ບັນຫາຄວາມທຸກຍາກ ຢູ່ ສປປ ລາວ ໄດ້ມີທ່າກ້າວຫຼຸດລົງ ເນື່ອງຈາກປະເທດໄດ້ຮັບຜົນປະໂຫຍດຈາກການຈະເລີນເຕີບໂຕທາງດ້ານເສດຖະກິດທີ່ຕໍ່ເນື່ອງ ໂດຍສະເລ່ຍ 7,8 ເປີເຊັນ ຕໍ່ປີ ໃນໄລຍະ 10 ປີ ທີ່ຜ່ານມາ. ເຖິງແມ່ນວ່າ ສປປ ລາວ ຈະປະສົບຜົນສຳເລັດຢ່າງໜ້າປະທັບໃຈ ແຕ່ປະຊາຊົນລາວກໍຍັງບໍ່ທັນໄດ້ຮັບຜົນປະໂຫຍດຈາກການພັດທະນາປະເທດຢ່າງທົ່ວເຖິງ. ປະຊາຊົນລາວຈະສາມາດໄດ້ຮັບຜົນປະໂຫຍດດັ່ງກ່າວຫຼືບໍ່ນັ້ນ ແມ່ນຂຶ້ນກັບໂອກາດໃນການເພີ່ມຊັບສິນ ຢ່າງໜຶ່ງທີ່ພວກເຂົາມີຕິດຕົວ ນັ້ນກໍຄື: ທຶນທາງດ້ານຊັບພະຍາກອນມະນຸດຂອງເຂົາເຈົ້າເອງ.
ຈົນເຖິງປະຈຸບັນ ການເຕີບໂຕທາງດ້ານເສດຖະກິດແມ່ນຍັງເອື່ອຍອີງຊັບພະຍາກອນທຳມະຊາດເປັນຕົ້ນຕໍ, ອັນໄດ້ສົ່ງຜົນໃຫ້ມີອັດຕາການສູນເສຍທາງດ້ານຊັບພະຍາກອນສູງ ແລະ ໄດ້ສ້າງວຽກເຮັດງານທຳທີ່ມີຄຸນນະພາບຕ່ຳ. ລະດັບຄວາມບໍ່ສະເໝີພາບທີ່ເພີ່ມຂຶ້ນ ເຊິ່ງເຫັນໄດ້ຈາກດັດຊະນີ GINI ຂອງປະເທດ ຊີ້ໃຫ້ເຫັນວ່າ ຈົນເຖິງປະຈຸບັນການເຕີບໂຕທາງດ້ານເສດຖະກິດ ແມ່ນຍັງບໍ່ທົ່ວເຖິງເທົ່າທີ່ຄວນຈະເປັນ.
ໃນຊຸມປີຕໍ່ໜ້ານີ້, ເຊິ່ງປະເທດລາວຈະກາຍເປັນສູນກາງເຊື່ອມຕໍ່ທາງດ້ານເສດຖະກິດຂອງພາກພື້ນ, ສປປ ລາວ ຈຳເປັນຕ້ອງໄດ້ເບິ່ງແຮງຂັບເຄື່ອນການເຕີບໂຕທາງດ້ານເສດຖະກິດແບບໃໝ່ໆ ເຊັ່ນ: ຂະແໜງການບໍລິການ ແລະ ຂະແໜງການທີ່ໃຊ້ທັກສະສູງ. ການລົງທຶນເຂົ້າໃສ່ວຽກງານທີ່ສ້າງທຶນທາງດ້ານຊັບພະຍາກອນມະນຸດ ເຊັ່ນ: ການສົ່ງເສີມຄວາມຮູ້, ທັກສະ ແລະ ສຸຂະພາບ ທີ່ປະຊາຊົນຈະເກັບສະສົມໃນຊ່ວງຊີວິດຂອງເຂົາເຈົ້າ ແມ່ນມີຄວາມສຳຄັນເໜືອສິ່ງອື່ນໃດ.
