ແຮງບັນດານໃຈຂອງທ່ານໃນການມາເປັນທີ່ປຶກສາດ້ານການປົກປ້ອງສັງຄົມ ແລະ ຄວາມສະເໝີພາບຍິງຊາຍ ແມ່ນຫຍັງ?
ຂ້າພະເຈົ້າໄດ້ແຮງບັນດານໃຈມາເຮັດວຽກປົກປ້ອງສັງຄົມ ແລະ ບົດບາດຍິງຊາຍ ຍ້ອນຄວາມທຸກຍາກ, ການຂາດການສຶກສາ, ຄວາມຮູ້ສຶກທີ່ເຮັດຫຍັງກໍບໍ່ໄດ້-ຊ່ວຍເຫຼືອຕົນເອງບໍ່ໄດ້ ແລະ ຍ້ອນມີຄົນມາຊ້ຳເຕີມຢູ່ສະເໝີວ່າຂ້າພະເຈົ້າທຸກຍາກ ແລະ ຕ່ຳຕ້ອຍດ້ອຍຄວາມສີວິໄລຊ່ຳໃດ. ຂ້າພະເຈົ້າມາຈາກຄອບຄົວທີ່ທຸກຍາກຫຼາຍ. ຕອນຍັງນ້ອຍ, ຂ້າພະເຈົ້າ ແລະ ເອື້ອຍນ້ອງສ່ວນໃຫຍ່ກໍເຂົ້ານອນໂດຍທີ່ບໍ່ມີເຂົ້າຕົກທ້ອງ.
ໃນໄລຍະທີ່ຂ້າພະເຈົ້າເລີ່ມເຮັດວຽກໃໝ່, ສປປ ລາວ ກໍາລັງຜ່ານຂະບວນການການປ່ຽນແປງດ້ານເສດຖະກິດສັງຄົມ ແລະ ການພັດທະນາຢ່າງວ່ອງໄວ ເຊິ່ງ ສ່ວນໃຫຍ່ກໍຈະສ້າງຊ່ອງວ່າງ ແລະ ຄວາມບໍ່ສະເໝີພາບໃນຂະບວນການດັ່ງກ່າວ. ຍາມ ນັ້ນຂ້າພະເຈົ້າ ເຫັນຜູ້ທີ່ເຮັດວຽກ ນໍາໂຄງການພັດທະນາ, ເຂົາມີລາຍໄດ້ ແລະ ສາມາດລ້ຽງຄອບຄົວເຂົາເຈົ້າໄດ້. ຂ້າພະເຈົ້າສະອອນເຂົາເຈົ້າ ແລະ ກໍໄຝ່ຝັນທີ່ບໍ່ພຽງແຕ່ ຂ້າພະເຈົ້າຈະສາມາດຊ່ວຍຕົວເອງ ແຕ່ຍັງຈະຊ່ວຍຜູ້ອື່ນທີ່ຢູ່ໃນສະພາບດຽວກັນກັບຂ້າພະເຈົ້າ. ສະນັ້ນ, ຂ້າພະເຈົ້າຈຶ່ງເຮັດວຽກໃນຂະແໜງປົກປ້ອງສັງຄົມ ແລະ ຄວາມສະເໝີພາບຍິງຊາຍເພື່ອຊ່ວຍຕົວເອງ ແລະ ຜູ້ອື່ນ ໂດຍສະເພາະແມ່ຍິງ ເພື່ອໃຫ້ຫລຸດພົ້ນຈາກຄວາມທຸກຍາກ.
ຖ້າໃຫ້ທ່ານອະທິບາຍກ່ຽວກັບທ່ານເອງ ດ້ວຍ 3 ຄຳ, ຄຳດັ່ງກ່າວຈະແມ່ນຫຍັງ?
ຄວາມມຸ່ງໝັ້ນ, ຄວາມພາກພຽນອົດທົນ, ຄວາມເອື້ອເຟື້ອເພື່ອແຜ່ (ເອື້ອອາທອນ/ເອື້ອອາລີ).
