຶນທີ່ໜ້ອຍເກົ່າຈະເຮັດໃຫ້ການເຕີບໂຕຂອງເສດຖະກິດບໍ່ດີເທົ່າທີ່ຄວນ. ການໂອນເງິນ ແລະ ການທ່ອງທ່ຽວ (ທັງສອງເປັນແຫຼ່ງການເງິນຈາກພາຍນອກທີ່ສຳຄັນ ສຳລັບບັນດາປະເທດ ຄາຣີບຽນ) ຖືກຄາດຄະເນວ່າຈະຟື້ນຕົວໃນລັດັບປານກາງໃນລະຫວ່າງປີ 2010-2011 ຍ້ອນສະພາບຕະຫຼາດການຈ້າງງານຕໍ່າໃນສະຫະລັດອາເມຣິກາ ແລະ ປະເທດທີ່ຮັ່ງມີອື່ນໆ. ສິ່ງທ້າທາຍອັນສຳຄັນປະກອບມີ ການຫຼຸດຜ່ອນມາດຕະການກະຕຸ້ນ, ການຕອບສະໜອງການຫວ່າງງານທາງດ້ານການເງິນທີ່ມີລັກສະນະຍືນຍົງ ແລະ ການ ຮັກສາໄວ້ຊຶ່ງຄວາມກົງໄປກົງມາຕໍ່ກັບການລົງທຶນ ແລະ ການຄ້າສະຫວ່າງປະເທດ.
ພາກພື້ນຕາເວັນອອກກາງ ແລະ ອາຟຣິກກາເໜືອ ໄດ້ຮັບຜົນກະທົບຈາກວິກິດການໜ້ອຍກ່ວາຂົງເຂດອື່ນ ຢ່າງຈະແຈ້ງ ໂດຍລວມແລ້ວອັດຕາການເຕີບໂຕລວມຍອດຜະລິດຕະພັນພາຍໃນຄ່ອຍຫຼຸດລົງ 2.9% ໃນ ປີ 2009. ອັດຕາການຂະຫຍາຍຕົວໃນປະເທດກໍາລັງພັດທະນາທີ່ນໍາເຂົ້ານໍ້າມັນຖືກຄາດຄະເນເປັນ 4,7%ໃນປີ 2009. ໃນບປະເທດກໍາລັງພັດທະນາທີ່ສົ່ງອອກນໍ້າມັນຄາດຄະເນການເຕີບໂຕຂອງເສດຖະກິດຈະຜ່ອນລົງ 1.6% ຊຶ່ງສະທ້ອນໃຫ້ເຫັນເຖິງການຈຳກັດການຜະລິດ ແລະ ລາຍໄດ້ຈາກນ້ຳມັນມີ່ຫຼຸດລົງ. ສຳລັບພາກພື້ນນີ້, ໂດຍລວມແລ້ວ ຄາດວ່າລວມຍອດຜະລິດຕະພັນພາຍໃນຈະເພີ່ມຂຶ້ນ 3,7% ໃນປີ 2010 ແລະ 4,4% ໃນປີ 2011. ການຄາດຄະເນການຟື້ນຕົວທາງເສດຖະກິດ ໄດ້ຖືກຕັ້ງໄວ້ເປັນຫຼັກຖານໂດຍເຫັນໄດ້ເຖິງການຟື້ນຕົວຄືນຂອງຄວາມຕ້ອງການນ້ຳມັນໃນໂລກ, ຊຶ່ງຊ່ວຍໃຫ້ລາຄານ້ຳມັນມີສະເຖຍລະພາບ ແລະ ການຕອບສະໜອງໃນຕະຫຼາດສົ່ງອອກທີ່ສຳຄັນ. ເຖິງວ່າຈະມີການຖອນການກະຕູ້ນທ່າງການເງິນເທື່ອລະໜ້ອຍ ຄວາມກ້າວໜ້າໃນການບໍລິໂພກ ແລະ ການໃຊ້ຈ່າຍເງິນທຶນ ໃນລະດັບປ່ານກາງ ກໍ່ຍັງສາມາດສະໜັບສະໜູນການເຕີບໂຕທີ່ໜັກແໜ້ນກ່ວາເກົ່າ.
