ວັນທີ 17 ຕຸລາ ແມ່ນ ວັນລົບລ້າງຄວາມທຸກຍາກສາກົນ ຫຼື ດັ່ງທີ່ຫຼາຍຄົນຮູ້ ເປັນ ວັນຢຸດຕິຄວາມທຸກຍາກ ເຊິ່ງ ເປັນໜຶ່ງໃນວັນທີ່ສຳຄັນທີ່ສຸດໃນປະຕິທິນ ສຳລັບຜູ້ຄົນທີ່ເຮັດວຽກຢູ່ອົງການຈັດຕັ້ງຂອງລັດຖະບານ ແລະ ອົງການເພື່ອການພັດທະນາໃນທົ່ວໂລກ.
ຂ້າພະເຈົ້າຂໍຊີ້ແຈ້ງໃຫ້ຊັດເຈນວ່າ: ຄວາມທຸກຍາກ ບໍ່ແມ່ນບັນຫາສະເພາະເຈາະຈົງຂອງ ສປປ ລາວ ແລະ ກໍບໍ່ແມ່ນບັນຫາສະເພາະຂອງປະເທດທີ່ດ້ອຍພັດທະນາກວ່າປະເທດອື່ນໆ. ຄົນທຸກຍາກມີຢູ່ທຸກຫົນແຫ່ງໃນທົ່ວໂລກ, ສ່ວນໃຫຍ່ແມ່ນອາໃສຢູ່ເມືອງຮັ່ງມີທີ່ສຸດ ທີ່ມວນມະນຸດໄດ້ສ້າງຂຶ້ນ.
ອັນນີ້ເປັນບັນຫາທີ່ພວກເຮົາທຸກຄົນຄວນເອົາໃຈໃສ່ ເພາະໃນໂລກນີ້ແມ່ນມີຊັບພະຍາກອນພຽງພໍເພື່ອໃຫ້ທຸກຄົນສາມາດດຳລົງຊີວິດຢ່າງສະດວກສະບາຍ ໂດຍບໍ່ຕ້ອງຂາດແຄນອາຫານ, ຫຼັງຄາເຮືອນໃຫ້ພັກເຊົ່າ, ການສຶກສາ, ການບໍລິການສຸຂະພາບ ແລະ ຕົວຊີ້ວັດອື່ນໆທີ່ນຳໃຊ້ເພື່ອກຳນົດລະດັບຄວາມທຸກຍາກ. ໃນວັນຢຸດຕິຄວາມທຸກຍາກ, ພວກເຮົາພະຍາຍາມເພີ່ມຄວາມຮັບຮູ້-ປູກຈິດສຳນຶກກ່ຽວກັບປະເດັນນີ້ ແລະ ລະດົມການລົງມືຢ່າງຕັ້ງໜ້າໃນການແກ້ໄຂຄວາມທຸກຍາກ.
ຄຳຂວັນຂອງປີນີ້ແມ່ນ "ການສ້າງສາ ແລະ ກ້າວໜ້າໄປພ້ອມກັນ: ການຢຸດຕິຄວາມທຸກຍາກທີ່ຊຳເຮື້ອ, ການເຄົາລົບທຸກຄົນ ແລະ ໜ່ວຍໂລກຂອງພວກເຮົາ." ອັນນີ້ໝາຍຄວາມວ່າ: ພວກເຮົາຕ້ອງສ້າງສາຟື້ນຟູສັງຄົມໃຫ້ເຂັ້ມແຂງກວ່າເກົ່າ, ທົນທານກວ່າເກົ່າ ທ່າມກາງສະພາບການລະບາດ COVID-19 ຄຽງຄູ່ກັບການແກ້ໄຂຄວາມທຸກຍາກທີ່ຊຳເຮື້ອ, ການຮັບມືກັບ ຄວາມທ້າທາຍຂອງການປ່ຽນແປງສະພາບດິນຟ້າອາກາດໃນໂລກ ແລະ ການບັນລຸໄດ້ ເປົ້າໝາຍການພັດທະນາແບບຍືນຍົງ (Sustainable Development Goals ຫຼື SDGs).