ສຳລັບຄົນທີ່ມາຈາກຄອບຄົວທຸກຍາກທີ່ມີຄວາມຊ່ວຍເຫຼືອຈຳກັດ, ຂ້າພະເຈົ້າໄດ້ກ້າວໜ້າດ້ານວິຊາຊີບ-ຄວາມເປັນມືອາຊີບຢ່າງຫລວງຫລາຍ ຂ້າພະເຈົ້າເຊື່ອວ່າ ການສຶກສາສຳຄັນຫຼາຍ, ຄວາມມຸ່ງໝັ້ນ ກໍຄືຄວາມພາກພຽນອົດທົນຕໍ່ໜ້າສິ່ງທ້າທາຍທີ່ພົບພໍ້, ການເຊື່ອໝັ້ນໃນຕົນເອງ, ການທີ່ຮູ້ຈຸດປະສົງຂອງຕົນເອງ ແລະ ເກັ່ງໃນສິ່ງທີ່ເຮັດ ກໍລ້ວນແຕ່ເປັນປັດໄຈສຳຄັນ ໃນການຊ່ວຍໃຫ້ຄົນ ຢືນດ້ວຍສອງລຳແຂ່ງລຳຂາຂອງຕົນເອງ ແລະ ເຕີບໂຕກ້າວໜ້າໃນດ້ານວິຊາຊີບ-ຄວາມເປັນມືອາຊີບ.
ຄຳຂວັນຂອງປີນີ້ແມ່ນ “ທຸກໆຄົນຫັນສູ່ດີຈີຕອນ (DigitALL): ນະວັດຕະກຳ ແລະ ເຕັກໂນໂລຊີເພື່ອຄວາມສະເໝີພາບຍິງຊາຍ. ໃນທັດສະນະຂອງທ່ານ, ເຕັກໂນໂລຊີດີຈີຕອນ ແລະ ນະວັດຕະກຳ ຈະນຳສູ່ຄວາມສະເໝີພາບຍິງຊາຍຫຼາຍຂຶ້ນກວ່າເກົ່າແນວໃດ?
ຄົນລາວ ໄດ້ຮັບຜົນປະໂຫຍດຈາກ ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ດີຈີຕອນ. ນະວັດຕະກຳດັ່ງກ່າວເປີດໂອກາດໃຫ້ແກ່ແມ່ຍິງໂດຍສະເພາະໃນການ ຜ່ານຜ່າຂໍ້ຈຳກັດດ້ານການເຄື່ອນຍ້າຍ-ການໄປມາ ແລະ ຮີດຄອງປະເພນີ-ມາດຖານດ້ານສັງຄົມ ແລະ ບົດບາດຍິງຊາຍ. ວຽກງານທີ່ນຳໃຊ້ດີຈີຕອນຈະຊ່ວຍໃຫ້ແມ່ຍິງສາມາດສ້າງລາຍໄດ້, ປັບປຸງສັກກະຍະພາບ, ແລະ ເພີ່ມຄວາມເອກະລາດດ້ານການເງິນ. ແຕ່ວ່າ, ຊ່ອງວ່າງດ້ານຄວາມສະເໝີພາບຍິງຊາຍກໍຍັງມີຢູ່ຍ້ອນ ລະດັບການສຶກສາທີ່ຕ່ຳຂອງແມ່ຍິງ ແລະ ປັດໄຈດ້ານຄົວເຮືອນທີ່ຕິດພັນກັບບົດບາດຍິງຊາຍ. ແມ່ຍິງມີແນວໂນ້ມທີ່ຈະພົບພໍ້ອຸປະສັກໃນການເຂົ້າເຖິງຕະຫຼາດ ແລະ ຂໍ້ມູນຂ່າວສານ ແລະ ໃນການດຳເນີນທຸລະກິດ. ແນວຄິດຫຼືຄວາມເຊື່ອດັ່ງເດີມ ກ່ຽວກັບບົດບາດຍິງຊາຍ ເຊີ່ງໝາຍຄວາມວ່າ ທັກສະດ້ານ ICT ແລະ ທັກສະທາງດີຈີຕອນ ສ່ວນໃຫຍ່ແມ່ນຕິດພັນກັບຜູ້ຊາຍ ແລະ ແນວຄິດແບບນີ້ກໍອາດທ່ວງດຶງ ການມີສ່ວນຮ່ວມຂອງແມ່ຍິງ ໃນການຝຶກອົບຮົມກ່ຽວກັບທັກສະດ້ານດີຈີຕອນ ຫຼື ການນຳໃຊ້ເຕັກໂນໂລຊີໃໝ່ໆ.