ໃນເດືອນຕຸລາ ທີ່ຜ່ານມາ, ທະນາຄານໂລກ ໄດ້ເຜີຍແຜ່ດັດຊະນີຂອງທຶນທາງດ້ານຊັບພະຍາກອນມະນຸດ (HCI) ເຊິ່ງພະຍາຍາມວັດແທກວ່າ ຈາກການລົງທຶນໃສ່ການພັດທະນາຄົນພາຍໃນປະເທດ ບັນດາປະເທດຕ່າງໆໄດ້ມີຄວາມສາມາດຮັບໝາກຜົນທາງດ້ານເສດຖະກິດຫຼາຍໜ້ອຍເທົ່າໃດ. ດັດຊະນີດັ່ງກ່າວໄດ້ວັດແທກວ່າ ເດັກເກີດໃໝ່ໃນມື້ນີ້ສາມາດຄາດຫວັງຈະມີທຶນທາງດ້ານຊັບພະຍາກອນມະນຸດຫຼາຍໜ້ອຍພຽງໃດເມື່ອອາຍຸໄດ້ 18 ປີ ໂດຍອີງໃສ່ສະຖານະພາບທາງດ້ານສາທະລະນະສຸກ ແລະ ການສຶກສາພາຍໃນປະເທດນັ້ນໆເອງ. ໜຶ່ງໃນເປົ້າໝາຍຂອງ ດັດຊະນີ HCI ແມ່ນເພື່ອສະໜອງເຄື່ອງມືໃຫ້ແກ່ປະເທດຕ່າງໆ ເພື່ອນຳໃຊ້ເຂົ້າໃນການກຳນົດເປົ້າໝາຍ ແລະ ວັດແທກຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ. ດັດຊະນີ HCI ສະທ້ອນໃຫ້ເຫັນເຖິງທ່າແຮງທາງດ້ານຜະລິດຕະຜົນຂອງກຳລັງແຮງງານໃນອະນາຄົດໂດຍວັດແທກຈາກເດັກນ້ອຍທີ່ເກີດໃນວັນນີ້ ແລ້ວສົມທຽບໃສ່ຜົນຮັບທີ່ໄດ້ມາຈາກການສົມມຸດຖານທີ່ວ່າ ຖ້າຫາກເດັກນ້ອຍຜູ້ນັ້ນໄດ້ຮັບການບໍລິການດ້ານສາທາລະນະສຸກທີ່ຄົບຖ້ວນ ແລະ ການສຶກສາທີ່ສົມບູນແລະ ມີຄຸນນະພາບສູງ ເດັກນ້ອຍຜູ້ນັ້ນຈະເປັນແນວໃດ? ແລ້ວໃຫ້ຄະແນນແຕ່ 0 ຫາ 1, ໂດຍທີ່ 1 ແມ່ນຄະແນນທີ່ດີທີ່ສຸດ.
ແລ້ວ ສປປ ລາວ ໄດ້ຄະແນນເທົ່າໃດໃນ ດັດຊະນີ HCI? ຜົນໄດ້ຮັບ ໄດ້ຊີ້ໃຫ້ເຫັນທັງຈຸດດີ ແລະ ຈຸດທີ່ຄວນນຳໄປປັບປຸງ. ສປປ ລາວ ມີຄວາມຄືບໜ້າໃນທຸກໆຕົວຊີ້ວັດ HCI. ໃນລະຫວ່າງ ປີ 2012 ຫາ 2017, HCI ຂອງ ສປປ ລາວ ໄດ້ຊີ້ໃຫ້ເຫັນວ່າ ມີການປັບປຸງໂດຍມວນລວມ ໂດຍມີຄະແນນເພີ່ມຈາກ 0.41 ເປັນ 0.45. ເຖິງວ່ານີ້ເປັນບາດກ້າວໃນທາງບວກ, ດັດຊະນີ HCI ຂອງລາວ ຍັງຖືວ່າຕ່ຳກວ່າລະດັບຄະແນນສະເລ່ຍໃນພາກພື້ນ ແລະ ຕ່ຳກວ່າບັນດາປະເທດທີ່ມີລາຍຮັບໃນລະດັບຄ້າຍຄືກັນ.