ທະນາຄານໂລກ ເປັນພຽງຄູ່ຮ່ວມງານໜຶ່ງຂອງລັດຖະບານ ໂດຍສະໜັບສະໜູນ ກອງທຶນພັດທະນາຄວາມທຸກຍາກ ເຊິ່ງ ໄດ້ນຳໄປສູ່ການປ່ຽນແປງໃນການແກ້ໄຂຄວາມທຸກຍາກໃນບັນດາເມືອງບູລິມະສິດໃນທົ່ວປະເທດ. ອັດຕາຄວາມທຸກຍາກໃນ ສປປ ລາວ ໄດ້ຫລຸດລົງຈາກ 46% ເປັນປະມານ 18% ໃນໄລຍະ 30 ປີກວ່າ ແລະ ກອງທຶນດັ່ງກ່າວກໍໄດ້ມີບົດບາດສຳຄັນໃນການບັນລຸຜົນຮັບນີ້.
ກອງທຶນຫລຸດຜ່ອນຄວາມທຸກຍາກ ເປັນເຄື່ອງມືສຳຄັນໃນຄວາມພະຍາຍາມຂອງ ສປປ ລາວ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDGs) ແລະ ທະນາຄານໂລກ ໄດ້ເນັ້ນໜັກ ໃນການປັບປຸງຊີວິດການເປັນຢູ່ ແລະ ໂພຊະນະການຢູ່ໃນຊຸມຊົນທຸກຍາກ ຄຽງຄູ່ກັບ ການຜະລິດກະສິກຳທີ່ດີຂຶ້ນເພື່ອໃຫ້ປະຊາຊົນສາມາດຂາຍຜົນລະປູກເພີ່ມເຕີມ. ຈຸດປະສົງເຫຼົ່ານີ້ສອດຄ່ອງກັບ ເປົ້າໝາຍທົ່ວໄປຂອງ ກະຊວງຕົ້ນຕໍທີ່ເປັນເຈົ້າການຄຸ້ມຄອງກອງທຶນດັ່ງກ່າວ ຄື ກະຊວງກະສິກຳ ແລະ ປ່າໄມ້ ແລະ ທະນາຄານໂລກ. ທັງສອງສະຖາບັນເຊື່ອວ່າ ການຄຸ້ມຄອງປ່າໄມ ແລະ ຊັບພະຍາກອນທຳມະຊາດທີ່ປັບປຸງໃຫ້ດີຂຶ້ນນັ້ນ ບໍ່ແມ່ນມີຄວາມຈຳເປັນສະເພາະແຕ່ ການລົບລ້າງຄວາມທຸກຍາກໃນ ສປປ ລາວ ເທົ່ານັ້ນ, ແຕ່ຍັງມີຄວາມຈຳເປັນ ໃນການສ້າງ ເສດຖະກິດສີຂຽວ, ທົນທານ ແລະ ສົມດູນທີ່ມີຄວາມພ້ອມກວ່າເກົ່າຕໍ່ວິກິດການໃນອະນາຄົດ.