ນອກຈາກນັ້ນ, ເຖິງແມ່ນວ່າມີບາງວິສາຫະກິດທີ່ໄດ້ມີການປ່ຽນແປງໃນທາງທີ່ດີ ໃນການສົ່ງເສີມເຕັກໂນໂລຊີດີຈີຕອນສຳລັບແມ່ຍິງ, ແຕ່ກໍຍັງມີຫຼັກຖານທີ່ຊີ້ໃຫ້ຮູ້ວ່າ ເຕັກໂນໂລຊີສາມາດມີຜົນກະທົບດ້ານລົບຖ້າຫາກນຳໃຊ້ໂດຍບໍ່ມີຄວາມຮູ້ທີ່ເໝາະສົມ. ສຳລັບແມ່ຍິງ, ຜົນກະທົບນີ້ອາດສູງກວ່າຜູ້ຊາຍ. ຍ້ອນລະດັບການຮູ້ໜັງສືທີ່ຕ່ຳກວ່າ ແລະ ການເຂົ້າເຖິງທັກສະທີ່ນຳໃຊ້ໃນຍຸກສະໄໝໃໝ່ທີ່ຈຳກັດ, ແມ່ຍິງກໍອາດໄດ້ຮັບຜົນກະທົບຈາກການຂົ່ມເຫັງແລະ ຖືກກີດກັ້ນ ເຊັ່ນ ການນຳໃຊ້ຄວາມຮຸນແຮງທາງເພດ ຜ່ານການເອື້ອອຳນວຍຂອງເຕັກໂນໂລຊີ. ແມ່ຍິງອາດໄດ້ຮັບຜົນກະທົບຈາກພຶດຕິກຳທາງເພດທີ່ບໍ່ເພິ່ງປະສົງດ້ວຍວິທີທາງດີຈີຕອນ ລວມທັງ ການລວນລາມທາງອອນໄລນ໌, ການສື່ສານກ່ຽວກັບເພດແບບນາບຂູ່ ແລະ ການລ່ວງລະເມີດທາງເພດໃນທາງອອນໄລນ໌. ສິ່ງທີ່ສຳຄັນແມ່ນວ່າຄົນຕ້ອງຮັບຮູ້ກ່ຽວກັບ ຄວາມສ່ຽງເຫຼົ່ານີ້.
ວຽກຂອງທ່ານມີຄວາມໝາຍຄວາມສຳຄັນຕໍ່ທ່ານແນວໃດ?
ຂ້າພະເຈົ້າສາມາດຊ່ວຍຕົວເອງ ແລະ ຄົນອື່ນ ໂດຍສະເພາະຊ່ວຍແມ່ຍິງ ໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກ.
ໃນວຽກຂອງທ່ານຜ່ານມາ ຫຼື ໃນສັງຄົມ, ທ່ານໄດ້ເຫັນບັນຫາຄວາມບໍ່ສະເໝີພາບເກີດຂຶ້ນບໍ່?