ປາກົດວ່າ ພາກພື້ນອາຊີໃຕ້ ສາມາດຫຼຸດພົ້ນຈາກຜົນກະທົບທີ່ໜັກໜ່ວງທີ່ສຸດຂອງວິກິດການແລ້ວ. ເຖິງຢ່າງໃດກໍ່ຕາມອັດຕາການເຕີບໂຕລວມຍອດພາຍໃນຂອງພາກພື້ນໃນປີ 2009 ໄດ້ຖືກຄາດຄະເນໃວ້ເປັນ 5,7% (ຄືກັນກັບການເຕີບໂຕໃນປີ 2008) ຊຶ່ງສະແດງໃຫ້ເຫັນ ການຂະຫຍາຍຕົວທີ່ຊ້າລົງຢ່າງຊັດເຈນນັບແຕ່ໄລຍະທີ່ເສດຖະກິດຈະເລີນເຕີບໂຕຊຶ່ງສວນໃຫຍ່ມີຜົນມາຈາກການຫຼຸດລົງຢ່າງຊັດເຈນໃນການຂະຫຍາຍການລົງທຶນ. ການໄຫຼເຂົ້າມາຂອງເງີີນທຶນເອກະຊົນ-ຊ່ອງທາງສົ່ງຜ່ານຂອງວິກິດ- ເປັນພຽງແຕ່ສວ່ນນອ້ຍໆເທົ່ານັ້ນຂອງລວມຍອດຜະລິດຕະພັນພາຍໃນຂອງພາກພື້ນ (ໂດຍສະເພາະ ການລົງທຶນໂດຍກົງຈາກຕ່າງປະເທດ) ເມື່ອທຽບໄສ່ພາກພື້ນອື່ນໆ. ອີກຢ່າງໜຶ່ງ, ກຳລັງຊື້ພາຍໃນຂອງພາກພື້ນຂ້ອນຂ້າງຢູ່ໃນສະພາບປົກກະຕິໂດຍມີນະໂຍບາຍແກ້ໄຂກ່ຽວກັບເສດຖະກິດມະຫາພາກເປັນທີ່ຮອງຮັບ. ການເຕີບໂຕຍຂອງເສດຖະກິດຄ່າດວ່າຈະເໜັງຕີງລະຫວ່າງ 6,9% ແລະ 7,4% ໃນປີ 2010 ແລະ 2011 ຕາມລຳດັບ.
ອະນຸພາກພື້ນ ຊາຮາຣາ ອາຟຣິກກາ ແມ່ນໄດ້ຮັບຜົນກະທົບທີ່ໜັກເຊັ່ນກັນ. ພາກພື້ນນີ້ຖືກວິກິດໃນເບື້ອງຕົ້ນຜ່ານຊ່ອງທາງທາງການຄ້າ, ການລົງທຶນໂດຍກົງຈາກຕ່າງປະເທດ, ການທ່ອງທ່ຽວ, ການໂອນເງິນ ແລະ ການຊ່ວຍເຫຼືອທາງການ. ລວມຍອດຜະລິດຕະພັນພາຍໃນຂອງພາກພື້ນໃນປີກາຍນີ້ຄາດວ່າໄດ້ເພີ່ມພຽງແຕ່ 1,1%. ປະເທດທີ່ສົ່ງອອກນ້ຳມັນ ແລະ ປະເທດທີ່ມີລາຍຮັບປານກາງ ໄດ້ຖືກກະທົບຮ້າຍແຮງກ່ວາປະເທດທີ່ມີລາຍຮັບຕໍ່າ, ອ່ອນແອກ່າວ ແບະ ໂດດດ່ຽວກ່ວາ-ຢ່າງໜ້ອຍໃນໄລຍະຕົ້ນ. ໄດ້ມີການປະເມີນວ່າ ໃນປີ 2010 ນີ້, ລວມຍອດຜະລິດຕະພັນພາຍໃນຈະເຕີບໂຕ 4.8% ຢູ່ໃນປະເທດອະນຸພາກພື້ນຊາຮາຣາ ຊຶ່ງບໍ່ລວມເອົາອາຟຣິກາໄຕ້ 3%, ໃນປະເທດທີ່ບໍ່ເຂັ້ມແຂງ 4% ແລະ ໃນປະເທດທີ່ມີລາຍຮັບຕໍ່າ. ເສດຖະກິດອາຟຣິກາໄຕ້ຈະເຕີບໂຕ 2% ໃນປີນີ້ ພາຍຫຼັງການທົດຖອຍໃນປີ 2009 ໃນຂະນະທີ່ພາບລວມຂອງພາກພື້ນຍັງບໍ່ມີຄວາມແນ່ນອນ ແລະ ຄວາມ ເຂັ້ມແຂງຂອງການຟື້ນຕົວ. ສວ່ນໃຫຍ່ ຍັງຈະຂຶ້ນກັບຄວາມຕ້ອງການຂອງຕະຫຼາດສົ່ງອອກທີ່ສຳຄັນ.