ເຖິງແມ່ນວ່າສະພາບການລະບາດຂອງພະຍາດ COVID-19 ຈະໄດ້ສ້າງຄວາມຫຍຸ້ງຍາກໃນວຽກງານຕ່າງໆ, ໃນຫວ່າງບໍ່ດົນມານີ້ ກອງທຶນຫລຸດຜ່ອນຄວາມທຸກຍາກ (PRF) ໄດ້ບັນລຸຄວາມຄືບໜ້າຈຳນວນໜຶ່ງ ໃນການຈັດການຝຶກອົບຮົມວິຊາຊີບສຳລັບແຮງງານຢູ່ເຂດຊົນນະບົດ ລວມທັງ ແຮງງານລາວທີ່ກັບຄືນມາປະເທດ ພ້ອມທັງ ການສໍ່ສ້າງ ແລະ ບຳລຸງຮັກສາພື້ນຖານໂຄງລ່າງຂະໜາດນ້ອຍຂອງຊຸມຊົນຢູ່ເຂດຫ່າງໄກສອກຫຼີກ. ວິທີການນີ້ ບໍ່ພຽງແຕ່ສ້າງລາຍໄດ້ໃຫ້ແກ່ຊາວບ້ານເພື່ອແລກກັບແຮງງານຂອງພວກເຂົາເຈົ້າ ແຕ່ຍັງເຮັດໃຫ້ພວກກ່ຽວມີຄວາມພາກພູມໃຈ ກໍຄື ການຮັກສາພື້ນຖານໂຄງລ່າງດັ່ງກ່າວ. ຕົວຢ່າງ, ກຸ່ມບຳລຸງຮັກສາເສັ້ນທາງ ທີ່ຖືກສ້າງຕັ້ງຂຶ້ນໃນ 6 ແຂວງນັ້ນ ໄດ້ຈ່າຍຄ່າແຮງງານໃຫ້ແກ່ ແມ່ຍິງທີ່ມາຈາກຄອບຄົວທີ່ມີຄວາມຫຍຸ້ງຍາກ-ບໍ່ສະດວກສະບາຍ ສົມທຽບໃສ່ຄອບຄົວອື່ນໆ ເພື່ອໃຫ້ພວກເຂົາອະນາໄມ ແລະ ສ້ອມແປງເສັ້ນທາງຢູ່ໃກ້ບ້ານຂອງພວກເຂົາ. ແຜນງານລິເລີ່ມນີ້ໄດ້ ນຳໄປສູ່ສະພາບເສັ້ນທາງທີ່ດີກວ່າເກົ່າ ແລະ ທັງໄດ້ເປັນແຫຼ່ງລາຍໄດ້ສຳຄັນສຳລັບບັນດາຄອບຄົວໃນໄລຍະການລະບາດ.
ຕະຫຼອດໄລຍະເວລາສອງປີຜ່ານມາ, ຄວາມຄືບໜ້າຂອງ ສປປ ລາວ ໃນການລົບລ້າງຄວາມທຸກຍາກ ໄດ້ ທົດຖອຍຍ້ອນຜົນກະທົບຂອງການລະບາດພະຍາດ COVID-19 ຕໍ່ເສດຖະກິດ. ແຕ່ໃນຂະນະທີ່ການສັກວັກຊີນສືບຕໍ່ຂະຫຍາຍໄປໃນອັດຕາທີ່ດີ, ປະຊາຊົນລາວ ກໍມີຄວາມຫວັງວ່າຈະສາມາດກັບມາສ້າງຜົນສຳເລັດດ້ານເສດຖະກິດຂອງຕົນ ນັບແຕ່ປີໜ້າເປັນຕົ້ນໄປ. ທະນາຄານໂລກ ຈະສະໜັບສະໜູນຄວາມພະຍາຍາມຂອງປະເທດລາວ ແລະ ພວກເຮົາພວມຄົ້ນຄວ້າ ຍຸດທະສາດທີ່ດີທີ່ສຸດ ຮ່ວມກັບລັດຖະບານ ແລະ ຜູ້ມີສ່ວນຮ່ວມອື່ນໆ ໃນຂະນະທີ່ພວກເຮົາກ້າວສູ່ [ຍຸດທະສາດ] ຂອບການເປັນຄູ່ຮ່ວມມືກັບປະເທດ ໄລຍະ 5 ປີຕໍ່ໄປສຳລັບປີ 2022-26.