ໃນໄລຍະການລະບາດຂອງພະຍາດໂຄວິດ-19, ອິນເຕີເນັດ ແລະ ເຕັກໂນໂລຊີດີຈີຕອນໄດ້ມີຄວາມສຳຄັນຍິ່ງຂຶ້ນໃນການເຂົ້າເຖິງຂໍ້ມູນຂ່າວສານ, ການສື່ສານ ແລະ ໂອກາດດ້ານວຽກເຮັດງານທຳ. ແຕ່ວ່າ, ມີຫຼາຍຄົນໃນສັງຄົມລາວ ໂດຍສະເພາະແມ່ຍິງ ແລະ ເດັກນ້ອຍ ທີ່ອາດຈະຍັງບໍ່ເຂົ້າໃຈທັນທີ ຄວາມສ່ຽງຕ່າງໆທີ່ກ່ຽວຂ້ອງ. ນອກຈາກພຶດຕິກຳທາງເພດທີ່ບໍ່ເພິ່ງປະສົງແລ້ວ, ຄວາມສ່ຽງເຫຼົ່ານີ້ຍັງລວມມີ ການຕິດເກມອອນໄລນ໌ ແລະ ແອັບບັນເທີງຕ່າງໆ. ໃນຂະນະທີ່ການສື່ສານນັບມື້ຍິ່ງມີຄວາມເປັນເຈົ້າຂອງ ແລະ ຄວາມເປັນສ່ວນຕົວຫຼາຍຂຶ້ນຜ່ານມືຖື ແລະ ການເຊື່ອມຕໍ່ເຊີ່ງກັນແລະກັນທັນທີທັນເວລາຫຼາຍຂື້ນເທົ່າໃດ, ມັນກໍຍິ່ງມີຄວາມຫຍຸ້ງຍາກວ່າເກົ່າໃນການລະບຸວ່າໃຜຕົກໃນຄວາມສ່ຽງ, ເຂົາເຈົ້າມີຄວາມສ່ຽງແນວໃດ ແລະ ມີຄວາມສ່ຽງຢູ່ບ່ອນໃດຈຸດໃດ. ປະເພດຄວາມສ່ຽງເຫຼົ່ານີ້ຂ້ອນຂ້າງຍັງໃໝ່ຢູ່ໃນ ສປປ ລາວ ແລະ ສ່ວນໃຫຍ່ບໍ່ໄດ້ມີການເວົ້າເຖິງ. ຜູ້ຖືກກະທຳ (ເຫຍື່ອ) ບໍ່ພຽງແຕ່ມີຄວາມເຂົ້າໃຈທີ່ຈຳກັດ, ແຕ່ ການຊວ່ຍເຫຼືອຈາກດ້ານສັງຄົມ ແລະ ການເຂົ້າເຖິງ ດ້ານນະໂຍບາຍຍັງຕ່ຳ. ເພື່ອຄຸ້ມຄອງການລ່ວງລະເມີດທີ່ມີການເອື້ອອຳນວຍດ້ວຍເຕັກໂນໂລຊີ, ຂ້າພະເຈົ້າຮູ້ສຶກວ່າພວກເຮົາຕ້ອງມາຮຽນຮູ້ກ່ຽວກັບຜົນປະໂຫຍດ ແລະ ຄວາມສ່ຽງຂອງ ເຕັກໂນໂລຊີດີຈີຕອນ ເພື່ອໃຫ້ພວກເຮົາຮູ້ໃຊ້ແລະສາມາດສະໜອງຂໍ້ມູນທີ່ຖືກຕ້ອງໃຫ້ແກ່ຄົນອື່ນ.
ໃນຖານະການນຳພາກລັດ, ທ່ານພົບພໍ້ສິ່ງທ້າທາຍໃດແດ່ ແລະ ທ່ານໄດ້ຮຽນຮູ້ຫຍັງຈາກສິ່ງທ້າທາຍເຫຼົ່ານີ້?
ຄວາມສະເໝີພາບຍິງຊາຍ ສ່ວນໃຫຍ່ຖືກຕີຄວາມວ່າຄວາມເປັນກາງດ້ານບົດບາດຍິງຊາຍ ແລະ ທັດສະນະທີ່ບໍ່ຖືກຕ້ອງນີ້ ກໍສາມາດນຳໄປສູ່ ການຖືເບົາເລື່ອງບົດບາດຍິງຊາຍ. ອັນນີ້ອາດທ່ວງດຶງ-ການລະເລີຍຕໍ່ບົດບາດ ແລະ ການມີສ່ວນຮ່ວມຂອງແມ່ຍິງ ແລະ ໝາຍເຖິງ ຄວາມບໍ່ສໍາເລັດໃນການແກ້ໄຂຄວາມຕ້ອງການສະເພາະຂອງກຸ່ມຄົນຕ່າງໆ.