ຜົນໄດ້ຮັບສະແດງໃຫ້ເຫັນວ່າ ປະເທດລາວຍັງຈະຕ້ອງໄດ້ສືບຕໍ່ພັດທະນາທັກສະຂອງປະຊາຊົນ. ອີງຕາມສະຖານະພາບໃນປະຈຸບັນ, ເດັກນ້ອຍທີ່ເກີດຢູ່ ສປປ ລາວ ໃນມື້ນີ້ ແມ່ນມີທ່າແຮງທາງດ້ານຜະລິດຕະຜົນຂອງກຳລັງແຮງງານໜ້ອຍກວ່າເຄິ່ງ ຖ້າທຽບໃສ່ເດັກທີ່ໄດ້ຮັບການບໍລິການສາທາລະນະສຸກ ແລະ ການສຶກສາທີ່ສົມບູນ. ປະເທດລາວຍັງຈະສາມາດສ້າງ ແລະ ຮັບຜົນປະໂຫຍດຢ່າງຫຼວງຫຼາຍໄດ້ ຖ້າວາງແຜນລົງທຶນໃສ່ແຜນງານທີ່ຖືກຕ້ອງເໝາະສົມ.
ຕໍ່ກັບວຽກງານສາທາລະນະສຸກ, ບັນຫາເດັກຂອດ (ເດັກຕ່ຳກວ່າມາດຕະຖານ) ຍັງຄົງເປັນບັນຫາຄົງຄ້າງຊ້ຳເຮື້ອ ເຊິ່ງກວມເອົາ 33 ເປີເຊັນ ຂອງຈຳນວນເດັກນ້ອຍທົ່ວປະເທດ ຖືວ່າເປັນອັດຕາສ່ວນທີ່ສູງຫຼາຍຖ້າທຽບໃສ່ບັນດາປະເທດຢູ່ໃນພາກພື້ນ. ນອກຈາກນີ້ ຍັງມີຄວາມແຕກໂຕນກັນຫຼາຍໃນແຕ່ລະພູມີພາກຂອງປະເທດ ແລະ ໃນແຕ່ລະກຸ່ມເສດຖະກິດສັງຄົມທີ່ແຕກຕ່າງກັນ. ຍົກຕົວຢ່າງ ຢູ່ແຂວງ ຜົ້ງສາລີ 54 ເປີເຊັນ ຂອງເດັກນ້ອຍແມ່ນເປັນເດັກຂອດ ທຽບໃສ່ ນະຄອນຫຼວງວຽງຈັນ ທີ່ມີເດັກຂອດກວມ 13.6 ເປີເຊັນ. ແລະ ອັດຕາສ່ວນເດັກຂອດ ໃນກຸ່ມເດັກນ້ອຍຊົນເຜົ່າມົ້ງ-ມ້ຽນ ແມ່ນກວມ 50 ເປີເຊັນ ທຽບໃສ່ ກຸ່ມຊົນເຜົ່າລາວ-ໄຕ ເຊິ່ງກວມເອົາ 23 ເປີເຊັນ. ການເປັນເດັກຂອດ ໄດ້ສົ່ງຜົນກະທົບທາງລົບຕໍ່ຄວາມອາດສາມາດໃນການປະສົບຜົນສຳເລັດໃນຊີວິດຂອງບຸກຄົນໃນໄລຍະຍາວ ເຊິ່ງເຮັດໃຫ້ບຸກຄົນຕົກຢູ່ໃນວົງຈອນຂອງຄວາມທຸກຍາກ.
ດ້ານການສຶກສາ, ເດັກນ້ອຍຢູ່ ສປປ ລາວ ສາມາດສຳເລັດການສຶກສາໃນໂຮງຮຽນໄລຍະ 10.8 ປີ ກ່ອນອາຍຸ 18 ປີ. ແຕ່ ເມື່ອປັບໃສ່ເກນການຮຽນຮູ້ທີ່ມີຄຸນນະພາບ ປີຮຽນແມ່ນສະເລ່ຍຕົກຢູ່ທີ່ 6.4 ປີ ເຊິ່ງມັນຊີ້ໃຫ້ເຫັນວ່າ ຄຸນນະພາບຂອງການສຶກສາຕ້ອງໄດ້ຖືກປັບປຸງເພື່ອໃຫ້ກົງກັບຜົນສຳເລັດທີ່ໄດ້ຮັບຈາກການຂະຫຍາຍການເຂົ້າເຖິງການສຶກສາ. ອັດຕາການຮູ້ໜັງສື ແລະ ການອອກໂຮງຮຽນຍັງມີສູງ.