ການທົດຖອຍຂອງເສດຖະກິດ ທີ່ໄດ້ທະວີຄູນຂຶ້ນຍ້ອນການລະບາດຂອງພະຍາດ COVID-19 ເປັນໂອກາດໃຫ້ພວກເຮົາເລີ່ມຕົ້ນໃໝ່ ແລະ ກ້າວໜ້າໄປອີກຄັ້ງດ້ວຍການສານຕໍ່ຕາມຈຸດປະສົງ ແລະ ວິໃສທັດທີ່ຊັດເຈນເລັ່ງໃສ່ຢຸດຕິຄວາມທຸກຍາກ. COVID-19 ໄດ້ເປີດເຜີຍ ຄວາມບອບບາງ ແລະ ຄວາມເຂັ້ມແຂງໃນສັງຄົມຂອງພວກເຮົາ ແລະ ດຽວນີ້ກໍ່ເຖິງເວລາໃນການນຳໃຊ້ຄວາມຮູ້ທີ່ເກັບກ່ຽວມາໄດ້. ສປປ ລາວ ຈຳເປັນຕ້ອງເພີ່ມຄວາມສະເໝີພາບໃນສັງຄົມ ດ້ວຍການເພີ່ມລາຍຮັບຈາກຜູ້ທີ່ມີລາຍໄດ້ສູງ ແລະ ດ້ວຍການດຶງດູດການລົງທຶນໃນທຸລະກິດທີ່ລົງທຶນໃສ່ຄົນ ແລະ ສິ່ງແວດລ້ອມ.
ມີສາມວິທີການບູລິມະສິດ ທີ່ສາມາດຊ່ວຍ ປະຊາຊົນໃຫ້ຫລຸດພົ້ນ ຫຼື ຫຼີກລ່ຽງຄວາມທຸກຍາກໃນ ສປປ ລາວ. ການສ້າງຄວາມເຂັ້ມແຂງໃຫ້ແກ່ສະຖາບັນແຫ່ງຊາດ ທີ່ເກັບລາຍຮັບ ແລະ ສະໜອງການບໍລິການ ກໍຄືການຊ່ວຍເຫຼືອນັ້ນ ແມ່ນມີຄວາມສຳຄັນ. ໃນເວລາດຽວກັນ, ພວກເຮົາຕ້ອງລົງທຶນໃສ່ຄົນ, ຍົກລະດັບການສຶກສາ, ຄວາມຮູ້ ແລະ ທັກສະ ກໍຄື ການເຂົ້າເຖິງການບໍລິການສຸຂະພາບ ແລະ ການປະກັນສັງຄົມທີ່ມີຄຸນນະພາບ. ອົງປະກອບສຳຄັນທີສາມແມ່ນ ການສ້າງສິ່ງແວດລ້ອມທີ່ທົນທານກວ່າເກົ່າ. ຄົນທຸກຍາກແມ່ນມີຄວາມບອບບາງທີ່ສຸດ ເມື່ອເກີດມີວິກິດການ ຫຼື ພະຍາດ. ການປົກປັກຮັກສາປ່າໄມ້ ແລະ ທຳມະຊາດ ຊ່ວຍໃນການປ້ອງກັນການລະບາດຂອງພະຍາດ ແລະ ໄພພິບັດທາງທຳມະຊາດ ພ້ອມທັງສາມາດປັບປຸງຊີວິດການເປັນຢູ່ຜ່ານການ ທ່ອງທ່ຽວຕ່າງປະເທດ, ສັກກະຍະພາບການຜະລິດກະສິກຳທີ່ດີຂຶ້ນ ແລະ ຜ່ານການບໍລິການທາງດ້ານສິ່ງແວດລ້ອມ ທີ່ ດິນດອນຕ່ອນຫຍ້າມອບໃຫ້ແກ່ ພົນລະເມືອງ ແລະ ເສດຖະກິດ. ທັງໝົດທັງມວນເຫຼົ່ານີ້ ຈະປະກອບສ່ວນຢ່າງມະຫາສານຕໍ່ ການລົບລ້າງຄວາມທຸກຍາກ.