ຄວາມສະເໝີພາບຍິງຊາຍໝາຍວ່າ ທຸກໆຄົນມີສິດ, , ມີແຮງບັນດານໃຈ/ອຳນາດ, ມີຄວາມຮັບຜິດຊອບ ແລະ ມີໂອກາດການເຂົ້າເຖິງທີ່ເທົ່າທຽມກັນ ບໍ່ວ່າພື້ນຖານຄວາມເປັນມາຂອງເຂົາເຈົ້າຈະແມ່ນແນວໃດກໍຕາມ. ແຕ່ວ່າ, ແມ່ຍິງສ່ວນໃຫຍ່ບໍ່ມີອຳນາດ ແລະ ໂອກາດທີ່ເທົ່າທຽມ [ຜູ້ຊາຍ] ອັນທີ່ສາມາດນຳສູ່ການເອື່ອຍອີງ, ການນຳໃຊ້ຄວາມຮຸນແຮງໃນບົດບາດຍິງຊາຍ ແລະ ການລ່ວງລະເມີດເດັກ.
ວິທີທາງໜຶ່ງໃນການແກ້ໄຂຄວາມບໍ່ສະເໝີພາບ ແມ່ນການປີ້ນຄືນຕົ້ນປາຍສາຍເຫດ [ກໍລະນີ] ຕົ້ນຕໍ ດ້ວຍການໃຫ້ຄວາມສະເໝີພາບແກ່ແມ່ຍິງ. ຕົວຢ່າງ, ຖ້າແມ່ຍິງບໍ່ມີວຽກເຮັດ, ການໃຫ້ວຽກຜູ້ກ່ຽວເຮັດ ກໍແມ່ນການປີ້ນຄືນຕົ້ນປາຍສາຍເຫດ [ກໍລະນີ] ຕົ້ນຕໍ. ພວກເຮົາສາມາດໃຫ້ແມ່ຍິງ ມີສິດ, ການເຂົ້າເຖິງ, ອຳນາດ, ຄວາມຮັບຜິດຊອບ ແລະ ໂອກາດທີ່ເທົ່າທຽມກັນ ດ້ວຍການສ້າງສະພາບແວດລ້ອມທີ່ເອື້ອອຳນວຍ, ການຈັດສັນງົບປະມານ ແລະ ການຈັດຕັ້ງປະຕິບັດຍຸດທະສາດ/ແຜນການປະຕິບັດດ້ານບົດບາດຍິງຊາຍທີ່ມີຢູ່. ສ່ວນໃຫຍ່, ກິດຈະກຳສົ່ງເສີມຄວາມສະເໝີພາບຍິງຊາຍຖືກສ້າງຂຶ້ນໂດຍທີ່ບໍ່ມີການຈັດສັນທ່າແຮງ ແລະ ງົບປະມານ ໃສ່. ວິທີການນີ້ສ້າງຄວາມສັບສົນກ່ຽວກັບການບັນລຸຄວາມສະເໝີພາບຍິງຊາຍ. ການກຸ້ມຕົວເອງ ໂດຍສະເພາະ ຄວາມເອກະລາດດ້ານເສດຖະກິດ ແມ່ນມີຄວາມສຳຄັນຕໍ່ການບັນລຸຄວາມສະເໝີພາບຍິງຊາຍ.
ບໍ່ມີແນວທາງໜຶ່ງດຽວໃດທີ່ຖືກຕ້ອງ ແຕ່ຂັ້ນຕອນໃດທີ່ເຮົາອອກແບບ-ວາງອອກ ລ້ວນແລ້ວແຕ່ຕ້ອງເລັ່ງໃສ່ການປີ້ນຄືນ ຄວາມບໍ່ສະເໝີພາບ. ຕົວຢ່າງ, ຖ້າຂາດຄວາມສະເໝີພາບໃນການເຂົ້າເຖິງການສຶກສາ ຫຼື ໂອກາດສຳລັບແມ່ຍິງ ກໍຕ້ອງສ້າງສະພາບແວດລ້ອມ ແລະ ຈັດສັນຊັບພະຍາກອນເພື່ອໃຫ້ເກີດຄວາມສະເໝີພາບໃນການເຂົ້າເຖິງ. ຖ້າແມ່ຍິງມີການເອືີ່ອຍອີງດ້ານເສດຖະກິດ ກໍຕ້ອງສ້າງສະພາດແວດລ້ອມ ເຊິ່ງເຂົາເຈົ້າຈະສາມາດເຂົ້າເຖິງ ໂອກາດໃນການສ້າງລາຍໄດ້.