ປະເທດລາວ ໄດ້ມີການລົງທຶນທີ່ສຳຄັນໃນຫຼາກຫຼາຍດ້ານ. ໂດຍຮ່ວມມືກັບທະນາຄານໂລກ, ລັດຖະບານກຳລັງນຳໃຊ້ບັນດາບົດຮຽນຈາກສາກົນ ໂດຍສະເພາະຈາກບັນດາປະເທດທີ່ປະສົບຜົນສຳເລັດໃນການຫຼຸດຜ່ອນບັນຫາການຂາດສານອາຫານ. ນອກຈາກນີ້, ສປປ ລາວ ກໍກຳລັງທົດລອງວິທີການໃໝ່ ຢູ່ບັນດາແຂວງທີ່ມີອັດຕາເດັກຂອດສູງທີ່ສຸດ. ວິທີການໃໝ່ດັ່ງກ່າວ ໄດ້ແນໃສ່ບັນດາຄອບຄົວ ແລະ ເມືອງດຽວກັນ ສຳລັບການແກ້ໄຂການຂາດສານອາຫານ ແລະ ເດັກຂອດ ເພື່ອສະໜອງປັດໄຈທາງດ້ານຄວາມຕ້ອງການ ແລະ ການສະໜອງທີ່ກ່ຽວພັນກັບບັນຫາການຂາດສານອາຫານ.
ບັນດາວິທີການໃໝ່ດັ່ງກ່າວ ແລະ ການສືບຕໍ່ນຳເອົາບົດຮຽນຜົນສຳເລັດຈາກທົ່ວໂລກມາໝູນໃຊ້ ຈະເປັນຂໍກຸນແຈສຳຄັນຕໍ່ການປະຕິຮູບທຶນທາງດ້ານຊັບພະຍາກອນມະນຸດຂອງ ສປປ ລາວ. ເພື່ອໃຫ້ໄດ້ມາເຊິ່ງໝາກຜົນເປັນຈິງ ວຽກງານດັ່ງກ່າວແມ່ນຈຳເປັນຕ້ອງໃຊ້ເວລາ ເພາະມັນບໍ່ມີວິທີການແກ້ໄຂແບບຮີບດ່ວນ. ໃນຂະນະດຽວກັນ ເຮົາກໍບໍ່ຄວນປະຖິ້ມເວລາໃຫ້ເສຍໄປ. ຖ້າລັດຖະບານຂັ້ນສູນກາງ ແລະ ທ້ອງຖິ່ນເລັ່ງການຈັດຕັ້ງປະຕິບັດຕົວຈິງຕັ້ງແຕ່ມື້ນີ້ ຊຸມຊົນກໍຈະມີສຸຂະພາບທີ່ແຂງແຮງຂຶ້ນ ແລະ ຈະມີການສຶກສາທີ່ດີຂຶ້ນ, ພວກເຂົາກໍຈະສາມາດໄດ້ຮັບຜົນປະໂຫຍດຈາກຂະບວນການເຕີບໃຫຍ່ຂະຫຍາຍຕົວ, ຈະສາມາດປັບປຸງຊີວິດການເປັນຢູ່ ແລະ ຈະເປັນຄົນທີ່ມີປະສິດທິຜົນຍິ່ງຂຶ້ນ.
ໃນຊຸມທົດສະວັດທີ່ຜ່ານມາ, ຊັບພະຍາກອນທຳມະຊາດໄດ້ຂັບເຄື່ອນການເຕີບໂຕທາງດ້ານເສດຖະກິດຂອງ ສປປ ລາວ. ເພື່ອສະໜັບສະໜູນການເຕີບໂຕທີ່ເຂັ້ມແຂງໃນໄລຍະຍາວໃຫ້ຍືນຍົງ ແລະ ທົ່ວເຖິງ, ປະເທດລາວຕ້ອງໄດ້ສຸມໃສ່ວຽກງານພັດທະນາຊັບພະຍາກອນມະນຸດ ແລະ ຂະຫຍາຍເສດຖະກິດໃຫ້ແຕກແໜງອອກເປັນຫຼາຍຂະແໜງການ. ປະຊາກອນທີ່ມີສຸຂະພາບແຂງແຮງ ແລະ ມີທັກສະທີ່ດີ ຈະສາມາດຊ່ວຍ ສປປ ລາວ ເຂົ້າເຖິງກາລະໂອກາດທີ່ມີໃນພາກພື້ນທີ່ຂະຫຍາຍຕົວຢ່າງແຂງແຮງ ແລະ ຈະປະສົບຜົນສຳເລັດທາງດ້ານເສດຖະກິດໃນອະນາຄົດ.