ອົງປະກອບສຳຄັນຕໍ່ຜົນສຳເລັດໃນວຽກງານຂອງທ່ານແມ່ນຫຍັງ?
ຄວາມມຸ່ງໝັ້ນ, ຄວາມພາກພຽນອົດທົນ ແລະ ຄວາມຊ່ວຍເຫຼືອຈາກຄົນອື່ນ. ໃນກໍລະນີຂອງຂ້າພະເຈົ້າແມ່ນ ໄດ້ຮັບການຊ່ວຍເຫຼືອ ຈາກ ທຶນການສຶກສາຂອງ ອົສຕຣາລີ ແລະ ທຶນຟູບຣາຍດ໌ຂອງ ສະຫະລັດອາເມຣິກາ.
ບາງໂຄງການທີ່ທ່ານມັກທີ່ສຸດແມ່ນຫຍັງ ຫຼື ບຸກຄົນທີ່ທ່ານຈົດຈຳທີ່ສຸດທີ່ໄດ້ເຮັດວຽກນຳກັນແມ່ນໃຜ?
ແຜນງານພັດທະນາການມີສ່ວນຮ່ວມຂອງການນຳແມ່ຍິງ ທີ່ໄດ້ຮັບທຶນສະໜັບສະໜູນໂດຍ ສະຖາບັນລາວ-ອົສຕຣາລີຮ່ວມກັບ ສະຖາບັນກຣີຟິດອາຊີ ແລະ ອີກສາມມະຫາວິທະຍາໄລຂອງ ອົສຕຣາລີ ໄດ້ ເຊື່ອມຕໍ່ຂ້າພະເຈົ້າກັບແມ່ຍິງການນຳຫຼາຍໆທ່ານ. ຂ້າພະເຈົ້າບໍ່ພຽງແຕ່ໄດ້ສ້າງຄວາມຮູ້ຈັກນຳບັນດາທ່ານແບບສ່ວນໂຕ, ແຕ່ຍັງໄດ້ຮຽນຮູ້ຄວາມທ້າທາຍໃນອາຊີບທີ່ເພິ່ນພົບພໍ້.
ທ່ານຄິດວ່າຕ້ອງເຮັດຫຍັງແດ່ເພື່ອຮັບປະກັນໃຫ້ມີແມ່ຍິງການນຳຫຼາຍຂຶ້ນຢູ່ໃນລາວ?
ພວກເຮົາຫຼາຍຄົນສົງໄສໃນຕົວເອງ ແລະ ຂາດຄວາມໝັ້ນໃຈ. ພວກເຮົາມັກຖາມ (ສົງໄສ)ວ່າ ພວກເຮົາເປັນເມຍ, ແມ່, ລູກສາວ, ພະນັກງານທີ່ດີບໍ່ ແລະ ຖ້າຈະເຫັນແກ່ຕົວແດ່ຈະດີຢູ່ບໍ່. ການເຄົາລົບນັບຖືຕົວເອງຢ່າງແທ້ຈິງ ໝາຍເຖິງການຖືຕົວເອງເປັນບູລິມະສິດ. ພວກເຮົາຈະບໍ່ສາມາດຊ່ວຍຜູ້ອື່ນຢ່າງມີປະສິດທິຜົນ ຖ້າວ່າພວກເຮົາບອບບາງ ແລະ ຂາດຊັບພະຍາກອນ. ເພື່ອຊ່ວຍເຫຼືອຜູ້ອື່ນ, ພວກເຮົາຕ້ອງມີຄວາມອາດສາມາດ ແລະ ຊັບພະຍາກອນທີ່ຖືກຕ້ອງພຽງພໍ ເພື່ອໃຫ້ພວກເຮົາໃຫ້ການສະໜັບສະໜູນຢ່າງຖືກຕ້ອງ. ນອກຈາກນັ້ນພວກເຮົາຍັງຈະຕ້ອງວິເຄາະ ຜົນປະໂຫຍດ ແລະ ຄວາມສ່ຽງທີ່ເປັນໄປໄດ້ ທີ່ຕິດພັນກັບການໃຫ້ການສະໜັບສະໜູນ.
ທ່ານຈະໃຫ້ຄຳແນະນຳຫຍັງ ຕໍ່ແມ່ຍິງໃນລາວ ທີ່ຍັງສຶກສາຢູ່ ຫຼື ເລີ່ມຕົ້ນອາຊີບການງານຂອງເຂົາເຈົ້າ?
ຕອນຂ້າພະເຈົ້າໄດ້ທຶນການສຶກສາຂອງອົສຕຣາລີ ໃນປີ 1997, ຂ້າພະເຈົ້າໄດ້ເລືອກຂະແໜງສຶກສາ ດ້ານການພັດທະນາຊຸມຊົນ ແລະ ສັງຄົມ. ແຕ່ວ່າ, ພາຍຫຼັງສຶກສາຢູ່ມະຫາວິທະຍາໄລ, ຂ້າພະເຈົ້າມາຄິດອອກ-ສຳນຶກເຫັນ ການພົວພັນຂອງສິ່ງແວດລ້ອມ, ເສດຖະກິດ ແລະ ສັງຄົມ ແລະ ເພື່ອບັນລຸການພັດທະນາທີ່ຍືນຍົງ ກໍຕ້ອງໃຫ້ມີຄວາມດຸ່ນດ່ຽງລະຫວ່າງທັງສາມປັດໄຈທີ່ແຂ່ງຂັນກັນນີ້. ຫຼັງຈາກນັ້ນຂ້າພະເຈົ້າໄດ້ລົງທະບຽນສຶກສາຊັ້ນປະລິນຍາໂທ ກ່ຽວກັບ ນະໂຍບາຍ ແລະ ການວາງແຜນດດ້ານສິ່ງແວດລ້ອມ ພ້ອມທັງວິຊາຕ່າງໆທີ່ແກ້ໄຂ ການພັດທະນາເສດຖະກິດ ແລະ ແມ່ຍິງ. ຄຳແນະນຳຂອງຂ້າພະເຈົ້າກໍແມ່ນວ່າ ບໍ່ໃຫ້ຟ້າວຟັ່ງ ແຕ່ໃຫ້ຄົ້ນຄວ້າສາຂາການສຶກສາ ແລະ ທາງເລືອກດ້ານວິຊາຊີບທີ່ເໝາະສົມທີ່ສຸດ. ທ່ານອາດໄດ້ລອງຖືກລອງຜິດແດ່ ແລະ ທ່ານກໍຈະຮຽນຮູ້ຈາກສິ່ງເຫຼົ່ານີ້.
ທ່ານມີຄວາມເຫັນອື່ນໆບໍ່ ເນື່ອງໃນໂອກາດວັນແມ່ຍິງສາກົນ
ວັນແມ່ຍິງສາກົນ ແມ່ນເວລາທີ່ໃຫ້ພວກເຮົາຄິດເຖິງ ບົດບາດສຳຄັນ ແລະ ສະເພາະຂອງແມ່ຍິງ ແລະ ຜູ້ຊາຍທີ່ມີຜົນຕໍ່ຊີວິດປະຈຳວັນຂອງພວກເຮົາ ບໍ່ວ່າພວກເຮົາຈະເຮັດຫຍັງກໍຕາມ. ມັນເປັນມື້ທີ່ໃຫ້ພວກເຮົາຮັບຮູ້ ແລະ ເຄົາລົບຄວາມຜູກພັນລະຫວ່າງເພດຍິງ ແລະ ເພດຊາຍ, ແລະ ບຸກຄົນທີ່ມີຄວາມຫຼາກຫຼາຍດ້ານເພດ ລວມທັງຄົນ LGBT+ ແລະ ເພື່ອຮຽນຮູ້ທີ່ຈະເຊື່ອໃຈເຊິ່ງກັນ ແລະ ກັນ.
**The views expressed in this interview do not necessarily represent the views of the World Bank Group.